ຂປລ
ທ່ານ ຫວາງ ຢີ້, ກຳມະການ ກົມການເມືອງສູນກາງພັກ ກອມມູນິດຈີນ, ລັດຖະມົນຕີ ກະຊວງການຕ່າງປະເທດຈີນ ຈະເຂົ້າຮ່ວມ ພິທີ ລົງນາມ “ສົນທິສັນຍາ ວ່າດ້ວຍ ການສ້າງຕັ້ງ ສານໄກ່ເກ່ຍ ສາກົນ” ທີ່ຈະຈັດຂຶ້ນ ຢູ່ເຂດບໍລິຫານ ພິເສດ ຮົງກົງ ຂອງ ສປ ຈີນ ໃນວັນທີ 30 ພຶດສະພານີ້.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ທ່ານ ນາງ ເໝົານີງ ໂຄສົກ ກະຊວງ ການຕ່າງປະເທດຈີນ ໄດ້ປະກາດ ໃນກອງປະຊຸມ ຖະແຫລງຂ່າວວ່າ: ທ່ານ ຫວາງ ຢີ້, ກຳມະການ ກົມການເມືອງສູນກາງພັກ ກອມມູນິດຈີນ, ລັດຖະມົນຕີ ກະຊວງການຕ່າງປະເທດຈີນ ຈະເຂົ້າຮ່ວມ ພິທີ ລົງນາມ “ສົນທິສັນຍາ ວ່າດ້ວຍ ການສ້າງຕັ້ງ ສານໄກ່ເກ່ຍ ສາກົນ” ທີ່ຈະຈັດຂຶ້ນ ຢູ່ເຂດບໍລິຫານ ພິເສດ ຮົງກົງ ຂອງ ສປ ຈີນ ໃນວັນທີ 30 ພຶດສະພານີ້.ໃນປີ 2022, ສປ ຈີນ ກັບ 20 ກວ່າປະເທດ ທີ່ມີຫລັກໝັ້ນ ຄ້າຍຄືກັນ ໄດ້ຮ່ວມກັນ ສະເໜີ ຂໍ້ລິເລີ່ມ ການສ້າງຕັ້ງ ສານໄກ່ເກ່ຍ ສາກົນ. ຜ່ານການ ເຮັດຄວາມພະຍາຍາມ ຮ່ວມກັນ, ໄດ້ສຳເລັດ ການເຈລະຈາ ກ່ຽວກັບ “ສົນທິ ສັນຍາ ວ່າດ້ວຍ ການສ້າງຕັ້ງ ສານໄກ່ເກ່ຍ ສາກົນ”, ແລະ ເຫັນດີ ເປັນເອກະພາບກັນວ່າ ຈະສ້າງຕັ້ງ ສຳນັກງານໃຫຍ່ ຂອງສານໄກ່ເກ່ຍ ສາກົນ ຢູ່ເຂດຮົງກົງ ຂອງ ສປ ຈີນ. ມີເກືອບ 60 ປະເທດ ຈາກອາຊີ, ອາຟຣິກາ, ອາເມຣິກາ ລາຕິນ ແລະ ເອີຣົບ ລວມທັງ ອົງການ ສະຫະ ປະຊາຊາດ (ສປຊ)ແລະ ອົງການ ຈັດຕັ້ງ ສາກົນອື່ນໆ ປະມານ 20 ແຫ່ງ ຈະສົ່ງຄະນະ ຜູ້ແທນ ລະດັບສູງ ເຂົ້າຮ່ວມ ພິທີລົງນາມ ໃນຄັ້ງນີ້./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL