ຫວນຄືນມູນເຊື້ອ ການເຄື່ອນໄຫວ ຂອງນັກສິລະປິນແຫ່ງຊາດ ສາຂາວັນນະກຳ

10/04/2025 11:50
Email Print 2630
ຂປລ ຂປລ. ປະທານສະມາຄົມນັກປະພັນລາວ ຮ່ວມກັບຄອບຄົວ ບຸບຜານຸວົງ ຈັດງານ 100 ປີ ສະດຸດີ ທ່ານ ສຸວັນທອນ ບຸບຜານຸວົງ ສິລະປິນແຫ່ງຊາດ ສາຂາວັນນະກຳ ໃນວັນທີ 9 ເມສາ 2025 ຢູ່ ມະຫາວິທະຍາໄລແຫ່ງຊາດ ນະຄອນຫລວງວຽງຈັນ



ຂປລ. ປະທານສະມາຄົມນັກປະພັນລາວ ຮ່ວມກັບຄອບຄົວ ບຸບຜານຸວົງ ຈັດງານ
100 ປີ ສະດຸດີ ທ່ານ ສຸວັນທອນ ບຸບຜານຸວົງ ສິລະປິນແຫ່ງຊາດ ສາຂາວັນນະກຳ ໃນວັນທີ 9 ເມສາ 2025 ຢູ່ ມະຫາວິທະຍາໄລແຫ່ງຊາດ ນະຄອນຫລວງວຽງຈັນ ເພື່ອຫວນຄືນເຖິງຊີວິດ ແລະ ຜົນງານດ້ານການຂີດຂຽນ ຂອງເພີ່ນ ໂດຍມີການນໍາພັກ-ລັດ, ຄູ-ອາຈານ, ນັກຮຽນ-ນັກສຶກສາ, ນັກປະພັນ, ນັກກະວີ ທັງອາວຸໂສ ແລະ ໜຸ່ມນ້ອຍ ເຂົ້າຮ່ວມ.




ໂອກາດນີ້
, ທ່ານ ທອງໃບ ໂພທິສານ ປະທານສະມາຄົມນັກປະພັນລາວ ​ໄດ້ໃຫ້ຮູ້ວ່າ: ທ່ານ ສຸວັນທອນ ບຸບຜານຸວົງ ຫລື ນາມປາກກາ ຊາຍເຊໂປນ ສິລະປິນແຫ່ງຊາດສາຂາວັນນະກຳ ເປັນນັກປະພັນລາງວັນ ວັນນະກຳສ້າງສັນຍອດຢ້ຽມແຫ່ງອາຊຽນ ຫລື “ຊີໄຣ” (S.E.A. Write Award) ປີ 2000, ທັງເປັນນັກຂຽນທີ່ມີຊື່ສຽງໃນລະດັບຕໍານານ ຂອງນັກຂຽນ ປະຕິວັດ ຊຶ່ງມີຜົນງານບົດຂຽນ ເປັນນະວະນິຍາຍທີ່ມີຊື່ສຽງ ແລະ ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດໃນຍຸກສົງຄາມປະຕິວັດປົດປ່ອຍຊາດ, ຕໍ່ສູ້ຕ້ານກັບຈັກກະພັດ ຜູ້ຮຸກຮານ ທັງໄດ້ຮັບການກ່າວ ຂານກັນມາຈົນເຖິງຍຸກ ປັດຈຸບັນ ນັ້ນກໍຄື ນະວະນິຍາຍປະຕິວັດ ເລື່ອງ “ສອງເອື້ອຍນ້ອງ” ແລະ “ກອງພັນ ທີສອງ” ທີ່ໄດ້ຮັບການຈັດພິມເຜີຍແຜ່ຫລາຍຄັ້ງ ແລະ ໄດ້ຮັບການແປເປັນພາສາ ຕ່າງປະເທດຫລາຍພາສາ. ນອກນັ້ນ, ທ່ານຍັງມີຜົນງານເລື່ອງສັ້ນ ທີ່ໄດ້ຂຽນ ແລະ ໄດ້ລົງພິມຢູ່ໃນວາລະສານ ແລະ ໜັງສືພິມຕ່າງໆ. ທ່ານ ສຸວັນທອນ ບຸບຜານຸວົງ ແມ່ນໜຶ່ງໃນ ຄະນະຂົນຂວາຍ ກະກຽມສ້າງຕັ້ງສະມາຄົມນັກປະ ພັນລາວ ແລະ ທ່ານກໍໄດ້ຮັບການເລືອກຕັ້ງເປັນ ປະທານສະມາຄົມນັກປະພັນລາວ ຜູ້ທໍາອິດຂອງ ປະເທດຊາດ ໃນກອງປະຊຸມໃຫຍ່ ຂອງສະມາຄົມນັກປະພັນລາວ ຄັ້ງທີ 1.




