ອີຢູ-ອັງກິດ ຊົມເຊີຍໜ້າປະຫວັດສາດໃໝ່

20/05/2025 22:25
Email Print 121
ຂປລ ທ່ານ ເຄີດ ສະຕາເມີ(Keir Starmer) ນາຍົກລັດຖະມົນຕີ ອັງກິດ ໄດ້ສະແດງ ຄວາມເຊື່ອໝັ້ນວ່າ: ການພົວພັນ ຄູ່ຮ່ວມມືໃໝ່ ກັບ ສະຫະພາບ ເອີຣົບ (EU) ຈະເປີດໜ້າ ປະຫວັດສາດໃໝ່ ໃນການພົວພັນ ລະຫວ່າງ ສອງຝ່າຍ ພາຍຫລັງ ອັງກິດ ຖອນຕົວ ອອກຈາກ ອີຢູ ກ່ອນນີ້ 5 ປີ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ທ່ານ ເຄີດ ສະຕາເມີ(Keir Starmer) ນາຍົກລັດຖະມົນຕີ ອັງກິດ ໄດ້ສະແດງ ຄວາມເຊື່ອໝັ້ນວ່າ: ການພົວພັນ ຄູ່ຮ່ວມມືໃໝ່ ກັບ ສະຫະພາບ ເອີຣົບ (EU) ຈະເປີດໜ້າ ປະຫວັດສາດໃໝ່ ໃນການພົວພັນ ລະຫວ່າງ ສອງຝ່າຍ ພາຍຫລັງ ອັງກິດ ຖອນຕົວ ອອກຈາກ ອີຢູ ກ່ອນນີ້ 5 ປີ. ຕາມທ່ານ ການນຳ ອັງກິດແລ້ວ, “ບັນດາ ຜົນປະໂຫຍດ ແທ້ຈິງ ແລະ ບໍ່ເປັນຮູບຮ່າງ ສຳລັບ ອັງກິດ ຈະໄດ້ສະແດງ ໃຫ້ເຫັນ ໃນບັນດາຂົງເຂດ ຄວາມໝັ້ນຄົງ, ການອົບພະຍົບ ຜິດກົດໝາຍ, ລາຄາ ພະລັງງານ, ຜະລິດ ຕະພັນ ກະສິກຳ, ການຄ້າ ກໍ່ຄື ວຽກເຮັດງານທຳ, ໄພເງິນເຟີ້ ແລະ ຄວາມໝັ້ນຄົງ ເຂດຊາຍແດນ. ສ່ວນ ທ່ານ ນາງ ຢູຊູລາ ວອນ ເດີເລເຢນ(Ursula von der Leyen)ປະທານ ຄະນະ ກຳມະການ ເອີລົບ (EC ໃຫ້ຮູ້ວ່າ: ນີ້ແມ່ນ ມື້ສຳຄັນ ຍ້ອນສອງຝ່າຍ ພວມສ້າງໜ້າ ປະຫວັດສາດໃໝ່ ແລະ ເປີດອະນາຄົດໃຫມ່. ກ່ອນໜ້ານັ້ນ ໃນວັນດຽວກັນ, ວົງການເຈົ້າໜ້າທີ່ ອີຢູ ໃຫ້ຮູ້ວ່າ: ສາມາດ ບັນລຸໄດ້ຂໍ້ຕົກລົງ ຊົ່ວຄາວກັບ ອັງກິດ ກ່ຽວກັບ ການປ້ອງກັນຊາດ ປ້ອງກັນ ຄວາມສະຫງົບ, ການປະມົງ ແລະ ບັນຫາຍົກຍ້າຍ ຂອງຊາວຫນຸ່ມ ກ່ອນທີ່ ດຳເນີນ ກອງປະຊຸມສຸດຍອດ ອີຢູ-ອັງກິດ ຊື່ງດຳເນີນຢູ່ ລອນດອນ ໃນວັນມີ 19 ພຶດສະພາ. ຂໍ້ຕົກລົງຊ່ົວຄາວນີ້ ຈະເປີດຊ່ອງທາງ ໃຫ້ແກ່ບັນດາວິສາຫະກິດ ອັງກິດ ທີ່ເຂົ້າຮ່ວມບັນດາສັນຍາ ປ້ອງກັນຊາດໃຫຍ່ຂອງ ອີຢູ ກໍ່ຄື ແກ້ໄຂບັນດາບັນຫາ ສັບສົນກ່ຽວກັບສິດທິການຫາປາ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top