ຫສນຍ ເຜີຍແຜ່ຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດ ປີ 2024

29/04/2025 13:46
Email Print 1058
ຂປລ ຂປລ. ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ຜົນສໍາເລັດ ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ໃຫ້ແກ່ສະມາຊິກພັກ-ພະນັກງານ ຫສນຍ ໃນວັນທີ 28 ເມສາ 2025



ຂປລ. ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ຜົນສໍາເລັດ ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ໃຫ້ແກ່ສະມາຊິກພັກ-ພະນັກງານ ຫສນຍ ໃນວັນທີ 28 ເມສາ 2025 ໂດຍການເປັນປະທານຂອງ ທ່ານ ຄໍາລາວັນ ຈັນທະລາວັນ ຮອງເລຂາຄະນະ ບໍລິຫານງານພັກ ຫສນຍ
, ປະທານອົງການກາແດງແຫ່ງຊາດລາວ, ມີປະທານກວດ ກາພັກ, ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ, ບັນດາຄະນະກົມ ພ້ອມດ້ວຍສະມາຊິກ ພັກ-ພະນັກງານ ພາຍໃນ ຫສນຍ ແລະ ອົງການກາແດງແຫ່ງຊາດລາວ ເຂົ້າຮ່ວມ.

ທ່ານ ນາງ ບຸນໜັກ ດາລາງາແກ້ວ, ປະທານກວດກາພັກ, ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍໄດ້ເຜີຍແຜ່ເອກະສານ ບົດສະຫລຸບ-ຕີລາຄາ ການເຄື່ອນໄຫວວຽກງານກວດກາ ທົ່ວປະເທດ ປະຈຳປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງຄະນະກວດກາສູນກາງພັກ; ລະບຽບການເກັບຮັກສາເອກກະສານ ກ່ຽວກັບວຽກງານກວດກາ ຂອງອົງການກວດກາແຫ່ງລັດ ສະບັບເລກທີ 138/ອກຫລ, ລົງວັນທີ 9 ເມສາ 2024 ໂດຍໄດ້ຍົກໃຫ້ເຫັນ ຜົນສໍາເລັດຫລາຍດ້ານ ໃນການຈັດຕັ້ງປະຕິບັດວຽກງານກວດກາທົ່ວປະເທດ ເປັນຕົ້ນ ວຽກຄົ້ນຄວ້າສ້າງ, ປັບປຸງ ແລະ ເຜີຍແຜ່ນິຕິກໍາ, ການຕິດຕາມ ກວດກາພັກ, ການກວດກາບໍລິຫານລັດ, ວຽກງານສະກັດກັ້ນ, ຕ້ານ ແລະ ສອບສວນການສໍ້ລາດບັງຫລວງ, ວຽກງານຕິດຕາມ, ຊຸກຍູ້ການແກ້ໄຂ ຜົນຂອງການກວດກາ, ການຄົ້ນຄວ້າພິຈາລະນາ ຄໍາຮ້ອງຄໍາສະເໜີ, ການພົວພັນຮ່ວມມືກັບຕ່າງປະເທດ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ບໍາລຸງກໍ່ສ້າງພະນັກງານ,  ພ້ອມທັງສະເໜີດ້ານອ່ອນ, ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ປັບປຸງແກ້ໄຂໃນຕໍ່ໜ້າ ແລະ ທິດທາງແຜນການວຽກງານ ກວດກກາປະຈຳປີ 2025. ສຳລັບລະບຽບການ ເກັບຮັກສາເອກະສານ ກ່ຽວກັບການກວດກາ ກໍເພື່ອຮັບປະກັນໃຫ້ວຽກງານ ສໍາເນົາເອກະສານລວມສູນ ມີຄວາມຖືກຕ້ອງຕາມຂັ້ນຕອນ ແລະ ລະບຽບການ, ເປັນລະບົບລະບຽບ, ຄົບຊຸດ ໃນການເກັບຮັກສາ, ມີຄວາມປອດໄພ, ຮັກສາໄດ້ຄວາມລັບ ແລະ ມີວິທະຍາສາດ.




