ຂປລ
ລາຄາ ສະເລ່ຍ ຂອງເຂົ້າສານ ປັບຂຶ້ນ ຢ່າງຕໍ່ເນື່ອງ ເປັນອາທິດ ທີ 17ແລ້ວ ສູງສຸດໃນປະຫວັດສາດ ລະດັບ 4.233 ເຢນຕໍ່ຖົງ 5ກິໂລກຣາມ ຊຶ່ງວາງຈຳໜ່າຍ ໃນຮ້ານຄ້າທົ່ວໄປໃນປະເທດ ເພີ່ມຂຶ້ນ 13 ເຢນ ຈາກອາທິດກ່ອນ
ຂປລ.ສຳນັກຂ່າວ ຊິນຮວາ ຂອງ ສປ ຈີນ,ວັນທີ 9ພຶດສະພານີ້, ລາຄາ ສະເລ່ຍ ຂອງເຂົ້າສານ ປັບຂຶ້ນ ຢ່າງຕໍ່ເນື່ອງ ເປັນອາທິດ ທີ 17ແລ້ວ ສູງສຸດໃນປະຫວັດສາດ ລະດັບ 4.233 ເຢນຕໍ່ຖົງ 5ກິໂລກຣາມ ຊຶ່ງວາງຈຳໜ່າຍ ໃນຮ້ານຄ້າທົ່ວໄປໃນປະເທດ ເພີ່ມຂຶ້ນ 13 ເຢນ ຈາກອາທິດກ່ອນ ຖືເປັນ ລາຄາ ສູງສຸດ ນັບແຕ່ ມີການເກັບຂໍ້ມູນ ໃນເດືອນມີນາປີ2022. ຂະນະທີ່ ລັດຖະບານ ຍີ່ປຸ່ນ ໄດ້ຄ່ອຍໆປ່ອຍ ເຂົ້າສຳຮອງ 212.000 ໂຕນ ພາຍຫລັງ ການປະມູນ ສອງຮອບ ໃນເດືອນມີນາ ທີ່ຜ່ານມາ ເພື່ອເຮັດໃຫ້ ການສະໜອງເຂົ້າ ມີສະຖຽນລະພາບ.ເຖິງຢ່າງໃດກໍຕາມ, ຫລາຍຝ່າຍ ໄດ້ເປີດເຜີຍວ່າ: ມີເຂົ້າພຽງ ສ່ວນໜ້ອຍ ເທົ່ານັ້ນ ທີ່ໄປເຖິງ ຮ້ານສັບພະສິນຄ້າ (Supermarket) ແລະ ຮ້ານຄ້າທົ່ວໄປ.ສົ່ງຜົນໃຫ້ລາຄາຂາຍຍ່ອຍຂອງເຂົ້າ ໃນປະເທດ ຍັງລາຄາແພງ ເມື່ອທຽບໃສ່ ໄລຍະຜ່ານມາ./.
KPL