ສ້າງເສດຖະກິດຈາກວຽກງານຫັດຖະກຳແພຝ້າຍລາວ

22/05/2025 09:24
ຂປລ ແມ່ຍິງລາວ ແມ່ນຜູ້ທີ່ມີຄວາມດຸໝັ່ນຂະຫຍັນພຽນໃນການອອກແຮງງານ ໂດຍສະເພາະວຽກງານຫັດຖະກໍາ, ຕໍ່າຫູກ-ທໍໄໝ (ສິ້ນຝ້າຍ) ໄດ້ຕິດພັນກັບແມ່ຍິງລາວມາແຕ່ດົນນານຈົນເຖິງປັດຈຸບັນ.

     *ແມ່ຍິງລາວ ແມ່ນຜູ້ທີ່ມີຄວາມດຸໝັ່ນຂະຫຍັນພຽນໃນການອອກແຮງງານ ໂດຍສະເພາະວຽກງານຫັດຖະກໍາ, ຕໍ່າຫູກ-ທໍໄໝ (ສິ້ນຝ້າຍ) ໄດ້ຕິດພັນກັບແມ່ຍິງລາວມາແຕ່ດົນນານຈົນເຖິງປັດຈຸບັນ. ວຽກງານນີ້ໄດ້ເປັນແນວທາງໃນການສ້າງສາພັດທະນາເສດຖະກິດຄອບຄົວເໝືອນດັ່ງຄອບຄົວຂອງ ນາງ ຈັນສະໝຸດ ມິ່ງບຸບຜາ  ທີ່ເຮັດອາຊີບຂາຍເຄື່ອງຫັດຖະກໍາແພຝ້າຍລາວ ບ້ານນາໂຄ້ງ, ເມືອງຮຸນ, ແຂວງອຸດົມໄຊ ສາມາດສ້າງລາຍຮັບໄດ້  5 ລ້ານກີບຕໍ່ເດືອນ.

    ນາງ ຈັນສະໝຸດ ມິ່ງບຸບຜາ  ເຈ້ົາຂອງຮ້ານຂາຍເຄື່ອງຫັດຖະກໍາແພຝ້າຍລາວ ໄດ້ໃຫ້ສຳພາດຕ່ໍນັກຂ່າວສຳນັກຂ່າວສານປະເທດລາວ ເມ່ືອບ່ໍດົນມານີ້ ໃນໂອກາດງານວາງສະແດງ  ແລະ ຈໍາໜ່າຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ແລະ ສິນຄ້າຄອບຄົວຕົວແບບຂອງນະຄອນຫລວງວຽງຈັນ ຄັ້ງທີ VI ປະຈໍາປີ 2025, ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ວ່າ: ປີນ້ີ ເປັນປີທຳອິດທີ່ໄດ້ມີໂອກາດນຳເອົາຜະລິດຕະພັນພາຍໃນຮ້ານມາວາງຈຳໜ່າຍໃນງານວາງສະແດງເຊິ່ງກ່ອນຈະມາດໍາເນີນທຸລະກິດ ນ້ີໄດ້ກໍຍ້ອນຕົນເອງມີຄວາມມັກ, ຮັກ ແລະ ຊົມໃຊ້ໃນຊີວິດປະຈໍາວັນ, ຈາກນັ້ນ ມີຄວາມສົນໃຈຈຶ່ງທົດລອງເຮັດທຸລະກິດຜ້າຝ້າຍ, ສິ້ນຝ້າຍເປັນອາຊີບ ແລະ ເຫັນວ່າມີຄວາມເປັນ ໄປໄດ້ຈຶ່ງໄດ້ຕັດສິນໃຈລົງທຶນຊື້ຝ້າຍແລ້ວສົ່ງໃຫ້ນາຍຊ່າງຫັດຖະກໍາທ່ີມີສີມືຕໍ່າ. ຕໍ່ມາເມືອງຮຸນກໍໄດ້ເຊີນ ໃຫ້ເຂົ້າຮ່ວມງານຜ້າຝ້າຍຊົນເຜົ່າ, ເພ່ືອເຮັດໃຫ້ຜະລິດຕະພັນມີຈຸດ ເດັ່ນກໍໄດ້ອອກແບບຫລາກຫລາຍຜະລິດຕະພັນ ເພື່ອວາງຂາຍ ເຊ່ິງເຫັນວ່າສິນຄ້າທີ່ນໍາໄປວາງຂາຍແຕ່ລະຄັ້ງແມ່ນໄດ້ຮັບການຕອບຮັບຈາກລູກຄ້າເຮັດໃຫ້ຕົນເອງມີຄວາມພໍໃຈຫລາຍ. 

