ວັນແຫ່ງໄຊຊະນະ ມະຫາສົງຄາມປ້ອງກັນປີຕຸພູມ ຄົບຮອບ 80 ປີ

12/05/2025 10:56
Email Print 117
ຂປລ ມະຫາສົງຄາມປ້ອງກັນປິຕຸພູມ ໄດ້ຝາກບາດແຜອັນເຈັບປວດຢູ່ໃນດວງໃຈຂອງຄົນຫລາຍລ້ານຄົນ.

     *ມະຫາສົງຄາມປ້ອງກັນປິຕຸພູມ ໄດ້ຝາກບາດແຜອັນເຈັບປວດຢູ່ໃນດວງໃຈຂອງຄົນຫລາຍລ້ານຄົນ. ສົງຄາມໄດ້ເລີ່ມຕົ້ນຂຶ້ນໃນຕອນເຊ້ົາມືດຂອງວັນທີ 22 ມິຖຸນາ 1941 ພາຍຫລັງນາຊີເຢຍລະມັນຂອງຮິດເລີ ໄດ້ທໍລະຍົດໂຈມຕີສະຫະພາບໂຊວຽດ. ເຖິງແມ່ນວ່າ ເຢຍລະມັນ ໄດ້ລົງນາມໃນສັນຍາວ່າດ້ວຍການບໍ່ຮຸກຮານກັນ ໃນເດືອນສິງຫາ 1939 ກໍ່ຕາມ, ແຕ່ພາຍຫລັງຮິດ ເລີ ຂຶ້ນກໍາອໍານາດກໍ່ໄດ້ສັ່ງໃຫ້ກອງກໍາລັງຂອງນາຊີເຢຍລະມັນ ເຄື່ອນທັບໄປທາງທິດຕາເວັນອອກ ເພ່ືອກວາດລ້າງປະເທດຂອງພວກເຮົາອອກຈາກແຜນທີ່ໂລກ. ຫລັງຈາກນັ້ນ, ການຕໍ່ສູ້ທີ່ຫຍຸ້ງຍາກທີ່ສຸດໄດ້ແກ່ຍາວເປັນເວລາ 1.418 ວັນ, ເຊິ່ງແມ່ນການຕໍ່ສູ້ດ້ວຍຄວາມພິລະອາດຫານເສຍສະລະເລືອດເນື້ອຂອງບັນພະບູລຸດທີ່ເປັນປູ່ຍ່າຕາຍາຍ ແລະ ລູກຫລານຂອງພວກເຮົາຈົນນໍາໄປສູ່ໄຊຊະນະອັນຍິ່ງໃຫຍ່. ໃນໄລຍະທໍາອິດຂອງສົງຄາມ, ກອງທັບໂຊວຽດ ໄດ້ຮັບຄວາມສູນເສຍຢ່າງໜັກໜ່ວງ ແລະ ໄດ້ເສຍດິນແດນຂະໜາດໃຫຍ່. ແຕ່ສັດຕູກໍ່ໄດ້ຮັບການສູນເສຍຢ່າງໃຫຍ່ຫລວງທີ່ບໍ່ເຄີຍພົບພໍ້ມາກ່ອນເຊັ່ນກັນທີ່ຕ່າງຈາກຜົນ ສໍາເລັດໃນສົງຄາມໄລຍະສັ້ນຢູ່ແນວໜ້າຕາເວັນຕົກໃນກ່ອນໜ້ານ້ັນ. ໜຶ່ງໃນຈຸດປ່ຽນແປງໃນໄລຍະຕົ້ນຂອງສົງຄາມແມ່ນການປົກປ້ອງ ນະຄອນ ຫລວງມົດສະກູ ໃນລະດູໃບໄມ້ຫລົ່ນ ປີ 