ເພື່ອສືບຕໍ່ຮັກສາ ແລະ ເສີມຂະຫຍາຍບົດບາດ ຊື່ສຽງຂອງເພິ່ນໃຫ້ຍືນຍົງຄົງຕົວ ຢູ່ໃນວົງການວັນນະຄະດີ ບ້ານເຮົາຕໍ່ໆໄປ, ໃນອະນາຄົດ ຄອບຄົວ ບຸບຜານຸວົງ ຈະສ້າງຕັ້ງ
“ກອງທຶນສົ່ງເສີມ ວັນນະ ຄະດີ ສຸວັນທອນ ບຸບຜານຸວົງ” ເຊິ່ງກອງທຶນດັ່ງກ່າວ, ຈະປະຕິບັດບົດບາດ ໃນການຊຸກຍູ້ສົ່ງເສີມວັນນະຄະດີ ຂອງນັກປະພັນລາວ ໂດຍຈະຈັດການແຂ່ງຂັນ ກວດສອບບົດປະພັນ ວັນນະຄະດີ ແລະ ມອບລາງວັນວັນນະຄະດີປະຈຳແຕ່ລະປີ ໂດຍສະເພາະແມ່ນ ໃນຖັນແຖວນັກຂຽນໜຸ່ມ, ນັກຮຽນ-ນັກສຶກສາຜູ້ທີ່ຮຽນເກັ່ງ ທາງດ້ານ ວັນນະຄະດີ ທັງໃນລະດັບອຸດົມ ສຶກສາ ແລະ ມະຫາວິທະຍາໄລ ​ໂດຍສະມາຄົມນັກປະພັນລາວ ຈະສະໜັບສະໜູນແນວຄວາມຄິດ ແລະ ຂໍ້ລິເລີ່ມດັ່ງກ່າວ. ສ່ວນການປະຕິບັດ ຕົວຈິງ ກໍຈະໄດ້ປຶກສາຫາລືກັບ ພາກສ່ວນທີ່ກ່ຽວຂ້ອງຕ່າງໆ ເພື່ອໃຫ້ສາມາດດໍາເນີນໄປຢ່າງມີໝາກຜົນ ແລະ ຖືກຕ້ອງຕາມລະບຽບ ຫລັກການຕໍ່ໄປ.

 ຂ່າວ: ທະນູທອງ

ຂໍ້ມູນ-ພາບ: ບຸນຕອມ

KPL

ຂ່າວອື່ນໆ

    • ແຂ່ງຂັນຄົນລາວຮ້ອງເພງຈີນພາຍໃຕ້ຫົວຂໍ້ "ສຽງເພງແຫ່ງແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ"ວັດທະນະທຳ-ສັງຄົມ

      ແຂ່ງຂັນຄົນລາວຮ້ອງເພງຈີນພາຍໃຕ້ຫົວຂໍ້ "ສຽງເພງແຫ່ງແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ"

      9/30/2026 8:57:28 AM

      ສູນວັດທະນະທຳຈີນ ປະຈຳລາວ ຮ່ວມກັບ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແລະ ສະພາການຄ້າຈີນ ປະຈຳລາວ ຈັດການແຂ່ງຂັນຄົນລາວຮ້ອງເພງຈີນ ຄັ້ງທີ 5 ພາຍໃຕ້ຫົວຂໍ້ “ສຽງເພງແຫ່ງແມ່ນ້ຳຂອງ-ນ້ຳລ້ານຊ້າງ”

    • ເປີດແລ່ນຂະບວນລົດໄຟຟ້າຖ້ຽວເຊົ້າຄັ້ງທຳອິດ ບໍ່ເຕ່ນ-ນະຄອນຫລວງວຽງຈັນວັດທະນະທຳ-ສັງຄົມ

      ເປີດແລ່ນຂະບວນລົດໄຟຟ້າຖ້ຽວເຊົ້າຄັ້ງທຳອິດ ບໍ່ເຕ່ນ-ນະຄອນຫລວງວຽງຈັນ

      9/30/2026 8:50:43 AM

      ທາງລົດໄຟ ລາວ-ຈີນ ເປີດແລ່ນຂະບວນລົດໄຟຖ້ຽວເຊົ້າ (C95) ຄັ້ງທຳອິດ ຈາກສະຖານີບໍ່ເຕ່ນ-ນະຄອນຫຼວງວຽງຈັນ ຢ່າງເປັນທາງການ ໃນວັນທີ 28 ກັນຍາ 2026 ນີ້.