ພ້ອມນີ້, ທ່ານ ຄໍາລາວັນ ຈັນທະລາວັນ ກໍໄດ້ເຜີຍແຜ່ບົດໂອ້ລົມຂອງ ສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ
, ເລຂາທິການສູນກາງພັກ, ປະທານຄະນະ ກວດກາສູນກາງພັກ, ອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ ຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024  ໂດຍໄດ້ຍົກ ໃຫ້ເຫັນຄວາມເອົາໃຈໃສ່ຂອງຄະນະພັກ, ອົງການປົກຄອງ ແລະ ຄະນະກວດກາແຕ່ລະຂັ້ນ ຕໍ່ວຽກງານຕິດຕາມ-ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ໃນໄລຍະໜຶ່ງປີຜ່ານມາ, ຈຸດອ່ອນ, ຂໍ້ຄົງຄ້າງຫລາຍດ້ານທີ່ຕ້ອງໄດ້ສຸມໃສ່ແກ້ໄຂ ເຊິ່ງໃນຕໍ່ໜ້າຄະນະພັກທຸກຂັ້ນ ຕ້ອງເພີ່ມທະວີການນຳພາ-ຊີ້ນຳ ເອົາໃຈໃສ່ຕໍ່ການຕິດຕາມ ກວດກາການ ຈັດຕັ້ງປະຕິບັດ ບັນດາຄາດໝາຍສູ້ຊົນ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມກອງປະຊຸມໃຫຍ່ຂອງຂັ້ນຕົນ, ສືບຕໍ່ຕິດຕາມ, ກວດກາການປະຕິບັດ ກົດລະບຽບ ຂອງພັກສະໄໝທີີ XI, ເພີ່ມທະວີການຕິດຕາມ-ກວດກາ ກາຄຸ້ມຄອງບໍລິຫານລັດ; ສືບຕໍ່ສຸມໃສ່ການເຄື່ອນໄຫວ ຕີຖອຍການສວຍໃຊ້ໜ້າທີ່ ເພື່ອຫາຜົນປະໂຫຍດສ່ວນຕົວ ຂອງສະມາຊິກພັກ-ພະນັກງານ; ປັບປຸງກົງຈັກການຈັດຕັ້ງ ຄະນກວດ ກາແຕ່ລະຂັ້ນໃຫ້ໜັກແໜ້ນ, ເຂັ້ມແຂງ. ໃນນັ້ນ ຕ້ອງເອົາການຕິດຕາມ-ຊຸກຍູ້ກວດກາ ແລະ ຕີລາຄາຕໍ່ການເຄື່ອນ ໄຫວປະຕິບັດບັນດາຫລັກການ ການຈັດຕັ້ງເຄື່ອນໄຫວ ອັນເປັນພື້ນຖານຂອງພັກ,​ ກົດໝາຍຂອງລັດ, ຄວາມຮັບ ຜິດຊອບການເມືອງ ແລະ ແບບແຜນການນໍາພາ ກໍຄື ຄຸນທາດການເມືອງຂອງພະນັກງານ ສະມາຊິກພັກ ເປັນໜ້າທີ່ອັນສໍາຄັນພື້ນຖານ; ຖືການແກ້ໄຂຕີຖອຍ ແລະ ສະກັດກັ້ນບັນດາປະກົດການ ຫຍໍ້ທໍ້ພາຍໃນການຈັດຕັ້ງ ແລະ ຖັນແຖວ ພະນັກງານ-ສະມາຊິກພັກ ຢູ່ທຸກຂົງເຂດວຽກງານ ແລະ ທຸກຂັ້ນ ເປັນວາລະສໍາຄັນທົ່ວພັກ ແລະ ລະບົບການ ເມືອງ ທັງເປັນໜຶ່ງໃນບັນດາເປົ້າໝາຍສໍາຄັນ ໂດຍກົງຂອງວຽກງານກວດກາ.

ໃນຕອນທ້າຍ, ທ່ານປະທານກອງປະຊຸມ ໄດ້ສັງຮວມ ແລະ ເນັ້ນຄືນກ່ຽວກັບຄວາມສຳຄັນຂອງເອກະສານຕ່າງໆ ທີ່ໄດ້ນຳມາເຜີຍແຜ່ເຊື່ອມຊຶມ ໃຫ້ສະມາຊິກພັກ-ພະນັກງານທົ່ວ ຫສນຍ ມີຄວາມຮັບຮູ້ເຂົ້າໃຈ, ຜັນຂະ ຫຍາຍ ແລະ ຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະ ເປັນເອກະພາບ. ພ້ອມທັງໄດ້ຊີ້ນຳໃຫ້ສະມາຊິກພັກ-ພະນັກງານ ຫສນຍ ເພີ່ມທະວີຍົກສູງທັດສະນະ ຫລັກໝັ້ນ ຄຸນທາດການເມືອງ, ຍຶດໝັ້ນຕໍ່ອຸດົມການຂອງພັກ, ມີຄວາມຊືີ່ສັດບໍລິສຸດ, ມີນໍ້າໃຈຮັກຊາດ, ຮັບໃຊ້ປະຊາຊົນຢ່າງຈິງໃຈ; ເຈົ້າໜ້າທີ່ກວດກາ ຕ້ອງເອົາໃຈໃສ່ໃນການ ຕິດຕາມກວດກາ, ສະມາຊິກພັກ-ພະນັກງານ ຕ້ອງປະຕິບັດວຽກງານ ໃຫ້ສອດຄ່ອງກັບກົດໝາຍ, ລະບຽບການ ຢ່າງເຂັ້ມງວດ ແລະ ຮັບປະກັນຄວາມໂປ່ງໃສ, ບໍ່ສວຍໃຊ້ໜ້າທີ່ຕຳແໜ່ງ ໄປໃນທາງທີ່ບໍ່ຖືກຕ້ອງ. 