1941. ການຕໍ່ສູ້ເພື່ອປົກປ້ອງມົດສະກູໄດ້ກາຍເປັນໄຊຊະນະທາງຍຸດທະສາດຄັ້ງທໍາອິດຂອງກອງທັບແດງ ທີ່ສາມາດຂັດຂວາງແຜນການຂອງ ຮິດເລີ ໃນການດໍາເນີນສົງຄາມແບບສາຍຟ້າແລບ ແລະ ທັງໄດ້ປຸກລະດົມປະຊາຊົນໂຊວຽດທຸກຄົນໃນການສືບຕໍ່ຕໍ່ສູ້ຕ້ານສັດຕູ. ຂີດໝາຍທີ່ສໍາຄັນອັນໜຶ່ງໃນປະຫວັດສາດຂອງມະຫາສົງຄາມປ້ອງກັນປິຕຸພູມ ແມ່ນບັ້ນຮົບເພື່ອປົກປ້ອງເມືອງຊະຕາລິນກຣາດ ທີ່ເລີ່ມຂ້ຶນໃນວັນທີ 17 ກໍລະກົດ 1942, ເຊິ່ງໄດ້ກາຍເປັນຈຸດປ່ຽນພື້ນຖານ ແລະ ເປັນຈຸດຊີ້ຊະຕາຂອງສົງຄາມ. ໃນເດືອນມັງກອນ 1943 ແມ່ນອີກ ເຫດການໜຶ່ງທີ່ສໍາຄັນໄດ້ເກີດຂຶ້ນຄື ການສາມາດທໍາລາຍວົງປິດລ້ອມ ເມືອງເລນິນກຣາດ; ໃນເດືອນ ກຸມພາ ກອງທັບແດງສາມາດປົດ ປ່ອຍເມືອງກູຣສກ໌ (Kursk); ແລະ ໃນເດືອນກລະກົດ 1943 ບັ້ນຮົບຢູ່ເມືອງກູຣສກ໌ ໄດ້ກາຍເປັນ ໜຶ່ງໃນບັ້ນຮົບທີ່ມີການຕໍ່ສູ້ດ້ວຍລົດ ຖັງ ທີ່ໃຫຍ່ທີ່ສຸດໃນປະຫວັດສາດ, ເຊິ່ງໄຊຊະນະດັ່ງກ່າວໄດ້ເຮັດໃຫ້ກອງທັບແດງ ສາມາດເລີ່ມດໍາເນີນການທາງຍຸດທະສາດໄດ້ໃນທີ່ສຸດ. ໃນຂະນະທີ່ກອງທັບໂຊວຽດໄດ້ເຄື່ອນທັບໄປທາງຕາເວັນຕົກ, ເຂົາເຈົ້າສາມາດປົດປ່ອຍດິນແດນທີ່ຖືກຍຶດຄອງ, ເຊ່ິງໄດ້ນໍາເອົາຄວາມຫວັງ ແລະ ຄວາມສຸກໃຫ້ແກ່ປະຊາຊົນທ້ອງຖິ່ນ. ໃນລະດູໃບໄມ້ຫລົ່ນ, ບັ້ນຮົບຕາມແມ່ນໍ້າເດີນິບໂປຣໄດ້ສິ້ນສຸດລົງ, ເຮັດໃຫ້ເມືອງໂດເນັດສກ໌ ແລະ ເມືອງໂນໂວໂຣຊີອີສກ໌ໄດ້ຮັບການປົດປ່ອຍໃນທ້າຍປີ 1943. ໃນລະດູ ໃບໄມ້ປົ່ງ, ກອງກໍາລັງຂອງກອງທັບແດງ ໄດ້ຂັບໄລ່ພວກຟາດຊິດອອກຈາກເມືອງໂອເດັດຊາ, ເມືອງໄຄຣເມຍ ແລະ ເມືອງເຊວາສະໂຕໂປນ.