    • ຄຳມ່ວນ-ຮາຕິ່ງ ສືບຕໍ່ຮວມມືຮອບດ້ານເຊື່ອມໂຍງຄົມມະນາຄົມ-ຮັກສາຊາຍແດນວັດທະນະທຳ-ສັງຄົມ

      ຄຳມ່ວນ-ຮາຕິ່ງ ສືບຕໍ່ຮວມມືຮອບດ້ານເຊື່ອມໂຍງຄົມມະນາຄົມ-ຮັກສາຊາຍແດນ

      9/30/2026 1:41:53 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຄໍາມ່ວນ ໃຫ້ຮູ້ວ່າ: ກອງປະຊຸມ ພົບປະຂ້ັນສູງ ເພ່ືອທົບທວນຜົນ ການຮ່ວມມື ແລະ ກໍານົດທິດທາງ ສືບຕໍ່ພັດທະນາສາຍພົວພັນສອງ ແຂວງ ຄໍາມ່ວນ ແລະ ຮ່າຕິ່ງ ໃຫ້ ເລິກເຊິ່ງ ແລະ ເປັນຮູບປະທໍາ ຈັດ ຂຶ້ນໃນໃນອາທິດຜ່ານມາ ທີ່ຕາ ແສງແຫ່ງແຊນ ແຂວງຮ່າຕິ່ງ ສສ ຫວຽດນາມ, ໂດຍມີ ທ່ານ ໄຊ ຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ຄຳມ່ວນ, ທ່ານ ຫງ້ວຽນ ຢຸຍ ເລີ່ມ ເລຂາພັກແຂວງຮ່າຕິ່ງ ພ້ອມດ້ວຍ ຜູ້ແທນຈາກບັນດາພະແນກການ, ຂະແໜງການ ແລະ ທ້ອງຖິ່ນຂອງ ສອງຝ່າຍເຂົ້າຮ່ວມ.

    • ພົບປະສົ່ງເສີມວັດທະນະທຳ-ການທ່ອງທ່ຽວ ກວາງຊີ ສປ ຈີນວັດທະນະທຳ-ສັງຄົມ

      ພົບປະສົ່ງເສີມວັດທະນະທຳ-ການທ່ອງທ່ຽວ ກວາງຊີ ສປ ຈີນ

      9/28/2026 10:18:54 AM

      ໃນໂອກາດ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຈີນ-ລາວ, ທັງເປັນປີມິດຕະພາບ ຈີນ-ລາວ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ຈັດງານພົບປະສົ່ງເສີມວັດທະນະທຳ ແລະ ການທ່ອງທ່ຽວ ໃນຫົວຂໍ້: “ພົບພໍ້ກວາງຊີ” ຢູ່ນະຄອນຫລວງວຽງຈັນ ເພື່ອຊຸກຍູ້ການຮ່ວມມືຕົວຈິງ ລະຫວ່າງ ຂະແໜງການທ່ອງທ່ຽວຂອງກວາງຊີ ແລະ ສປປ ລາວ ໃນວັນທີ 24 ກັນຍາ 2026 .

    • ອ່ານບົດກະວີ ສະຫລອງບຸນໄຫວ້ພະຈັນ ປະຈຳປີ 2026ວັດທະນະທຳ-ສັງຄົມ

      ອ່ານບົດກະວີ ສະຫລອງບຸນໄຫວ້ພະຈັນ ປະຈຳປີ 2026

      9/24/2026 5:51:15 PM

      ໃນວັນທີ 23 ກັນຍາ 2026 ນີ້, ສູນວັດທະນະທຳຈີນ ປະຈຳລາວ ຮ່ວມກັບພາກວິຊາພາສາຈີນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ຈັດງານສະເຫຼີມສະຫຼອງບຸນໄຫວ້ພະຈັນ ປະຈຳປີ 2026 ພາຍໃຕ້ຫົວຂໍ້: “ຮ່ວມກັນຊົມພະຈັນດວງດຽວກັນ-ອ່ານບົດກະວີໃນບຸນໄຫວ້ພະຈັນ” ໂດຍມີ ທ່ານ ຫຼົວ ເວີ້ຍຈ້ຽນ ຫົວໜ້າສູນວັດທະນະທຳຈີນ ປະຈຳລາວ, ມີຮອງຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດລາວ, ມີຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາຄູ-ອາຈານ, ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.

ads
ads

Top