ສະພາກາແດງສາກົນ ບໍລິຈາກເງິນຊ່ວຍເຫລືອ ດ້ານມະນຸດສະທຳໃຫ້ ມຽນມາ 100 ລ້ານຟຣັງສະວິສ

31/03/2025 22:13
Email Print 239
ຂປລ ສະຫະພັນ ສະພາກາແດງ ແລະ ສະພາສ້ຽວວົງເດືອນ ລະຫວ່າງປະເທດ (ໄອເອຟອາຣຊີ )ໄດ້ອອກຖະແຫລງການ ກ່ຽວກັບ ການລະດົມທຶນ 100 ລ້ານຟຣັງສະວິສ ເພື່ອເປັນການມອບ ຄວາມຊ່ວຍເຫລືອ ດ້ານມະນຸດສະທຳ ໃຫ້ແກ່ຊາວ ມຽນມາ 100.000 ຄົນ ຫລື 20.000 ຄົວເຮືອນ

ຂປລ.ສຳນັກຂ່າວຕ່າງປະເທດ ລາຍງານຈາກເມືອງ ເຈນິວາ ປະເທດສະວິດ ເມື່ອວັນທີ 30 ມີນາ: ສະຫະພັນ ສະພາກາແດງ ແລະ ສະພາສ້ຽວວົງເດືອນ ລະຫວ່າງປະເທດ (ໄອເອຟ ອາຣຊີ )ໄດ້ອອກຖະແຫລງການ ກ່ຽວກັບ ການລະດົມທຶນ 100 ລ້ານຟຣັງສະວິສ ເພື່ອເປັນການມອບ ຄວາມຊ່ວຍເຫລືອ ດ້ານມະນຸດສະທຳ ໃຫ້ແກ່ຊາວ ມຽນມາ  100.000 ຄົນ ຫລື 20.000 ຄົວເຮືອນ ຊຶ່ງໄດ້ຮັບຜົນກະທົບ ຈາກແຜ່ນດິນໄຫວ ຢ່າງຮຸນແຮງ  ຂະໜາດ 7,7 ລິກເຕີ. ຖະແຫລງການນີ້ ລະບຸວ່າ: ຄວາມຊ່ວຍເຫລືອ ດັ່ງກ່າວ ຈະຄວບຄຸມໄລຍະເວລາ 24 ເດືອນ ແລະ ສະຖານະການ ທີ່ເກີດຂຶ້ນ ບໍ່ແມ່ນໄພພິບັດ ທາງທຳມະຊາດເທົ່ານັ້ນ ຫາກຍັງເປັນ ວິກິດການ ດ້ານມະນຸດສະທຳ ທີ່ຊັບຊ້ອນ ເນື່ອງຈາກ ມຽນມາ ຍັງສືບຕໍ່ ຜະເຊີນ ກັບ ສະຖາ ນະການ ຊູດໂຊມ ຕໍ່ໄປ ./

 

KPL

ຂ່າວອື່ນໆ

ads
ads

Top