    ໃນທ້າຍເດືອນມິຖຸນາ 1944, ບັ້ນຮົບ “ບັກຣາຕິໂອນ” ເຊິ່ງແມ່ນບັ້ນຮົບຍຸດທະສາດ ເພື່ອບຸກໂຈມຕີບັນດາປະເທດທີ່ມີຊື່ສຽງ ໄດ້ເລີ່ມຂຶ້ນ ແລະ ໄດ້ນໍາໄປສູ່ການປົດປ່ອຍເບລາຣຸດ, ມົນໂດວາ, ບັນດາປະເທດຢູ່ແຫລມບານຕິກ ແລະ ຕໍ່ມາບັນດາປະເທດເອີຣົບຄື: ການປົດປ່ອຍປະເທດຢູໂກສະລາວີຈາກການຍຶດຄອງຂອງຟາດຊິດເຢຍລະມັນ ແລະ ປົດປ່ອຍປະເທດຣູມານີ ແລະ ບູນກາຣີ ຈາກພວກກໍາອໍານາດທີ່ເປັນຜູ້ສົມຮູ້ຄວາມຄິດກັບຮິດເລີ. ໃນປີນັ້ນ, ກອງທັບແດງໂຊວຽດຍັງສາມາດ ບຸກຕີເຂົ້າໄປເຖິງເຊັກໂກສະໂລວາກີ ແລະ ຮົງກາຣີ, ແລະ ສືບຕໍ່ບັ້ນຮົບບຸກໂຈມຕີ ຈົນສາມາດປົດປ່ອຍເມືອງວາກໂຊວີໃນເດືອນມັງກອນ 1945, ເມືອງບູດາແປດ ໃນເດືອນກຸມພາ, ແລະ ເມືອງບຣາຕິດສະລາວາ ແລະ ເມືອງວຽນນາໃນເດືອນເມສາ 1945. ໃນໄລຍະດັ່ງກ່າວ, ກອງທັບໂຊວຽດ ຍັງໄດ້ເອົາຊະນະພວກຟາຊິດ ຢູ່ເມືອງໂຄນິກສະແບກ. ຈາກຜົນຂອງການສູ້ຮົບຢ່າງນອງເລືອດ, ມາຮອດທ້າຍເດືອນເມສາທຸງແຫ່ງ ໄຊຊະນະໄດ້ຖືກໂບກສະບັດຢູ່ເທິງຫລັງອາຄານສະພາຂອງຟາດຊິດເຢຍລະມັນ, ແລະ ໃນຕົ້ນເດືອນ ພຶດສະພາ ກອງທະຫານສັດຕູຢ່ແບກແລງ ໄດ້ຖືກດັບສູນ ແລະ ໃນວັນທີ 8 ພຶດສະພາ (ວັນທີ 9 ພຶດສະພາ ຕາມເວລາມົດສະກູ) ເຢຍລະມັນໄດ້ ລົງນາມໃນສັນຍາຍອມຈໍານົນຢ່າງບໍ່ມີເງື່ອນໄຂຕໍ່ສະຫະພາບໂຊວຽດ ແລະ ກຸ່ມປະເທດພັນທະມິດຕ່ໍຕ້ານຮິດເລີ. ນັບແຕ່ເວລານັ້ນເປັນຕົ້ນມາ, ພວກເຮົາໄດ້ສະເຫລີມສະຫລອງວັນທີ 9 ພຶດສະພາ ເປັນວັນແຫ່ງການສິ້ນສຸດຂອງມະຫາສົງຄາມປ້ອງກັນປິຕຸພູມ ແລະ ວັນແຫ່ງມະຫາໄຊຊະນະຂອງພວກເຮົາ. ປະຊາຊົນລາວ ກໍ່ໄດ້ຮັບຜົນສະທ້ອນຈາກສົງຄາມໂລກຄັ້ງທີ 2 ເຊັ່ນດຽວກັນ, ເນື່ອງຈາກຢູ່ພາຍໃຕ້ການຍຶດຄອງຂອງຜູ້ຮຸກຮານພາຍນອກ ຄື: ລັດທິລ່າເມືອງຂຶ້ນຝຣັ່ງ ແລະ ລັດທິຂຸນເສິກຍີ່ປຸ່ນ, ເຊິ່ງການປະລາໄຊຂອງພວກຟາດຊິດ ໄດ້ເປັນແຮງກະຕຸ້ນຂະບວນການຕໍ່ສູ້ ປົດປ່ອຍຊາດຢູ່ລາວ.