    ນາງ ຈັນສະໝຸດ ມິ່ງບຸບຜາ ກ່າວຕື່ມວ່າ: ຕົນເອງເລີ່ມດຳເນີນທຸລະກິດນ້ີມາຕ້ັງແຕ່ການລະບາດຂອງເຊື້ອພະຍາດໂຄວິດ-19 ກໍຄືປີ 2020 ເປັນຕົ້ນມາຈົນຮອດປັດຈຸບັນນີ້. ນັບວ່າປີນີ້ເປັນປີທີ 5 ແລ້ວ ຕົນເອງກໍມີຄວາມພາກພູມໃຈ ແລະ ດີໃຈຫລາຍທ່ີພາກລັດໄດ້ເອົາໃຈໃສ່ຊຸກຍູ້, ແນະນໍາ ແລະ ຊອກຊ່ອງທາງການຈໍາໜ່າຍອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວມີການປ່ຽນແປງໄປໃນທາງທີ່ດີຂ້ຶນ, ສາມາດສ້າງລາຍຮັບເຂ້ົາຄອບຄົວໄດ້ຢ່າງໝັ້ນຄົງ. ສຳລັບຈຸດຂາຍແມ່ນຂາຍຕາມງານຕ່າງໆໃນແຕ່ລະເມືອງ, ແຕ່ລະແຂວງ ແລະ ຂາຍຢູ່ກັບເຮືອນ, ເຊິ່ງຜະລິດຕະພັນທ່ ຈຳໜ່າຍໄດ້ແກ່ສິ້ນລາຍນາກ 8 ຫົວ ທີ່ເປັນເອກະລັກຂອງເມືອງຮຸນ, ແພປູໂຕະ, ແພປົກໂຊຟາ-ຊາລົ່ງ (ລາຍຂອງແພປູໂຕະໃຊ້ເວລາຜະລິດ 1 ເດືອນ). ພ້ອມນັ້ນກໍຍັງຂາຍສົ່ງພາຍໃນເມືອງ, ຂາຍສົ່ງນະຄອນຫລວງວຽງຈັນ ແລະ ຂາຍສົ່ງໄປທີ່ປະເທດໄທ ເຊິ່ງລາຍທີ່ນິຍົມຫລາຍ ແມ່ນ (ລາຍນົມສາວ). ແພຕັດເສື້ອ, ກະເປົາ, ຖົງ ແລະ ຜະລິດຕະພັນຕ່າງໆ ແມ່ນຍ້ອມສີທໍາມະຊາດ ແລະ ວັດຖຸດິບທີ່ນໍາມາຜະລິດ ແມ່ນຊື້ນໍາປະຊາຊົນ (ປະຊາຊົນປູກຝ້າຍ), ສ່ວນຄ່າແຮງງານສີມືນາຍຊ່າງຫັດຖະກໍາເລີ່ມຕົ້ນແຕ່ 200.000 ກີບ ຫາ 700.000 ກີບ, ສະເລ່ຍລາຍຮັບຕໍ່ຄອບຄົວປະມານ 1.000.000-2.000.000 ລ້ານ ກີບ/ເດືອນ, ສ່ວນກໍາໄລສຸດທິແມ່ນ 4.000.000-5.000.000 ລ້ານກີບ, ເຖິງວ່າຜົນກໍາໄລບໍ່ຫລາຍ ແຕ່ກໍມີຄວາມພູມໃຈເພາະເປັນທຸລະກິດທີ່ຕົນເອງມັກ-ຮັກ. ສຳລັບຜະລິດຕະພັນທີ່ຈໍາໜ່າຍລາຄາຕໍ່າສຸດ ແມ່ນ 200.000 ກີບ ຫາ 1.900.000 ກີບ, (ສິ້ນລາຄາ 200.000 ກີບ-800.000 ກີບ).

   ນາງ ຈັນສະໝຸດ ມິ່ງບຸບຜາ ໃຫ້ຮູ້ອີກວ່າ: ເມື່ອກ່ອນຄອບຄົວຂອງຕົນແມ່ນເກັບຊ້ືສາລີ ແລະຂາຍສ່ົງໃຫ້ກັບລູກຄ້າແຕ່ພໍເຮັດໄເລື້ອຍໆຕົນເອງກໍອາຍຸເພີ່ມຂຶ້ນບວກ ໃສ່ຄວາມອິດເມື່ອຍຫລາຍຈຶ່ງໄດ້ເຊົາເຮັດ ແລະ ຫັນມາເອົາວຽກງານຫັດຖະກໍາຕໍ່າສິ້ນຝ້າຍເປັນອາຊີບຈົນມາເຖິງປັດຈຸບັນ. ໃນແຜນຕໍ່ໜ້າແມ່ນຈະພັດທະນາສິນຄ້າທີ່ຜະລິດອອກມາໃຫ້ຫລາຍ ແລະ ດີຂຶ້ນກວ່າເກ່ົາພ້ອມທັງຮັບປະກັນຄຸນນະພາບ ແລະ ປະລິມານເພື່ອໃຫ້ເປັນທີ່ເພິ່ງພໍໃຈກັບລູກຄ້າ ແລະ ຈະຜະລິດຕາມຄວາຕ້ອງການສັ່ງຈ່ອງຂອງລູກຄ້າ.

ໂດຍ: ມາລີດາ

KPL

ຂ່າວອື່ນໆ

ads
ads

Top