ແຕ່ງຕັ້ງກອງເລຂາຄະນະກໍາມະການອະໄພຍະໂທດ ລະດັບຊາດ

21/05/2025 20:51
Email Print 136
ຂປລ ຂປລ. ກອງປະຊຸມແຕ່ງຕັ້ງກອງເລຂາ ຄະນະກໍາມະການອະໄພຍະໂທດ ລະດັບຊາດ ແລະ ການແບ່ງຄວາມຮັບຜິດຊອບການກວດກາ ແລະ ຄົ້ນຄວ້າການສະເໜີ ຂໍອະໄພຍະໂທດ ປະຈຳປີ 2025 ຈັດຂຶ້ນໃນວັນທີ 20 ພຶດສະພາ 2025



ຂປລ. ກອງປະຊຸມແຕ່ງຕັ້ງກອງເລຂາ ຄະນະກໍາມະການອະໄພຍະໂທດ ລະດັບຊາດ ແລະ ການແບ່ງຄວາມຮັບຜິດຊອບການກວດກາ ແລະ ຄົ້ນຄວ້າການສະເໜີ ຂໍອະໄພຍະໂທດ ປະຈຳປີ
2025 ຈັດຂຶ້ນໃນວັນທີ 20 ພຶດສະພາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ບົວລີ ເພັດມີໄຊ ຄະນະບໍລິຫານງານພັກ, ຫົວໜ້າກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ, ອົງການໄອຍະການປະຊາຊົນສູງສຸດ,​ ຮອງຫົວໜ້າກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ, ມີຜູ້ຕາງໜ້າອົງການໄອຍະການ ປະຊາຊົນສູງສຸດ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.




ໃນໂອກາດນີ້
, ທ່ານ ເພັດນໍ້າຄໍາ ສິງຫາພົນ ໄດ້ລາຍງານການສົ່ງເອກະສານ ສະເໜີຂໍໃຫ້ອະໄພຍະໂທດ ປະຈໍາປິ 2025 ຂອງກະຊວງ, ແຂວງ, ນະຄອນຫລວງ ເພື່ອຄົ້ນຄວ້າພິຈາລະນາຄັດເລືອກ ເອົານັກໂທດຜູ້ທີ່ມີເງື່ອນໄຂ ສະເໜີໃຫ້ອະໄພຍະໂທດ ເພື່ອນຳສະເໜີຕໍ່ຄະນະກຳມະການ ອະໄພຍະໂທດລະດັບຊາດ ພິຈາລະນາຕາມຂັ້ນຕອນທີ່ໄດ້ກໍານົດໄວ້ໃນ ລັດຖະບັນຍັດວ່າດ້ວຍ ການໃຫ້ອະໄພຍະໂທດ ສະບັບເລກທີ 001/ປປທ, ລົງວັນທີ 20 ມີນາ2018 ແລະ ກອງປະຊຸມຍັງໄດ້ຜ່ານສອງຂໍ້ຕົກລົງ ຄື: ຂໍ້ຕົກລົງແບ່ງຄວາມຮັບຜິດຊອບຂອງ ກອງເລຂາຄະນະກໍາມະການອະໄພຍະໂທດ ລະດັບຊາດ ສະ ບັບເລກທີ 11/ຄອຊ, ລົງວັນທີ 20 ມີນາ 2025 ແລະ ຕົກລົງແບ່ງຄວາມຮັບຜິດຊອບຄົ້ນຄວ້າຂອງ ກອງເລຂາຄະນະກໍາມະການອະໄພຍະໂທດລະດັບຊາດ ສະບັບເລກທີ 31/ກລຂ, ລົງວັນທີ 5 ພຶດສະ ພາ 2025.




​ໂອກາດນີ້
, ທ່ານ ບົວລີ ເພັດມີໄຊ ຍັງໄດ້ຮຽກຮ້ອງໃຫ້ ກອງເລຂາຄະນະກໍາມະການ ອະໄພຍະໂທດລະດັບຊາດ ສືບຕໍ່ເຊີດຊູ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນ ເພື່ອກວດກາການສະເໜີຂໍອະ ໄພຍະໂທດ ປະຈໍາປີ 2025, ຮັບປະກັນຄວາມຍຸຕິທໍາ, ຖືກຕ້ອງ ແລະ ທັນກໍານົດເວລາ. ນອກຈາກນີ້, ຍັງຮຽກຮ້ອງໃຫ້ກອງເລຂາ ຄະນະກໍາມະການອະໄພຍະໂທດລະດັບຊາດ ເປັນເຈົ້າການໂຄສະນາສຶກສາອົບຮົມ ໃນທົ່ວສັງຄົມ ໃຫ້ເຫັນໄດ້ແນວທາງ ມະນຸດສະທໍາຂອງພັກ-ລັດຖະບານ ສປປ ລາວ ແນໃສ່ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ເພື່ອປະກອບສ່ວນເຂົ້າໃນ ການປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ຂ່າວ: ແສງພະຈັນ

KPL

ຂ່າວອື່ນໆ

ads
ads

Top