ຂປລ
ບໍລິສັດ ນໍ້າມັນ ແຄມຝັ່ງແຫ່ງຊາດ ສປຈີນ (ຊີເອັນໂອໂອຊີ) ໄດ້ຄົ້ນພົບ ແຫລ່ງນໍ້າມັນ ຂະໜາດໃຫຍ່ ໃນຝັ່ງຕາເວັນອອກ ຂອງ ທະເລຈີນໃຕ້ ແລະ ຈະມີປະລິມານ ສຳຮອງ ທີ່ ພິສູດແລ້ວ ຫລາຍກວ່າ 100 ລ້ານໂຕນ.
ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກ ນະຄອນຫລວງ ປັກກິ່ງ ປະເທດສປຈີນ ເມື່ອວັນທີ 31 ມີນາ, ບໍລິສັດ ນໍ້າມັນ ແຄມຝັ່ງແຫ່ງຊາດ ສປຈີນ (ຊີເອັນໂອໂອຊີ) ໄດ້ຄົ້ນພົບ ແຫລ່ງນໍ້າມັນ ຂະໜາດໃຫຍ່ ໃນຝັ່ງຕາເວັນອອກ ຂອງ ທະເລຈີນໃຕ້ ແລະ ຈະມີປະລິມານ ສຳຮອງ ທີ່ ພິສູດແລ້ວ ຫລາຍກວ່າ 100 ລ້ານໂຕນ. ແຫລ່ງນໍ້າມັນ ຮຸ່ຍໂຈວ 19-6 ຢູ່ຫ່າງຈາກ ເມືອງ ເຊີນເຈີ້ນ ໃນແຂວງກວາງຕຸ້ງ ຊຶ່ງຕັ້ງຢູ່ ທາງພາກໃຕ້ຂອງ ສປຈີນ ໄປປະມານ 170 ກິໂລແມັດ . ໂດຍອ້າງຕາມ ຜົນການສຳຫລວດ ແຫລ່ງນໍ້າມັນ ແຫ່ງນີ້ ສາມາດ ຜະລິດນໍ້າມັນດີບ ໄດ້ 413 ຖັງຕໍ່ວັນ ແລະ ແກັສທຳມະຊາດ 68.000 ແມັດກ້ອນ./
KPL