ຂ່າວ-ພາບ: ກົມປະຊາສໍາພັນ

KPL

ຂ່າວອື່ນໆ

    • ຮຽບຮຽງເນື້ອໃນກົດໝາຍການປູກຝັງການເມືອງ

      ຮຽບຮຽງເນື້ອໃນກົດໝາຍການປູກຝັງ

      7/8/2025 1:01:18 PM

      ຂປລ. ກອງປະຊຸມຮຽບຮຽງເນື້ອໃນກົດໝາຍວ່າດ້ວຍການປູກຝັງ (ສ້າງໃໝ່) ຈັດຂຶ້ນໃນວັນທີ 5-6 ກໍລະກົດ 2025 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຈະເລີນ ເຍຍປາວເຮີ ຮອງປະທານ, ຄະນະປະຈຳສະພາແຫ່ງຊາດ, ມີທ່ານ ຄຳແພງ ວິລະພັນ ປະທານກຳມາທິການກົດໝາຍ, ທ່ານ ນາງ ປິ່ງຄຳ ລາຊະສິມມາ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ກົງຈີ ຢ່າງຈື ຮອງລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຮອງປະທານກຳມາທິການທີ່ກ່ຽວຂ້ອງພາຍໃນ

    • ປະກາດແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການສູນກາງພັກການເມືອງ

      ປະກາດແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການສູນກາງພັກ

      7/8/2025 12:19:17 PM

      ຂປລ. ຫ້ອງວ່າການສູນກາງພັກ ໄດ້ຈັດພິທີປະກາດແຕ່ງຕັ້ງຕໍາແໜ່ງ ບໍລິຫານ ຂັ້ນຮອງຫົວໜ້າຫ້ອງວ່າການສູນກາງພັກ ໃນວັນທີ 7 ກໍລະກົດ 2025 ໂດຍໄດ້ແຕ່ງຕັ້ງ ສະຫາຍ ກິແກ້ວ ຈັນທະບູລີ ເປັນຮອງຫົວໜ້າຫ້ອງວ່າການສູນກາງພັກ, ຮອງຫົວໜ້າຄະນະປະຕິຮູບລັດວິສາຫະກິດ

    • ຫາລື ການຮ່ວມມືລາວ-ໄທ ໃນຂະແໜງກະສິກໍາ ແລະ ສິ່ງແວດລ້ອມການເມືອງ

      ຫາລື ການຮ່ວມມືລາວ-ໄທ ໃນຂະແໜງກະສິກໍາ ແລະ ສິ່ງແວດລ້ອມ

      7/7/2025 2:13:51 PM

      ຂປລ. ເມື່ອບໍ່ດົນມານີ້, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຕ້ອບຮັບ ທ່ານ ນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ, ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ເພື່ອປືກສາຫາລືກ່ຽວກັບ ການຮ່ວມມືລາວ-ໄທ

    • ປີນີ້ ນວ ຈະເຮັດໃຫ້ເສດຖະກິດ ຂະຫຍາຍຕົວ ໃນລະດັບ 6,6%ການເມືອງ

      ປີນີ້ ນວ ຈະເຮັດໃຫ້ເສດຖະກິດ ຂະຫຍາຍຕົວ ໃນລະດັບ 6,6%

      7/7/2025 2:06:34 PM

      ຂປລ. ໃນປີ 2025 ນີ້, ຄາດຄະເນວ່າ ເສດຖະກິດຂອງນະຄອນຫລວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6,6% (ລື່ນມະຕິສະພາ 0,1%) ​ເຊິ່ງປັດໄຈຕົ້ນຕໍທີ່ຈະເຮັດໃຫ້ ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ ຫລື GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາ ຂະຫຍາຍຕົວ 8,1%, ກວມເອົາ 49%,

    • ສປນວ ເປີດກອງປະຊຸມສະໄໝສາມັນເທື່ອທີ 9 ຊຸດທີ IIການເມືອງ

      ສປນວ ເປີດກອງປະຊຸມສະໄໝສາມັນເທື່ອທີ 9 ຊຸດທີ II

      7/7/2025 1:50:34 PM

      ຂປລ. ສະພາປະຊາຊົນນະຄອນຫລວງວຽງຈັນ (ສປນວ) ເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ຊຸດທີ II ໃນລະຫວ່າງວັນທີ 7-11 ກໍລະກົດ 2025 ຢູ່ອົງການປົກຄອງ ນະຄອນຫລວງວຽງຈັນ (ນວ) ໂດຍການເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ

ads
ads

Top