ຂປລ
ປັດຈຸບັນການປະຕິບັດລະບຽບ, ກົດໝາຍຕ່າງໆຂອງສັງຄົມເຫັນວ່າ ໄດ້ມີຄວາມເຂົ້າໃຈ ແລະ ເອົາໃຈໃສ່ປະຕິບັດຢ່າງເຂັ້ມງວດອັນເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ສະຫງົບໂດຍພື້ນຖານ.
*ປັດຈຸບັນການປະຕິບັດລະບຽບ, ກົດໝາຍຕ່າງໆຂອງສັງຄົມເຫັນວ່າ ໄດ້ມີຄວາມເຂົ້າໃຈ ແລະ ເອົາໃຈໃສ່ປະຕິບັດຢ່າງເຂັ້ມງວດອັນເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ສະຫງົບໂດຍພື້ນຖານ. ແນວໃດກໍ່ດີ ມື້ນີ້ຄໍລຳຊີວິດ ແລະ ກົດໝາຍ ຂໍມາສະເໜີກ່ຽວກັບບາງພາກ, ໝວດ, ບາງມາດຕາຂອງກົດໝາຍວ່າດ້ວຍການຈະລາຈອນທາງບົກ (ສະບັບປັບປຸງ) ທີ່ຕິດພັນກັບຜູ້ໃຊ້ລົດ ໃຊ້ຖະໜົນ ໃນແຕ່ລະມື້ໂດຍສະເພາະແມ່ນພາກທີ II ການຈະລາຈອນທາງບົກ, ໝວດທີ 1 ລະບຽບການຈະລາຈອນທາງບົກໃນມາດຕາ 9 ຫາ ມາດຕາ 12 ໃຫ້ພວກເຮົາໄດ້ຮັບຮູ້ນຳກັນ.
ໃນກົດໝາຍວ່າດ້ວຍການຈະລາຈອນທາງບົກ (ສະບັບປັບປຸງ) ຢູ່ມາດຕາ 9 (ປັບປຸງ) ລະບຽບການທ່ົວໄປ; ໃນການຈະລາຈອນທາງບົກຢູ່ ສປປ ລາວ ໃຫ້ໃຊ້ກ້ຳຂວາ, ຜູ້ນໍາໃຊ້ເສັ້ນທາງຕ້ອງໄປຕາມຊ່ອງ ຈະລາຈອນຕາມທິດທາງທີ່ກໍານົດ ແລະ ຕ້ອງປະຕິບັດຕາມກົດໝາຍ ສະບັບນີ້ ແລະ ກົດຈະລາຈອນຢ່າງເຂັ້ມງວດ.ກົດຈະລາຈອນທາງບົກ ຕ້ອງໄດ້ຈັດເຂົ້າໃນຫລັກສູດການຮຽນ-ການສອນໃນແຕ່ລະຊັ້ນຮຽນລວມທັງລະບົບອະນຸບານ, ສາມັນ ແລະ ວິຊາຊີບ ແລະ ຈັດຕັ້ງເຜີຍແຜ່ໃຫ້ທົ່ວສັງຄົມໄດ້ຮັບຮູ້ດ້ວຍຫລາຍຮູບການ.
ມາດຕາ 10 (ໃໝ່) ລະບຽບການສໍາລັບຄົນຍ່າງ; ການຍ່າງຕາມທາງ ແລະ ຍ່າງຂ້າມທາງໃນຕົວເມືອງ, ເທສະບານໃຫ້ປະຕິບັດດັ່ງນີ້: ຍ່າງໄປຕາມທາງທີ່ໄດ້ກໍານົດໄວ້ສໍາລັບໃຫ້ຄົນຍ່າງ, ຖ້າຫາກບໍ່ມີທາງສໍາລັບຄົນຍ່າງກໍໃຫ້ຍ່າງລຽບຕາມແຄມທາງເບື້ອງຊ້າຍ ເພື່ອໃຫ້ສາມາດແນມເຫັນລົດ ທີ່ແລ່ນເຂົ້າມາຫາຕົນ, ຖ້າຫາກມີຫລາຍຄົນຍ່າງນໍາກັນໃຫ້ຍ່າງຕາມຫລັງກັນເປັນແຖວດຽວ ແລະ ແນບເຂົ້າແຄມທາງຍົກເວັ້ນການສວນສະໜາມ, ຂະບວນທາງການ, ຂະບວນແຫ່ພິທີທາງສາສະໜາ, ສົ່ງສະການ ຫລື ຂະບວນຍ່າງອື່ນທີ່ໄດ້ຮັບອະນຸຍາດ; ຍ່າງຂ້າມຕາມທາງມ້າລາຍ, ບ່ອນ ມີໄຟສັນຍານ, ຂົວຂ້າມທາງ, ອຸມົງ ຫລື