ສປ ຈີນ-ກຳປູເຈຍ ເຊື່ອມໂຍງເຊື່ອມຈອດດ້ານການຊຳລະເງິນຜ່ານທາງຄີວອາໂຄດ

21/04/2025 11:02
Email Print 271
ຂປລ ໃນຖານະ ເປັນຜົນສໍາເລັດ ສຳຄັນ ແຫ່ງການຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ”, ໂຄງການ ເຊື່ອມໂຍງ ເຊື່ອມຈອດ ດ້ານການຊຳລະ​ເງິນ ຜ່ານທາງຄີວອາໂຄດ(QR code)ລະຫວ່າງ ສປ ຈີນ ແລະ ກຳປູເຈຍ ໄດ້ເສີມຂະຫຍາຍ ບົດບາດນັບມື້ ນັບພົ້ນເດັ່ນຂຶ້ນ ໃນດ້ານການຮັດແໜ້ນ ການໄປມາຫາສູ່ກັນ ລະຫວ່າງ ບຸກຄະລາກອນ ແລະ ການລົງເລິກ ການແລກປ່ຽນ ດ້ານເສດຖະກິດ ການຄ້າ ລະຫວ່າງ ສອງປະເທດ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ,ເມື່ອບໍ່ດົນມານີ້, ໃນຖານະ ເປັນຜົນສໍາເລັດ ສຳຄັນ ແຫ່ງການຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ”,  ໂຄງການ ເຊື່ອມໂຍງ ເຊື່ອມຈອດ ດ້ານການຊຳລະ​ເງິນ ຜ່ານທາງຄີວອາໂຄດ(QR code)ລະຫວ່າງ ສປ ຈີນ ແລະ ກຳປູເຈຍ ໄດ້ເສີມຂະຫຍາຍ ບົດບາດນັບມື້ ນັບພົ້ນເດັ່ນຂຶ້ນ ໃນດ້ານການຮັດແໜ້ນ ການໄປມາຫາສູ່ກັນ ລະຫວ່າງ ບຸກຄະລາກອນ ແລະ ການລົງເລິກ ການແລກປ່ຽນ ດ້ານເສດຖະກິດ ການຄ້າ ລະຫວ່າງ ສອງປະເທດ. ພາຍໃຕ້ ການຊີ້ນຳ ຈາກທະນາຄານ ປະຊາຊົນຈີນ ແລະ ທະນາຄານແຫ່ງຊາດ ກຳປູເຈຍ, ລະບົບ ຊຳລະສະສາງ ຢູນຽນເພ(UnionPay) ຂອງ ສປ ຈີນ ໄດ້ບັນລຸ ເປົ້າໝາຍ ໃນການເຊື່ອມໂຍງ ເຊື່ອມຈອດ ດ້ານການຊຳລະ​ເງິນ ຜ່ານທາງຄີວອາໂຄດ ຂ້າມຊາດ ລະຫວ່າງ ສປ ຈີນ ກັບປະເທດ ໃນພາກພື້ນ ອາຊີ ຕາເວັນອອກ ສຽງໃຕ້. ເມື່ອເດືອນມີນາ ປີ2025, ຢູນຽນເພ ຂອງສປ ຈີນ ແລະ ທະນາຄານກາງ ກຳປູເຈຍ ໄດ້ປະກາດວ່າ: ຜະລິດຕະພັນ ກະເປົາເງິນ ພາຍໃຕ້ ລະບົບ ຊຳລະສະສາງ Bakong ຂອງກຳປູເຈຍ ສາມາດ ຊຳລະເງິນ ຜ່ານທາງ ຄີວອາໂຄດ ໃນເຄືອຂ່າຍ ບໍລິການ ຂອງຢູນຽນເພ ໃນຂອບເຂດ ທົ່ວໂລກກໍຄື ຄີວອາໂຄດ ວີແຊັດWeChatຂອງຫົວໜ່ວຍ ທຸລະກິດ ຢູ່ ສປ ຈີນ.ນັບແຕ່ເດືອນມີນາປີນີ້ ເປັນຕົ້ນມາ, ພາຍໃຕ້ສະພາບ ການບໍລິໂພກ ຢູ່ ສປ ຈີນ ເຊັ່ນ: ຮ້ານກິນດື່ມ, ຮ້ານຊັບພະສິນຄ້າ, ການຈຳໜ່າຍປີ້ເຂົ້າ ແຫລ່ງທ່ອງທ່ຽວ ແລະອື່ນໆ, ປະລິມານ ການຊຳລະເງິນ ຜ່ານຜະລິດ ຕະພັນ ກະເປົາເງິນ ພາຍໃຕ້ ລະບົບ Bakong ໄດ້ເຕີບໂຕ ຢ່າງຕໍ່ເນື່ອງ ແລະ ກຳລັງກາຍ ເປັນເຄື່ອງມືຊຳລະ​ເງິນ ຂ້າມຊາດ ທີ່ໄດ້ຮັບຄວາມນິຍົມ ຊົມຊອບຫລາຍ ຈາກປະຊາຊົນ ກຳປູເຈຍ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top