ການຊ້ອມໃຫຍ່ ພີທີສະເຫລີມສະຫລອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ

29/04/2025 16:01
Email Print 430
ຂປລ ການຊ້ອມໃຫຍ່ ລະດັບຊາດ ພິທີສວນສະໜາມ, ເດີນຂະບວນ ກະກຽມ ໃຫ້ແກ່ ການສະເຫລີມ ສະຫລອງ 50 ປີ ແຫ່ງວັນ ປົດປ່ອຍ ພາກໃຕ້ ຫວຽດນາມ (30 ເມສາ 1975 – 30 ເມສາ 2025)

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ການຊ້ອມໃຫຍ່ ລະດັບຊາດ ພິທີສວນສະໜາມ, ເດີນຂະບວນ ກະກຽມ ໃຫ້ແກ່ ການສະເຫລີມ ສະຫລອງ 50 ປີ ແຫ່ງວັນ ປົດປ່ອຍ ພາກໃຕ້ ຫວຽດນາມ (30 ເມສາ 1975 – 30 ເມສາ 2025) ໂດຍມີ ບັນດາ ກຳມະການ ກົມການເມືອງ: ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການ ຄະນະເລຂາທິການ ສູນກາງພັກ, ຫົວໜ້າຄະນະຊີ້ນຳ ສູນກາງ ພິທີສະເຫລີມ ສະຫລອງ ບັນດາ ວັນບຸນໃຫຍ່ ແລະ ເຫດການ ປະຫວັດສາດ ສຳຄັນຂອງ ສສ ຫວຽດນາມ; ທ່ານ ຫງວຽນ ຈ້ອງເງັ້ຍ, ຫົວໜ້າ ຄະນະ ໂຄສະນາສຶກສາ ແລະ ຂົນຂວາຍ ປະຊາຊົນ ສູນກາງພັກ; ທ່ານ ພົນເອກ ຟານວັນຢາງ, ລັດຖະມົນຕີ ກະຊວງ ປ້ອງກັນປະເທດ ຫວຽດນາມ, ພ້ອມກັບ ຜູ້ຕາງໜ້າ ບັນດາກະຊວງ, ຄະນະ, ຂະແໜງການສູນກາງ. ພາຍຫລັງ ການສະແດງສິລະປະ, ບັນດາຜູ້ແທນ, ແຂກຖືກເຊີນ, ກ້ອນກຳລັງ ສວນສະໜາມເດີນຂະບວນ ປະຕິບັດ ພິທີເຄົາລົບທຸງ. ໃນຈຸດເວລາດຽວກັນ, ບັນດາກຳລັງ ປືນໃຫຍ່ ຢູ່ທ່າເຮືອ ແບັກດັ່ງ ໄດ້ຍິງປືນໃຫຍ່ 21 ລູກ ພ້ອມກັບ ເປີດເພງຊາດ.ຕໍໍ່ຈາກນັ້ນ, ພາຍຫລັງ ການນຳສະເໜີ ຄຳເຫັນຂອງການນຳພັກ, ລັດ, ຕາງໜ້ານັກຮົບເກົ່າ, ຕາງໜ້າໄວໜຸ່ມ ຫວຽດນາມ ແມ່ນການຊ້ອມໃຫຍ່ ລະດັບຊາດ ພິທີ ສວນສະໜາມ, ເດີນຂະບວນ ຂອງບັນດາ ກ້ອນກຳລັງ.ການຊ້ອມໃຫຍ່ ສວນສະໜາມຄັ້ງນີ້, ເດີນຂະບວນ ໂດຍມີ ການເຂົ້າຮ່ວມຂອງ 23 ກ້ອນ ກຳລັງທະຫານ ແລະ ທະຫານປະຊາຊົນ ປ້ອງກັນຕົວ; 13 ກ້ອນກຳລັງຕຳຫລວດ; 12 ກ້ອນກຳລັງ ສວນສະໜາມ ມະຫາຊົນ; 4 ກ້ອນກຳລັງພິທີກຳ ແລະ 3 ກ້ອນກຳລັງ ກອງທັບ ບັນດາ ປະເທດ.ນອກຈາກ ບັນດາກ້ອນກຳລັງ ສວນສະໜາມ, ເດີນຂະບວນ, ການຊ້ອມໃຫຍ່ ຍັງມີການເຂົ້າຮ່ວມ ແລະ ສົມທົບ ຂອງກອງເຮືອບິນ ເຮີລີກົບເຕ້, ເຮືອບິນສູ້ຮົບ. ບັນດາເຮືອບິນ ໄດ້ເລີ່ມບິນອອກຈາກ ສະໜາມບິນ ບຽນຮວ່າ, ໄປນະຄອນ ໂຮ່ຈີມິນ.ບັນດາ ເຮືອບິນ ສູ້ຮົບ ປະຕິບັດ ການສະແດງ ເຕັກນິກ ຕີລັງກາ ທາງອາກາດ, ພົ່ນອາຍຮ້ອນ ຄວັນສີຕ່າງໆ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top