ຂປລ
ກະຊວງ ອຸດສາຫະກຳ ແລະ ເຕັກໂນໂລຊີ ຂອງ ສປ ຈີນ ລາຍງານວ່າ: ຈຳນວນ ສະຖານີ 5 ຈີ ໃນປະເທດ ສູງເກີນ 4,39 ລ້ານແຫ່ງ ກວມເອົາອັດຕາ ການເຂົ້າເຖິງ ຂອງຜູ້ຊົມໃຊ້ງານ 75,9%.
ຂປລ.ສຳນັກຂ່າວ ຊິນຮວາ, ເມື່ອບໍ່ດົນມານີ້ ກະຊວງ ອຸດສາຫະກຳ ແລະ ເຕັກໂນໂລຊີ ຂອງ ສປ ຈີນ ລາຍງານວ່າ: ຈຳນວນ ສະຖານີ 5 ຈີ ໃນປະເທດ ສູງເກີນ 4,39 ລ້ານແຫ່ງ ກວມເອົາອັດຕາ ການເຂົ້າເຖິງ ຂອງຜູ້ຊົມໃຊ້ງານ 75,9%. ໂຄງການສ້າງພື້ນຖານໂຄງລາງ ທາງໄຊເບີ ຂອງ ສປ ຈີນ ພັດທະນາ ດີຂຶ້ນ ຢ່າງຕໍ່ເນື່ອງ ອຸດສາຫະກຳ ດີຈີຕອນ ຂະຫຍາຍຕົວ ໃນລະດັບ ສູງໃໝ່ ແລະ ເຕັກໂນໂລຊີ ດີຈິຕອນ 5 ຈີ ແລະ ຕົວແບບ ປັນຍາປະດິດ(ເອໄອ) ຂະໜາດໃຫຍ່ ໄດ້ຮັບການພັດທະນາ ຢ່າງວ່ອງໄວ. ພາກທຸລະກິດ ດີຈີຕອນ ຂອງ ສປ ຈີນ ມີລາຍໄດ້ ເພີ່ມຂຶ້ນ 8,2% ເມື່ອທຽບໃສ່ ປີຕໍ່ປີ.ຂະນະທີ່ ພາກອຸດສາຫະກຳ ມີໂຄງສ້າງພັດທະນາດີຂຶ້ນ ແລະ ສ້າງພະລັງງານ ການຜະລິດໃໝ່ ທີ່ມີຄຸນນະພາບ ເມື່ອໄຕມາດ ທຳອິດປີນີ້./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL