ຊີລະປະຫວັດຫຍໍ້

21/04/2025 08:50
Email Print 470
ຂປລ ຊີລະປະຫວັດຫຍໍ້

ຊີລະປະຫວັດຫຍໍ້

- ນາມສະກຸນ ແລະ ຊື່: ເລືອງ ເກື່ອງ.

- ວັນເດືອນປີເກີດ: 15/8/1957

- ບ້ານເກີດ: ບ້ານຢືວເລົາ, ນະຄອນຫວຽດຈີ໋, ແຂວງຟູເຖາະ.

- ລະດັບວິຊາສະເພາະ: ປະລິນຍາຕີກໍ່ສ້າງພັກ ແລະ ການປົກຄອງລັດ

- ລະດັບທິດສະດີການເມືອງ: ຊັ້ນສູງ

- ວັນ​ເດືອນ​ປີ​ເຂົ້າພັກ: 7/1978

ປະຫວັດການເຄື່ອນໄຫວວຽກງານໂດຍຫຍໍ້

          - 02/1975: ເຂົ້າຮ່ວມກອງທັບ.

- 05/2003-03/2006: ຮອງຫົວໜ້າບັນຊາການ, ເລຂາຄະນະພັກກອງພົນໃຫຍ່ທີ 2, ພົນຈັດຕະວາ (02/2006).

- 04/2006-12/2007: ບັນຊາການດ້ານການເມືອງ, ເລຂາຄະນະພັກກອງພົນໃຫຍ່ທີ 2, ພົນຈັດຕະວາ.

- 01/2008-05/2011: ບັນຊາການດ້ານການເມືອງ, ເລຂາຄະນະພັກທະຫານເຂດ 3, ກຳມະການສູນ ກາງພັກສະ ໄໝທີ XI (01/2011), ພົນຕີ (8/2009).

- 06/2011-12/2015: ກຳມະການສູນກາງພັກສະໄໝທີ XI, ຮອງຫົວໜ້າກົມໃຫຍ່ການເມືອງກອງ ທັບປະຊາຊົນ ຫວຽດນາມ, ພົນໂທ (12/2014).

- 01/2016-4/2016: ເລຂາທິການສູນກາງພັກສະໄໝທີ XII, ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບ ປະຊາຊົນ ຫວຽດນາມ, ພົນໂທ.

- 5/2016-12/2020: ເລຂາທິການສູນກາງພັກສະໄໝທີ XII, ກຳມະການຄະນະປະຈຳຄະນະພັກ ທະ ຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ, ຫົວໜ້າຄະນະກຳມະການກວດກາ ຄະນະພັກ ທະຫານສູນກາງ, ພົນເອກ (01/2019).

- 01/2021-4/2024: ກຳມະການກົມການເມືອງສະໄໝທີ XIII, ກຳມະການຄະນະປະຈຳຄະນະພັກ ທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນ ຫວຽດນາມ, ຫົວໜ້າຄະນະກຳມະການກວດກາ ຄະນະພັກທະຫານສູນກາງ, ພົນເອກ.

- 5/2024-10/2024: ກຳມະການກົມການເມືອງສະໄໝທີ XIII; ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສະ​ໄໝ​ທີ XIII, ຮອງ​ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່​ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ສໍ້​ລາດ​ບັງຫລວງ, ຫຍໍ້​ທໍ້.

- 21/10/2024: ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV ເລືອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ​ຫວຽດ​ນາມ​.

ເປັນກຳມະການສູນກາງພັກສະໄໝທີ XI, XII, XIII; ເລຂາທິການສູນກາງພັກສະໄໝທີ XII; ກຳມະການ ກົມການເມືອງສະໄໝທີ XIII.

KPL

ຂ່າວອື່ນໆ

ads
ads

Top