ບ່ອນທີ່ກໍານົດໄວ້, ຖ້າຫາກບ່ໍມີບ່ອນຂ້າມຕາມທ່ີໄດ້ກໍານົດໄວ້ນີ້ໃຫ້ຍ່າງຂ້າມທາງຢູ່ບ່ອນທ່ີເຫັນວ່າມີຄວາມປອດໄພ. ທຸກຄົນມີໜ້າທີ່ຊ່ວຍເຫລືອເດັກນ້ອຍ, ຜູ້ເຖົ້າ, ຄົນພິການ ແລະ ຜູ້ບໍ່ສາມາດຊ່ວຍຕົນເອງໄດ້ໃນເວລາຍ່າງຂ້າມທາງ. ມາດຕາ 11 (ປັບປຸງ) ລະບຽບການຄຸ້ມຄອງສັດລ້ຽງ; ບໍ່ອະນຸຍາດໃຫ້ລ້ຽງ ແລະ ປ່ອຍສັດທຸກຊະນິດຕາມເສັ້ນທາງຫລວງ. ການເຄື່ອນຍ້າຍສັດຕາມເສັ້ນທາງຕ້ອງມີຜູ້ຄວບຄຸມ ແລະ ຕ້ອງປະຕິບັດຕາມກົດຈະລາຈອນໃນກໍລະນີເກີດອຸບັດເຫດຍ້ອນສັດລ້ຽງເຈົ້າຂອງ ຫລື ຜູ້ຄອບຄອງສັດຕ້ອງຮັບຜິດຊອບຕ່ຄວາມເສຍຫາຍທີ່ສັດລ້ຽງນັ້ນໄດ້ກ່ໍຂຶ້ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ວ່າດ້ວຍຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ.
ຢູ່ບ່ອນທີ່ມີການລ້ຽງ ຫລື ຍ້າຍສັດຕາມເສັ້ນທາງຢ່າງເປັນປະຈໍາຕ້ອງມີປ້າຍເຕືອນໃຫ້ລະວັງສັດ ເພື່ອໃຫ້ຜູ້ຂັບຂີ່ມີຄວາມລະມັດລະວັງ. ໃນກໍລະນີເກີດອຸບັດເຫດໃນເຂດທີ່ມີປ້າຍເຕືອນນັ້ນ ຜູ້ຂັບຂີ່ຕ້ອງຮັບຜິດຊອບຕໍ່ຄວາມເສຍຫາຍທ່ີເກີດຂຶ້ນ. ມາດຕາ 12 (ໃໜ່) ລະບຽບການສໍາລັບຜູ້ຂັບຂ່ີ; ຜູ້ຂັບຂ່ີຍານພາຫະນະທຸກຊະນິດມີໜ້າທີ່ ແລະ ຄວາມຮັບຜິດຊອບຕົ້ນຕໍດັ່ງນີ້:
- ຕ້ອງມີເອກະສານທີ່ຈໍາເປັນ ເປັນຕົ້ນ ໃບຂັບຂີ່, ໃບທະບຽນ, ໃບກວດກາເຕັກນິກ, ໃບເສຍຄ່າທາງ, ໃບປະກັນໄພ; ສໍາລັບລົດຂົນສົ່ງສິນຄ້າ ແລະ ໂດຍສານຍັງຕ້ອງມີເອກະສານອື່ນທີ່ກ່ຽວຂ້ອງ.
- ກວດກາສະພາບເຕັກນິກລົດເປັນປະຈໍາ ເພື່ອຮັບປະກັນຄວາມປອດໄພ ແລະ ບໍ່ໃຫ້ລົດເກີດຂັດຂ້ອງໃນເວລາເດີນທາງ.
- ໃຫ້ຄວາມຮ່ວມມື ແລະ ອໍານວຍຄວາມສະດວກໃນການກວດກາຂອງເຈົ້າໜ້າທີ່ຄວບຄຸມການຈະລາຈອນທາງບົກ.
- ແຈ້ງເຈົ້າໜ້າທີ່ຕຳຫລວດຈະລາຈອນ, ໃນຄວາມຊ່ວຍເຫລືອແກ່ຜູ້ໄດ້ຮັບບາດເຈັບເມື່ອພົບເປັນອຸບັດເຫດ.
- ຢຸດ ແລະ ປ່ອຍທາງໃຫ້ແກການສັນຈອນພິເສດ.
- ໃຫ້ບຸລິມະສິດແກ່ຄົນຍ່າງຂ້າມທາງ.
- ຍົກຍ້າຍຍານພາຫະນະ ອອກຈາກຊ່ອງທາງການຈະລາຈອນ ໂດຍດ່ວນໃນກໍລະນີຍານພາຫະນະຕິດຂັດ, ເປ່ເພຢູ່ຕາມເສັ້ນທາງ.
ທັງໝົດທີ່ກ່າວມາຂຶ້ນເທິງນັ້ນ, ແມ່ນບາງມາດຕາຂອງກົດໝາຍສະບັບດັ່ງກ່າວ ເຊິ່ງສະບັບໜ້າຈ່ຶງຈະມາສະເໜີຕື່ມ.
KPL