ຂປລ
"ກິ່ນປາກ" ເປັນສິ່ງທີ່ຫລາຍຄົນບໍ່ປາຖະໜາທັງຜູ້ທີ່ເປັນເອງ ແລະ ຜູ້ທີ່ຢູ່ອ້ອມຂ້າງ, ດັ່ງນັ້ນ ຜູ້ທີ່ມີກິ່ນປາກຈຶ່ງພະຍາຍາມຫາທາງອອກທຸກວິທີທາງ ເພື່ອທີ່ຈະແກ້ໄຂບັນຫານັ້ນ, ກິ່ນປາກເກີດມາຈາກອາຫານທີ່ເຮົາກິນແລ້ວໄປສະສົມເມື່ອບໍ່ໄດ້ຮັບການທຳຄວາມສະອາດທີ່ພຽງພໍກໍຈະເຮັດໃຫ້ມີບັນຫາກິ່ນປາກຕາມມາ.
*"ກິ່ນປາກ" ເປັນສິ່ງທີ່ຫລາຍຄົນບໍ່ປາຖະໜາທັງຜູ້ທີ່ເປັນເອງ ແລະ ຜູ້ທີ່ຢູ່ອ້ອມຂ້າງ, ດັ່ງນັ້ນ ຜູ້ທີ່ມີກິ່ນປາກຈຶ່ງພະຍາຍາມຫາທາງອອກທຸກວິທີທາງ ເພື່ອທີ່ຈະແກ້ໄຂບັນຫານັ້ນ, ກິ່ນປາກເກີດມາຈາກອາຫານທີ່ເຮົາກິນແລ້ວໄປສະສົມເມື່ອບໍ່ໄດ້ຮັບການທຳຄວາມສະອາດທີ່ພຽງພໍກໍຈະເຮັດໃຫ້ມີບັນຫາກິ່ນປາກຕາມມາ. ສະນັ້ນ, ມື້ນີ້ຄໍລຳ “ ສຶກສາຫາຄວາມຮູ້ ” ຈະນຳສະເໜີກ່ຽວກັບວິທີການຫລຸດບັນຫາກິ່ນປາກ:
ໝາກນາວ: ກົດຊີຕຣິກໃນໝາກນາວ ມີຄຸນສົມບັດສາມາດຂ້າເຊ້ືອແບັກທີເລຍໃນຜ້ົງປາກໄດ້ ແລະ ເພ່ີມປະລິມານນໍ້າລາຍ ຊ່ວຍລ້າງແບັກທີເລຍດ້ວຍການກິນນໍ້າໝາກນາວ ແລະ ສາມາດເອົາເປືອກມາຫຍໍ້າຈະຊ່ວຍໃຫ້ແບັກທີເລຍທີ່ເຮັດໃຫ້ມີກ່ິນປາກຫລຸດລົງໄດ້.
ໝາກອຶ: ເປັນອາຫານທີ່ມີທາດສັງກະສີຊ່ວຍເຮັດໃຫ້ຮ່າງກາຍສາມາດໃນການຕໍ່ຕ້ານແບັກທີເລຍ, ຍັງຊ່ວຍລະບົບໄຫລວຽນຂອງເລືອດ ແລະ ປ້ອງກັນພະຍາດກະດູກຜ່ອຍໄດ້ອີກ.
ໝາກແຕງໂມ: ເປັນໝາກໄມ້ທ່ີຊ່ວຍລ້າງສິ່ງເສດເຫລືອໄດ້ດີໂດຍສະເພາະສິ່ງເສດເຫລືອຈາກໝາກໄຂ່ຫລັງ ແລະ ທໍ່ຍ່ຽວ, ຊ່ວຍບຳລຸງຜິວໜັງ ແລະ ຫລຸດບັນຫາກິ່ນປາກ.
ໝາກນັດ: ຊ່ວຍຕ້ານການອັກເສບ ແລະ ເພີ່ມພະລັງງານຍ່ອຍໂປຣຕີນ, ອຸດົມດ້ວຍໂບຣເມລິນ, ມີວິຕາມິນບີ, ກົດໂຟລິກ, ໂພແທັດຊຽມ,ໂຊດຽມ ແລະ ແມກນີຊຽມ, ເປັນສານອາຫານທີ່ສຳຄັນຂອງຮ່າງກາຍ.
ໝາກແອັບເປິນ: ອຸດົມດ້ວຍໂພແທັດຊຽມ, ທາດເຫລັກ, ແມກນີຊຽມວິຕາມິນ ບີ1, ບີ2 ແລະ ບີ 6 ຊ່ວຍລ້າງສານພິດອອກຈາກຕັບ ແລະ ໝາກໄຂ່ຫລັງ, ຍັງມີສານຕ້ານອະນຸມູນອິດສະລະ, ກົດຢູລິກ, ກົດແທນນິກ ແລະ ເສັ້ນໃຍເພັກຕິນ ທີ່ຊ່ວຍໃຫ້ກະເພາະອາຫານ ແລະ ລຳໄສ້ສະອາດ.

ໃບສີດາ: ມີສານຄໍໂລຟິນ ຈະຊ່ວຍດັບກິ່ນປາກໄດ້ດີ, ໂດຍການເອົາໃບສີດາ 2-3 ໃບມາຫຍໍ້າ ແລະ ຄາຍຖິ້ມຈະເຮັດໃຫ້ຫລຸດກິ່ນປາກໄດ້ດີ.
ໝາກກ້ຽງ: ນອກຈາກອຸດົມດ້ວຍວິຕາມິນຊີແລ້ວ ຍັງຊ່ວຍຫລຸດການອັກເສບ, ປ້ອງກັນເຊື້ອແບັກທີເລຍ, ຊ່ວຍຮັກສາຄວາມສົມດູນແບັກທີເລຍໃນລຳໄສ້ ແລະ ຫລຸດອາການທ້ອງອືດ ເຊ່ິງເປັນສາເຫດຂອງກິ່ນປາກ.
ໂດຍ:ລູກສາວຫລາວຫລ້າ້າ
KPL