    ໄຊຊະນະຂອງສົງຄາມອັນໂຫດຮ້າຍດ່ັງກ່າວ ໄດ້ເຮັດໃຫ້ທົ່ວໂລກຮັບຮູ້ເຖິງຄວາມເດັດດ່ຽວກ້າຫານອົດທົນ ແລະ ຈິດໃຈອັນແຮງກ້າຂອງປະຊາຊົນໂຊວຽດ. ວັນແຫ່ງໄຊຊະນະດັ່ງກ່າວ ຈະເປັນວັນແຫ່ງການລະນຶກ ແລະ ສະແດງຄວາມຮູ້ບຸນຄຸນຕ່ໍທຸກຄົນທ່ີເສຍສະລະຊີວິດ ເພື່ອອະນາຄົດແຫ່ງສັນຕິພາບຂອງພວກເຮົາ, ຕໍ່ທຸກຄົນທີ່ກັບຄືນມາຕຸພູມດ້ວຍ ໄຊຊະນະ ແລະ ຕໍ່ທຸກຄົນທີ່ຢູ່ແນວຫລັງທີ່ປະຕິບັດໜ້າທີ່ທັງເວັນ ແລະ ຄືນເພ່ືອຍາດມາໄດ້ແຫ່ງໄຊຊະນະ. ໃນປັດຈຸບັນ, ເມື່ອລັດທິຟາດຊິດ ແລະ ນາຊີແບບໃໝ່ທີ່ຟື້ນຄືນໃນບາງພາກພື້ນຂອງໂລກ, ພວກເຮົາຕ້ອງລະນຶກເຖິງນັກຮົບໂຊວຽດ ຜູ້ທີ່ບໍ່ພຽງແຕ່ປົດປ່ອຍປະເທດຊາດຂອງຕົນຈາກພວກຟາດຊິດ, ແຕ່ຍັງຊ່ວຍປະຊາຊົນເອີຣົບ ທີ່ຖືກລະບອບຜະເດັດການຂອງຮິດເລີຍຶດຄອງ ຫລື ຄອບງໍາສາມາດຢູ່ລອດ ແລະ ຮັກສາອໍານາດອະທິປະໄຕ ແລະ ເອກະລາດແຫ່ງຊາດໄດ້. ນັກຮົບໂຊວຽດ ໄດ້ປົກປ້ອງໂລກໄວ້, ແລະ ມັນບໍ່ແມ່ນ ຄວາມບັງເອີນທີ່ວ່າໃນກອງປະຊຸມ ຄົບຄະນະສະມັດຊາໃຫຍ່ ອົງການ ສະຫະປະຊາຊາດ ຄັ້ງທີ 79 ທີ່ຈັດ ຂຶ້ນໃນວັນທີ 7 ມີນາ 2025 ໄດ້ຮັບ ຮອງເອົາຍັດຕິວ່າດ້ວຍການສິ້ນສຸດ ຂອງສົງຄາມໂລກ ຄັ້ງທີ 2 ຄົບຮອບ 80 ປີ ດ້ວຍຄວາມເປັນເອກະສັນ, ເຊິ່ງຍັດຕິດັ່ງກ່າວ ມີ 54 ປະເທດໃນທ່ົວໂລກ ເຂ້ົາເປັນເຈ້ົາພາບຮ່ວມ, ໃນນັ້ນລວມທັງ ສປປ ລາວ. ເນ້ືອໃນຂອງຍັດຕິດ່ັງກ່າວໄດ້ເຕືອນ ໃຫ້ຮູ້ວ່າການສິ້ນສຸດຂອງສົງຄາມໂລກ ຄັ້ງທີ 2 ໄດ້ເປັນເງື່ອນໄຂໃຫ້ແກ່ການສ້າງຕັ້ງອົງການສະຫະປະຊາຊາດ. ຍັດຕິດ່ັງກ່າວຍັງຮຽກຮ້ອງໃຫ້ບັນດາປະເທດສະມາຊິກຮ່ວມມືກັນເພື່ອຕໍ່ສູ້ກັບສິ່ງທ້າທາຍ ແລະ ໄພຄຸກຄາມຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ພາຍໃຕ້ບົດບາດຂອງອົງການ ສປຊ ເປັນໃຈກາງ. ການຮັບຮອງເອົາຍັດຕິດັ່ງກ່າວ ຍັງເປັນການລະນຶກເຖິງນັກຮົບວິລະຊົນທີ່ໄດ້ຕໍ່ສູ້ຕ້ານລັດທິນາຊີ, ລັດທິຟາຊິດ ແລະ ລັດທິຂຸນເສິກ, ຕະຫລອດເຖິງພົນລະເຮືອນຫລາຍລ້ານຄົນ ທີ່ໄດ້ເສຍຊີວິດຈາກສົງຄາມ. ໃນວັນທີ 9 ພຶດສະພາ ທີ່ຈະມາເຖິງນີ້, ກ້ອນກໍາລັງຂອງກອງທັບ ລວມທັງກ້ອນກໍາລັງຂອງກອງທັບປະຊາຊົນລາວ ຈະເດີນຂະບວນສວນສະໜາມຢູ່ສະໜາມແດງຢູ່ມົດສະກູ ຕໍ່ໜ້າຜ້ນໍາຂອງຫລາຍປະເທດທີ່ເຂົ້າຮ່ວມງານລວມທັງຄະນະຜູ້ແທນຂັ້ນສູງຈາກ ສປປ ລາວ, ພວກເຮົາຈະຈົດຈໍາບຸນຄຸນຂອງຜູ້ທີ່ເສຍສະລະຊີວິດ ເພື່ອອະນາຄົດແຫ່ງສັນຕິພາບ, ຜູ້ທ່ີກັບຄືນມາຕຸພູມດ້ວຍໄຊຊະນະ ແລະ ຜູ້ທີ່ໄດ້ກອບກູ້ມວນມະນຸດຈາກກໍາລັງຊົ່ວຮ້າຍ.

ຊົມເຊີຍວັນແຫ່ງມະຫາໄຊ ຊະນະ!

KPL

ຂ່າວອື່ນໆ

ads
ads

Top