ກອງບັນຊາການທະຫານແຂວງຜົ້ງສາລີ ຖືສຳຄັນວຽກງານປ້ອງກັນຊາດທົ່ວປວງຊົນຮອບດ້ານຂອງພັກ

12/05/2025 10:49
Email Print 933
ຂປລ ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງຜົ້ງສາລີ ຮອງປະທານຄະນະກໍາມະການ ປກຊ- ປກສ ແຂວງ ໄດ້ໃຫ້ຮູ້ວ່າ: ເນ່ືອງໃນໂອກາດກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ເວ້ົາລວມ, ເວົ້າສະເພາະແມ່ນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ຂອງອົງຄະນະພັກກອງບັນຊາການທະຫານແຂວງ ຜົ້ງສາລີ ທີ່ຈະມາເຖິງໃນມໍ່ໆນີ້ວ່າ.

    *ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງຜົ້ງສາລີ ຮອງປະທານຄະນະກໍາມະການ ປກຊ- ປກສ ແຂວງ ໄດ້ໃຫ້ຮູ້ວ່າ: ເນ່ືອງໃນໂອກາດກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ເວ້ົາລວມ, ເວົ້າສະເພາະແມ່ນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ຂອງອົງຄະນະພັກກອງບັນຊາການ ທະຫານແຂວງຜົ້ງສາລີ ທີ່ຈະມາເຖິງໃນມໍ່ໆນີ້, ກອງບັນຊາການທະຫານແຂວງຜົ້ງສາລີແມ່ນກົມກອງໜຶ່ງທີ່ເຮັດໜ້າທີ່ເປັນກຳລັງຫລັກແຫລ່ງຮັບປະກັນໃຫ້ແຂວງມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍດີ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ບັນດາອົງການ, ກົມກອງໄດ້ເປັນເສນາທິການໃຫ້ແກ່ອົງຄະນະພັກກອງບັນຊາການທະຫານແຂວງ, ກໍ່ຄືປະຊາຊົນບັນດາເຜົ່າໃນທົ່ແຂວງໃນການເຄື່ອນໄຫວເຮັດໜ້າທີ່ປົກປັກຮັກສາເຂດນ້ຳແດນດິນ ແລະ ຮັກ ສາທິດໜຶ່ງຂອງປະເທດໄວ້ໄດ້ຢ່າງໝັ້ນຄົງ, ຕັ້ງໜ້າປັບປຸງກໍ່ສ້າງກຳລັງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ໂດຍພາຍໃຕ້ການຊີ້ນຳໂດຍກົງຮອບດ້ານຈາກຄະນະນຳກະຊວງປ້ອງກັນປະເທດ ກ່ໍຄືຄະນະກຳມະການ ປກຊ-ປກສ ແຂວງ, ໃນແຕ່ລະໄລຍະໄດ້ຈັດມີກອງປະຊຸມສະຫລຸບຖອດຖອນ ບົດ ຮຽນແລກປ່ຽນລາຍງານສະພາບພາຍໃນແຂວງ, ປະຈໍາເດືອນ, ປະຈຳໄຕມາດ 4 ແຂວງພາກເໜືອ, 1 ກອງພົນເປັນປົກກະຕິ ເພື່ອສະຫລຸບລາຍງານສະພາບໃຫ້ກັນ ແລະ ກັນໄດ້ຮັບຮູ້ພ້ອມທັງລາຍງານສະພາບປະກົດການຫຍໍ້ທ້ໍ ໃນຂອບເຂດກົມກອງຮັບຜິດຊອບເພື່ອພ້ອມກັນຄົ້ນຄວ້າແກ້ໄຂໃຫ້ຖືກຕ້ອງສອດຄ່ອງ, ທັນເວລາ, ເພື່ອຮັບປະກັນໃຫ້ສະພາບມີຄວາມສະຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍຢ່າງໜັກແໜ້ນ.

    ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ກ່າວຕື່ມວ່າ: ປັດຈຸບັນ, ບັນດາອິດທິກຳລັງປໍລະປັກຍັງສືບຕໍ່ປະຕິບັດກົນອຸບາຍຍຸດທະສາດຫັນປ່ຽນໂດຍສັນຕິດ້ວຍຫລາຍຮູບການ, ຕໍ່ກັບບັນຫາດັ່ງກ່າວພາຍໃຕ້ການນຳພາຂອງພັກ ເຊິ່ງເວລາໃດກໍ່ຖືເອົາວຽກງານ ປກຊ- ປກສ ທົ່ວປວງຊົນຮອບດ້ານຂອງພັກ ເປັນບູລິມະສິດແຖວໜ້າຕິດພັນກັບວຽກງານ 3 ສ້າງຂອງພັກໃນການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນກຸ່ມບ້ານພັດທະນາໂດຍປິ່ນອ້ອມຕາມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ, ວຽກງານເຮັດໃຫ້ມີຄວາມສະຫງົບ ໄດ້ຫັນເອົາພະນັກງານລົງກໍ່ສ້າງຮາກຖານເມືອງພັດທະນາຊົນນະບົດຮອບດ້ານ ແລະ ສ້າງທ່າສະໜາມສົງຄາມປະຊາຊົນຕາມທິດ 3 ສ້າງ ໂດຍສຸມໃສ່ສ້າງບ້ານພັດທະນາ, ບ້ານປ້ອງກັນຊາດເຂັ້ມແຂງຕິດພັນກັບການສ້າງບ້ານປ້ອມໝ້ັນ-ກຸ່ມບ້ານສູ້ຮົບຕິດລຽນ, ກຸ່ມບ້ານພັດທະນາຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ, ໂດຍຖືເອົາການສຶກສາອົບຮົມການເມືອງ- ນຳພາແນວຄິດເປັນກົກ, ການພັດທະນາເສດຖະກິດ, ວັດທະນະທຳສັງຄົມເປັນໃຈກາງ. ຂະນະທີ່ຜ່ານມາໄດ້ເປີດຊຸດອົບຮົມຫັດແອບການສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລຽນໄດ້ 3 ກຸ່ມບ້ານຄື: ກຸ່ບ້ານປ່າລັນ ເມືອງໃໝ່, ກຸ່ມບ້ານນ້ຳລີ ເມືອງສຳພັນ ແລະ ກຸ່ມບ້ານລອງນາຍເກ່ົາ ເມືອງບຸນໃຕ້, ເພ່ືອສ້າງໃຫ້ອົງການຈັດຕັ້ງຂັ້ນບ້ານ, ກຳລັງກອງຫລອນ, ປກສ ບ້ານ ແລະ ປະຊາຊົນບັນດາເຜົ່າມີຄວາມຮັບຮູ້ເຂົ້າໃຈຕໍ່ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ໃຫ້ກາຍເປັນໜ້າທີ່ທົ່ວປວງຊົນ, ໃນນ້ມີບ້ານທີ່ໄດ້ຮັບໃບຢັ້ງຢືນເປັນບ້ານປ້ອງກັນຊາດເຂັ້ມແຂງ 188  ບ້ານ, ຄອບຄົວປ້ອງກັນຊາດ 20.465 ຄອບຄົວໃນທົ່ວແຂວງ, ຄຽງຄູ່ກັນນັ້ນໄດ້ເອົາໃຈໃສ່ປະສານສົມທົບແໜ້ນກັບພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະແມ່ນກຳລັງ ປກສ ແຂວງ ແລະ ອຳນາດການປົກຄອງ ທ້ອງຖິ່ນແຕ່ລະຂັ້ນເປັນເຈົ້າການໃນ ການເຮັດໜ້າທີ່ຮັກສາຄວາມປອດ ໄພໃຫ້ແກ່ການນຳພັກ-ລັດແຂວງ, ແຂກພາຍໃນ ແລະ ຕ່າງປະເທດ, ກອງປະຊຸມຂັ້ນຕ່າງໆ, ວັນບຸນສຳຄັນຂອງພັກຂອງຊາດ, ຂອງ ກອງທັບ ແລະ ງານບຸນປະເພນີຂອງທ້ອງຖິ່ນຮັບປະກັນໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ 100%. 

    ຂະນະທີ່ວຽກງານພົວພັນຮ່ວມມືໄດ້ປະສານສົມທົບແໜ້ນກັບບັນດາກົມກອງ, ກອງບັນຊາການທະຫານແຂວງພາກເໜືອ ແລະ ກອງພົນທະຫານຮາບທີ 3 ໃນ ການແລກປ່ຽນສະພາບການຕ່າງໆ ທີ່ເກີດຂຶ້ນເປັນປົກກະຕິຕາມການຊີ້ນຳຂອງກະຊວງປ້ອງກັນປະເທດ ແລະ ພົວພັນຮ່ວມມືກັບສາກົນ, ເພື່ອນມິດຍຸດທະສາດເປັນຕົ້ນແມ່ນການພົວພັນຮ່ວມມືແບບພິເສດຂອງສອງພັກ-ສອງລັດ, ສອງກອງທັບລາວ-ຫວຽດນາມ ພິເສດແມ່ນກອງບັນຊາການທະຫານແຂວງຜົ້ງສາລີ ໃນການເຄື່ອໄຫວແຮກສ່ຽວກັບກອງບັນຊາການທະຫານແຂວງດຽນບຽນ, ແຂວງຕວຽນກວາງ ກອງບັນຊາການທະຫານເຂດ 2 ແຫ່ງ ສສ ຫວຽດນາມ, ເພ່ືອປະກອບສ່ວນເພ່ີມທະວີມູນເຊື້ອສາມັກຄີພິເສດໃຫ້ໝັ້ນຄົງຂະນົງແກ່ນຊົ່ວກາລະນານ ແລະ ສປ ຈີນ ກໍ່ແມ່ນຄູ່ຮ່ວມຊາຕາກຳໃນການພົວພັນຮ່ວມມືສອງຝ່າຍໃນການແລກປ່ຽນສະພາບການຕ່າງໆ, ຊ່ວຍເຫລືອເຊ່ິງກັນ ແລະ ກັນໃນຫລາຍດ້ານ, ມີການພົບປະແລກປ່ຽນຖອດຖອນບົດຮຽນວຽກງານປ້ອງກັນຊາດ ເຮັດໃຫ້ສະພາບຊາຍແດນມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍຢ່າງໜັກແໜ້ນ. ສະຫາຍ ພົນຈັດຕະວາ ຊຽງ ເພັງ ກ່າວ. 

ໂດຍ: ຮ້ອຍຕີ ທອງສຸກ ຈັນຖະໜອມ

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top