ສປ ຈີນ-ກຳປູເຈຍ ລົງນາມຂໍ້ຕົກລົງຂຸດຄອງນ້ຳ ຟູນັນເຕໂຊ 1.156 ລ້ານໂດລາສະຫະລັດ

21/04/2025 12:03
Email Print 297
ຂປລ ສປ ຈີນ ແລະ ກຳປູເຈຍ ລົງນາມ ໃນຂໍ້ຕົກລົງ ເດີນໜ້າ ໂຄງການ ກໍ່ສ້າງ ຄອງນ້ຳ ຟູນັນເຕໂຊ ມູນຄ່າ 1.156 ລ້ານໂດລາສະຫະລັດ

ຂປລ.ຕາມຂ່າວຈາກ ກຳປູເຈຍ,ວັນທີ20 ເມສານີ້, ສປ ຈີນ ແລະ ກຳປູເຈຍ ລົງນາມ ໃນຂໍ້ຕົກລົງ ເດີນໜ້າ ໂຄງການ ກໍ່ສ້າງ ຄອງນ້ຳ ຟູນັນເຕໂຊ ມູນຄ່າ 1.156 ລ້ານໂດລາສະຫະລັດ ຈາກນັ້ນ ລັດຖະບານ ກຳປູເຈຍ ໄດ້ອອກ ຖະແຫລງການວ່າ: ໜຶ່ງໃນຂໍ້ຕົກລົງທີ່ ສປ ຈີນ ແລະ ກຳປູເຈຍ ລົງນາມຮ່ວມກັນ ລະຫວ່າງ ທ່ານ  ສີຈິ້ນຜີງ,ປະທານ ປະເທດຈີນ ເດີນທາງມາ ຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການ.​ ໂຄງ​ການ​ຂຸດຄອງນ້ຳ ຟູນັນເຕໂຊຕັ້ງ​ຢູ່​ບ້ານ ປຮັກຕາແກ້ວເມືອງ ຄຽນສະວາຍ  ແຂວງ ກັນດາທາງພາກ​ໃຕ້ ​ຂອງ​ກໍາ​ປູ​ເຈຍ​,ຊຶ່ງ​ມີໄລຍະທາງຍາວ 151.6ກິ​ໂລ​ແມັດ ໂດຍມີ ການວາງສີລາລຶກ ໃນວັນທີ5ສິງຫາ ປີກາຍນີ້ ​ແລະ​ ໃນ​ເບື້ອງ​ຕົ້ນ​ ຄາດ​ຄະ​ເນ​ວ່າ​: ໂຄງການ​ກໍ່ສ້າງ​ ຈະ​ໃຊ້​ເວລາ​ ປະມານ 4ປີ.ຂະນະທີ່ ລັດຖະບານ ກຳປູເຈຍ ຢືນຢັນວ່າ: ເສັ້ນທາງໄຫລ ຂອງກະແສນ້ຳໃນຄອງ ທີ່ຈະມີຄວາມຍາວ 180ກິໂລແມັດ ຄວາມກວ້າງ 100 ແມັດ ແລະ ຄວາມເລິກ 5,4 ແມັດ ຈະບໍ່ສົ່ງຜົນກະທົບຕໍ່ ກະແສນ້ຳ ໃນແມ່ນ້ຳຂອງ ຫລັງຈາກ ມີການວິເຄາະວ່າ ນ້ຳໃນຄອງ ຟູນັນເຕໂຊ ທີ່ຈະມາຈາກ ແມ່ນ້ຳບາສັກ ຊຶ່ງເປັນໜຶ່ງໃນແມ່ນ້ຳ ສາຂາຂອງ ແມ່ນ້ຳຂອງ ອາດເປັນການປ່ຽນທິດທາງ ຂອງກະແສນ້ຳ ໃນລຸ່ມນ້ຳຂອງ ແລະ ສົ່ງຜົນກະທົບຕໍ່ ລະບົບນິເວດ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top