ສັນຕະປະປາ ລີໂອ ຈະມານະພະຍາຍາມຈົນສຸດຄວາມສາມາດເພື່ອສັນຕິພາບໃນໂລກ

16/05/2025 15:22
Email Print 184
ຂປລ ສັນຕະປະປາ ລີໂອ XIV ຢັ້ງຢືນວ່າ: ຈະມານະ ພະຍາຍາມ ຈົນສຸດ ຄວາມສາມາດ ຂອງຕົນ ເພື່ອສັນຕິພາບ, ພ້ອມທັງ ສະເໜີໃຫ້ ວາຕີກັງ ເປັນກາງໄກ່ເກ່ຍ ບັນດາການປະທະກັນ ໃນທົ່ວໂລກ.

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ, ເມື່ອບໍ່ດົນມານີ້, ສັນຕະປະປາ ລີໂອ XIV  ຢັ້ງຢືນວ່າ: ຈະມານະ ພະຍາຍາມ ຈົນສຸດ ຄວາມສາມາດ ຂອງຕົນ ເພື່ອສັນຕິພາບ, ພ້ອມທັງ ສະເໜີໃຫ້ ວາຕີກັງ ເປັນກາງໄກ່ເກ່ຍ ບັນດາການປະທະກັນ ໃນທົ່ວໂລກ.ໃນບົດປາໄສ ຕໍ່ບັນດາສະມາຊິກ ໃນສະມາຄົມ ຄລິດທະສາສະໜາ ຕາເວັນອອກ, ສັນຕະປະປາ ລີໂອ XIV ໄດ້ເນັ້ນໜັກວ່າ: ວາຕີກັງ ຍາມໃດ ກໍກຽມພ້ອມ ເປັນຂົວຕໍ່ ໃຫ້ບັນດາຝ່າຍ ເປັນປໍລະປັກ ຫຍັບມໍ່ເຂົ້າໃກ້ກັນກວ່າ, ໜ້າຕໍ່ໜ້າ, ໂອ້ລົມສົນທະນານຳກັນ, ເພື່ອໃຫ້ປະຊາຊົນ ທຸກຄົນໃນໂລກນີ້ ສາມາດ ຊອກຄວາມຫວັງໄດ້ ແລະ ຟື້ນຟູຄືນ ບັນດາຄຸນຄ່າ ທີ່ເຂົາເຈົ້າ ສົມຄວນມີ, ຄຸນຄ່າຂອງສັນຕິພາບ.ຕາມສັນທະປະປາ ລີໂອ XIV ແລ້ວ, ພວກເຮົາ ສາມາດຫລີກລ້ຽງ ບໍ່ໃຫ້ສົງຄາມເກີດຂຶ້ນໄດ້ ແລະ ຕ້ອງວາງອາວຸດລົງ ເພາະວ່າ ມັນບໍ່ສາມາດ ແກ້ໄຂບັນຫາໄດ້, ຫາກພຽງແຕ່ເຮັດໃຫ້ບັນຫາເຄັ່ງຕຶງຂຶ້ນ. ບຸກຄົນທີ່ສ້າງໜ້າປະຫວັດສາດ ແມ່ນບຸກຄົນ ສ້າງສັນຕິພາບ, ຫາກບໍ່ແມ່ນ ຜູ້ພາໃຫ້ເກີດຄວາມເຈັບປວດ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top