ແຫລ່ງທ່ອງທ່ຽດຕາດເລາະ-ຕາດຮັງ ເນັ້ນການ ທ່ຽວ ສະຫງົບ, ປອດໄພ ແລະ ສະອາດຈົບງາມ

17/04/2025 11:28
Email Print 1777
ຂປລ ຂປລ. ​​ແຫ​ລ່ງຂ່າວ​ຈາກ ​ແຂວງ​ສາລະ​ວັນ ​ໃຫ້​ຮູ້​ວ່າ: ການສະເຫລີມສະຫລອງບຸນປີໃໝ່ລາວ ພສ 2568, ໃນວັນທີ 15 ເມສາ 2025 ຢູ່ແຫລ່ງທ່ອງທ່ຽວຕາດເລາະ-ຕາດຮັງ ແຂວງສາລະວັນ ມີບັນຍາກາດຄືກຄື້ນດີ, ຊຶ່ງເປັນມື້ທີສອງຂອງການ ສະເຫລີມສະຫລອງບຸນປີໃໝ່ລາວ.



ຂປລ. ​​ແຫ​ລ່ງຂ່າວ​ຈາກ ​ແຂວງ​ສາລະ​ວັນ ​ໃຫ້​ຮູ້​ວ່າ: ການສະເຫລີມສະຫລອງບຸນປີໃໝ່ລາວ ພສ
2568, ໃນວັນທີ 15 ເມສາ 2025 ຢູ່ແຫລ່ງທ່ອງທ່ຽວຕາດເລາະ-ຕາດຮັງ ແຂວງສາລະວັນ ມີບັນຍາກາດຄືກຄື້ນດີ, ຊຶ່ງເປັນມື້ທີສອງຂອງການ ສະເຫລີມສະຫລອງບຸນປີໃໝ່ລາວ. ໃນປີນີ້, ເນັ້ນໃສ່ການທ່ຽວ ໃຫ້ມີຄວາມສະຫງົບ, ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ, ສະອາດຈົບງາມ, ນັກທ່ອງທ່ຽວທັງພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດ ໄດ້ຫລັງໄຫລມາທ່ຽວເປັນຈຳນວນຫລວງຫລາຍ. ປີນີ້ ຜູ້ປະກອບການ ກໍຄື ພາກສ່ວນຮັບຜິດຊອບ ໄດ້ເອົາໃຈໃສ່ຈັດສັນ ໃຫ້ເປັນລະບຽບ ເປັນຕົ້ນ ຮ້ານຂາຍເຄື່ອງປະເພດຕ່າງໆ, ການບໍລິການອາຫານ-ເຄື່ອງດື່ມ ໄດ້ເນັ້ນໃສ່ການຮັກສາຄວາມສະອາດ, ຄວາມປອດໄພຂອງນັກທ່ອງທ່ຽວ ແລະ ເປັນມິດຕໍ່ສິ່ງແວດລ້ອມ ກໍຄື ຄວາມສວຍງາມຂອງແຫລ່ງທ່ອງທ່ຽວ.




ທ່ານ ປໍ ຄ້າຍຄ່ຽມມະນີ ຫົວໜ້າກຸ່ມເຮືອນພັກໂຮມສະເຕ ບ້ານແສນວັງໃຫຍ່ ​ໄດ້ໃຫ້ສຳພາດວ່າ: ໃນປີນີ້
, ບັນຍາກາດມວນຊົນ ມາທ່ຽວໃນໄລຍະບຸນປີໃໝ່ລາວ ພສ 2568 ແມ່ນມີຈໍານວນຫລວງຫລາຍ ທັງພາຍໃນແຂວງ, ຕ່າງແຂວງ ພ້ອມທັງໄດ້ມີການຈັດສັນສະຖານທີ່ຕ່າງໆ ຮອງຮັບນັກທ່ອງທ່ຽວ ເພື່ອໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ເນັ້ນໃສ່ດ້ານຄວາມສະອາດ, ເປັນມິດຕໍ່ສິ່ງແວດລ້ອມ ແລະ ຄວາມປອດໄພຂອງນັກທ່ອງທ່ຽວ ເປັນຕົ້ນການຈັດສັນຮ້ານຄ້າ, ຂາຍເຄື່ອງປະເພດຕ່າງໆ, ຈັດສັນຕູບນັ່ງໃຫ້ເປັນລະບຽບ ເພື່ອໃຫ້ເຫັນທິວທັດ ຂອງນ້ຳຕົກຕາດ ແລະ ມີບ່ອນຫລິ້ນນ້ຳຫລາຍຈຸດ ທີ່ມີຄວາມປອດໄພ, ທັງຫລີກເວັ້ນການຖິ້ມສິ່ງເສດເຫລືອລົງແຫລ່ງນໍ້າ ພ້ອມທັງໄດ້ແຕ່ງຕັ້ງຄະນະຮັບຜິດຊອບຮັກສາຄວາມສະອາດໃນແຕ່ລະວັນ. ນອກຈາກນີ້, ກໍໄດ້ສົມທົບກັບພາກສ່ວນ ເຈົ້າໜ້າທີ່ໆກ່ຽວຂ້ອງຂັ້ນເມືອງ, ແຂວງ ແລະ ປກຊ-ປກສ ບ້ານ ຕິດຕາມຈັດ​ສັນການສັນຈອນໄປ-ມາຂອງພາຫະນະ ບໍ່ໃຫ້ແອອັດ ຫລີກລ່ຽງການເກີດອຸບັດເຫດ ແລະ ການຫລິ້ນນ້ຳໃນແຕ່ລະຈຸດ ໃຫ້ມີຄວາມມ່ວນຊື່ນ ແລະ ຮັບປະກັນດ້ານຄວາມປອດໄພ.



ແຫລ່ງທ່ອງທ່ຽວຕາດເລາະ-ຕາດຮັງ ແຂວງສາລະວັນ ເປັນສະຖານທີ່ທ່ອງທ່ຽວອີກແຫ່ງໜຶ່ງທີ່ຄວນໄປສຳຜັດ
, ເປັນແຫລ່ງທ່ອງທ່ຽວ ທາງດ້ານທໍາມະຊາດ ທີ່ສວຍງາມ ແລະ ມີຊື່ສຽງອັນດັບ 1 ຂອງແຂວງສາລະວັນ, ເປັນທີ່ນິຍົມຊົມຊອບ ທີ່ຫລາຍຄົນຄວນສຳຜັດ, ມາທ່ຽວມາຊົມ ໃນທຸກໆປີ. ສໍາລັບປີນີ້ກໍເຊັ່ນດຽວກັນມີແຂກ, ມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມ, ຫລິ້ນນໍ້າຈໍານວນຫລວງຫລາຍເຮັດໃຫ້ ມີບັນຍາກາດມີຄວາມມວນຊື່ນ ຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບປອດໄພສົມກັບຄໍາຂວັນທີ່ວ່າ “ທ່ອງທ່ຽວລາວປອດໄພ, ຊື່ນໃຈໃນວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ”.



ຂ່າວ-ພາບ: ວິໄລວອນ ສິດທິໄຊ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top