ຂປລ
ໜ່ວຍງານ ດ້ານອາຫານ ຂອງສະຫະປະຊາຊາດ (ຢູເອັນ) ເຕືອນວ່າ ປະຊາຊົນ 58 ລ້ານຄົນ ມີຄວາມສ່ຽງ ທີ່ ຈະຜະເຊີນກັບ ພາວະອຶດຫີວ ຢ່າງໜັກ ຖ້າຫາກບໍ່ໄດ້ເງິນ ຊ່ວຍເຫລືອ ຢ່າງຮີບດ່ວນ.
ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກ ນະຄອນຫລວງ ໂຣມ ປະເທດ ອິຕາລີ ເມື່ອບໍ່ດົນມານີ້, ໜ່ວຍງານ ດ້ານອາຫານ ຂອງສະຫະປະຊາຊາດ (ຢູເອັນ) ເຕືອນວ່າ ປະຊາຊົນ 58 ລ້ານຄົນ ມີຄວາມສ່ຽງ ທີ່ ຈະຜະເຊີນກັບ ພາວະອຶດຫີວ ຢ່າງໜັກ ຖ້າຫາກບໍ່ໄດ້ເງິນ ຊ່ວຍເຫລືອ ຢ່າງຮີບດ່ວນ. ໂດຍໂຄງການອາຫານໂລກ (ດັບເບີລຢູເອຟພີ) ຊຶ່ງມີ ສຳນັກງານໃຫຍ່ ຕັ້ງຢູ່ ນະຄອນຫລວງ ໂຣມ ປະເທດ ອິຕາລີ ເປີດເຜີຍວ່າ: ນັບຕັ້ງແຕ່ ຕົ້ນປີ 2025 ຜ່ານມາ, ມີຜູ້ບໍລິຈາກ ຫລຸດລົງເກືອບ 40% ເມື່ອທຽບໃສ່ປີກາຍນີ້ ແລະ ການຂາດແຄນດັ່ງກ່າວ ໄດ້ສົ່ງຜົນກະທົບ ຕໍ່ໂຄງການ ອາຫານ ໃນພື້ນທີ່ ວິກິດ 28 ແຫ່ງ ທົ່ວໂລກ ລວມເຖິງ ເຂດສະນວນກາຊາ, ຊູດັງ, ຊີຣີ ແລະ ກົງໂກ .
ໂດຍປະຊາກອນ ທົ່ວໂລກ 343 ລ້ານຄົນ ພວມຜະເຊີນກັບ ບັນຫາ ການຂາດແຄນ ອາຫານ ຢ່າງຮຸນແຮງ ແລະ ໃນປີນີ້ ໜ່ວຍງານ ໄດ້ຕັ້ງເປົ້າໝາຍ ຊ່ວຍເຫລືອ ປະຊາກອນໃຫ້ໄດ້ 123 ລ້ານຄົນ. ໃນຂະນະທີ່ ໜ່ວຍງານ ລະດົມທຶນໄດ້ພຽງ 1.570 ລ້ານໂດລາ ສະຫະລັດ ນັບແຕ່ ຕົ້ນປີນີ້ ຈົນເຖິງ ວັນທີ 24 ມີນາ ທີ່ຜ່ານມາ . ເມື່ອປີກາຍນີ້ ດັບເບີລ ຢູເອຟພີ ໄດ້ຮັບເງິນ ສະໜັບສະໜູນ ຈຳນວນ 9.750 ລ້ານໂດລາ ສະຫະລັດ ຊຶ່ງເປັນຕົວເລກໜ້ອຍກວ່າ ທີ່ ຮຽກຮ້ອງ ເຖິງ 21.100 ລ້ານໂດລາສະຫະລັດ./
KPL