ສປ ຈີນ-ອິນໂດເນເຊຍ ຈັດກອງປະຊຸມລະດັບລັດຖະມົນຕີຄັ້ງທຳອິດຂອງກົນໄກການສົນທະນາ “2+2”

21/04/2025 11:13
Email Print 305
ຂປລ ທ່ານ ວາງຢີ້ ກຳມະການ ກົມການເມືອງ ສູນກາງພັກ ກອມມູນິດຈີນ ລັດຖະມົນຕີ ກະຊວງ ການຕ່າງປະເທດຈີນ ແລະ ທ່ານຕົງຈວິ່ນ ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ຈະເປັນປະທານ ກອງປະຊຸມ ລະດັບລັດຖະມົນຕີ ຄັ້ງທຳອິດ ຂອງກົນໄກ ການສົນທະນາ “2+2”

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ,ໂຄສົກ ກະຊວງການຕ່າງປະເທດຈີນ ປະກາດວ່າ: ທ່ານ ວາງຢີ້ ກຳມະການ ກົມການເມືອງ ສູນກາງພັກ ກອມມູນິດຈີນ ລັດຖະມົນຕີ ກະຊວງ ການຕ່າງປະເທດຈີນ ແລະ ທ່ານຕົງຈວິ່ນ ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ຈະເປັນປະທານ ກອງປະຊຸມ ລະດັບລັດຖະມົນຕີ ຄັ້ງທຳອິດ ຂອງກົນໄກ ການສົນທະນາ “2+2” ລະຫວ່າງ ລັດຖະມົນຕີ ການຕ່າງປະເທດ ລັດຖະມົນຕີ ປ້ອງກັນປະເທດຈີນ-ອິນໂດເນເຊຍ ຢູ່ທີ່ ນະຄອນຫລວງ ປັກກິ່ງ ໃນວັນທີ 21 ເມສານີ້. ທ່ານ ຊູກີໂອໂນ ລັດຖະມົນຕີ ກະຊວງ ການຕ່າງປະເທດ ອິນໂດເນເຊຍ ແລະ ທ່ານ ເຊຍຟຣີ ຊຽມໂຊດິນ ລັດຖະມົນຕີກະຊວງປ້ອງກັນປະເທດ ອິນໂດເນເຊຍ ເດີນທາງມາ ປະເທດຈີນ ເພື່ອເຂົ້າຮ່ວມ ກອງປະຊຸມຄັ້ງນີ້./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top