ຂປລ
ຂປລ. ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ຈັດພິທີປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ (22 ມີນາ 1955-22 ມີນາ 2025) ແລະ ມອບບັດສະມາຊິກພັກ ຊຸດທີ VI ໃນວັນທີ 21 ພຶດສະພາ 2025

ຂປລ. ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ຈັດພິທີປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ (22 ມີນາ 1955-22 ມີນາ 2025) ແລະ ມອບບັດສະມາຊິກພັກ ຊຸດທີ VI ໃນວັນທີ 21 ພຶດສະພາ 2025 ໂດຍການເປັນປະທານຂອງ ສະຫາຍ ພົນຕີ ພັນແສງ ບຸນພັນ ກຳມະການຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ມີຄະນະພັກ-ຄະນະບັນຊາ, ຕາງໜ້າຫົວໜ່ວຍກົມກອງ ທີ່ຂຶ້ນກັບ ວປກ, ຕະຫລອດຮອດພະນັກງານ-ສະມາຊິກພັກ ເຂົ້າຮ່ວມ.

ສະຫາຍ ພັນເອກ ສອນທະນູ ແກ້ວໝືນເຮືອງ ກຳມະການຄະນະປະຈຳພັກ, ຮອງຫົວໜ້າການ ເມືອງ, ຫົວໜ້າກົມການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຜ່ານມະຕິຕົກລົງ ຂອງຄະນະເລຂາສູນກາງພັກ ວ່າດ້ວຍການປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະ ຕິວັດລາວ, ອີງຕາມ ກອງປະຊຸມຂອງກົມການເມືອງສູນກາງພັກ ກ່ຽວກັບການອະນຸມັດ ຍ້ອງຍໍຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ, ອີງຕາມໜັງສືສະເໜີ ຂອງຄະນະກຳມະການຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ, ຄະນະເລຂາທິການສູນກາງພັກ ຕົກລົງປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ໃຫ້ສະມາຊິກພັກ ປະຈໍາການ ກະຊວງປ້ອງກັນປະເທດ ຈໍານວນ 1.019 ສະຫາຍ, ຍິງ 56 ສະຫາຍ. ໃນນີ້, ມີສະມາຊິກພັກ ປະຈຳການຢູ່ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຈຳນວນ 36 ສະຫາຍ, ຍິງ 2 ສະຫາຍ ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫລອດໄລຍະຜ່ານມາ ແລະ ຜ່ານມະຕິຂອງຄະນະພັກ ກະຊວງປ້ອງກັນປະເທດ ວ່າດ້ວຍການຮັບຮອງອອກບັດ ສະມາຊິກພັກສົມບູນໂດຍໄດ້ຕົກລົງ: ຮັບຮອງການອອກບັດ-ມອບບັດ ສະມາຊິກພັກ ຊຸດທີ VI ໃຫ້ບັນດາສະຫາຍສະມາ ຊິກພັກສົມບູນ ຢູ່ຄະນະພັກວິທະຍາຄານ ປ້ອງກັນຊາດໄກສອນ ຈໍານວນ 219 ສະຫາຍ.

ໂອກາດນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ມີຄຳເຫັນໂອ້ລົມຫລາຍບັນຫາສຳຄັນ, ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາພະນັກງານທີ່ໄດ້ ຮັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະ ຊາຊົນປະຕິວັດລາວ ເຊິ່ງເປັນຫລຽນກາລະນຶກ ທີ່ມີຄວາມໝາຍສໍາຄັນ, ເປັນຜົນງານອັນໃຫຍ່ຫລວງ ທີ່ໄດ້ປະກອບສ່ວນ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ຜູ້ທີ່ໄດ້ຮັບບັດສະມາຊິກພັກສົມບູນ ເຊິ່ງສະແດງໃຫ້ເຫັນເຖິງບັນດາ ຜົນງານອັນໂດດເດັ່ນຂອງບັນດາສະຫາຍ ໃນໄລ ຍະຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ບັນດາສະຫາຍ ຈົ່ງຍົກສູງຄວາມສາມາດນໍາພາ, ເພີ່ມທະວີຄວາມຮັບ ຜິດຊອບວຽກງານການເມືອງ ຂອງທຸກການຈັດຕັ້ງ ແລະ ສະມາຊິກພັກໃຫ້ສູງຂຶ້ນ, ບຸກບືນສູ້ຊົນເຮັດສຳເລັດໜ້າທີ່ວຽກງານ, ຕ້ອງເພີ່ມທະວີໃນທຸກຂົງເຂດວຽກງານ ທີ່ຕົນເອງຮັບຜິດຊອບ ນັບທັງການປົກປັກຮັກສາ ແລະ ສ້າງສາພັດທະນາ ເພື່ອນຳພາກົມກອງ ຜົນສຳເລັດສູງຂຶ້ນເປັນກ້າວໆ.
ຂ່າວ-ພາບ: ຄຳໄຕ ຈັນນະຄອນ
KPL