ສ.ອາເມລິກາ ອາດສູນເສຍລາຍຮັບຈາກການທ່ອງທ່ຽວ ຫລາຍກວ່າ 60ຕື້ໂດລາສະຫະລັດ

21/04/2025 12:56
Email Print 303
ຂປລ ສ.ອາເມລິກາ ອາດສູນເສຍລາຍຮັບ ຈາກພາກ ການທ່ອງທຽວ ຫລາຍກວ່າ 60ຕື້ໂດລາສະຫະລັດ ໃນປີ2025 ຖ້າຫາກ ຈຳນວນ ນັກທ່ອງທຽວ ເດີນທາງເຂົ້າມາ ສ.ອາເມລິກາ ຫລຸດລົງ ແບບນີ້ຕໍ່ໄປ

ຂປລ.ສຳນັກຂ່າວ ຊິນຮວາ ຂອງ ສປ ຈີນ, ສ.ອາເມລິກາ ອາດສູນເສຍລາຍຮັບ ຈາກພາກ ການທ່ອງທຽວ ຫລາຍກວ່າ 60ຕື້ໂດລາສະຫະລັດ ໃນປີ2025 ຖ້າຫາກ ຈຳນວນ ນັກທ່ອງທຽວ ເດີນທາງເຂົ້າມາ ສ.ອາເມລິກາ ຫລຸດລົງ ແບບນີ້ຕໍ່ໄປ ຫລັງຈາກ ຈຳນວນ ຊາວຕ່າງປະເທດ ເດີນທາງ ຫລຸດລົງສູງເຖິງ  11% ໂດຍສະເພາະ ນັກທ່ອງທ່ຽວ ຊາວການາດາ ຊຶ່ງເປັນກຸ່ມ ຊາວຕ່າງປະເທດ ໃຫຍ່ທີ່ສຸດ ຂອງ ສ.ອາເມລິກາ ຫລຸດລົງ 18% ເມື່ອເດືອນມີນາ ທີ່ຜ່ານມາ ກ່ອນໜ້ານີ້ ເຄີຍຫລຸດລົງ 12,5% ເມື່ອເດືອນກຸມພາ ຜ່ານມາ ສ່ວນຈຳນວນ ນັກທ່ອງທ່ຽວ ເດີນທາງອາກາດ ຈາກແມັກຊິກ ຫລຸດລົງ ຢ່າງວ່ອງໄວ ເຖິງ 23% ເມື່ອເດືອນມີນາ ທີ່ຜ່ານມາ ຍ້ອນຜົນກະທົບຈາກ ສົງຄາມ ການຄ້າ ທີ່ມີທາອ່ຽງ ຮຸນແຮງຂຶ້ນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top