ສະພາຜູ້ແທນຣາດຊະດອນໄທ ບໍ່ຮັບຮອງຍັດຕິບໍ່ໄວ້ວາງໃຈນາຍົກລັດຖະມົນຕີ

27/03/2025 11:27
Email Print 296
ຂປລ ສະ​ພາ​ ຜູ້​ແທນ ​​ຣາດ​ຊະ​ດອນ​ໄທ ໄດ້​ລົງ​ຄະ​ແນນ​ສຽງ ​ຕໍ່ຍັດ​ຕິ​ບໍ່​ໄວ້​ວາງ​ໃຈ ທ່ານ​ ນາງ ແພ​ທອງ​​ທານ ຊິນ​ນະ​ວັດ, ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ຄົນ​ປັດ​ຈຸ​ບັນ ພ້ອມ​ດ້ວຍ ​ຄະ​ນະ​ລັດ​ຖະ​ບານ​ ທີ່​ສະ​ເໜີ​ໂດຍ ​ພັກ​ຝ່າຍ​ຄ້ານ, ຍັດ​ຕິ​ດັ່ງ​ກ່າວ ​ບໍ່​ຜ່ານ​ການ​ຮັບ​ຮອງ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ສະ​ພາ​ ຜູ້​ແທນ ​​ຣາດ​ຊະ​ດອນ​ໄທ ໄດ້​ລົງ​ຄະ​ແນນ​ສຽງ ​ຕໍ່ຍັດ​ຕິ​ບໍ່​ໄວ້​ວາງ​ໃຈ ທ່ານ​ ນາງ ແພ​ທອງ​​ທານ ຊິນ​ນະ​ວັດ, ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ຄົນ​ປັດ​ຈຸ​ບັນ ພ້ອມ​ດ້ວຍ ​ຄະ​ນະ​ລັດ​ຖະ​ບານ​ ທີ່​ສະ​ເໜີ​ໂດຍ ​ພັກ​ຝ່າຍ​ຄ້ານ, ຍັດ​ຕິ​ດັ່ງ​ກ່າວ ​ບໍ່​ຜ່ານ​ການ​ຮັບ​ຮອງ.ໃນ​ການ​ລົງ​ຄະ​ແນນ​ສຽງ ​ທີ່​ຈັດ​ຂຶ້ນ ໃນ​ວັນ​ທີ 26 ມີ​ນາ​ນີ້, ມີ​ສະ​ມາ​ຊິກ ​ສະ​ພາ​ ຜູ້​ແທນ​​ ຣາດ​ຊະ​ດອນ ​ຫລາຍກວ່າ​ເຄິ່ງ​ໜຶ່ງ​ ໄດ້​ລົງ​ຄະ​ແນນ​ສຽງ​ ບໍ່​ເຫັນ​ດີ ​ຕໍ່​ຍັດ​ຕິ​ ບໍ່​ໄວ້​ວາງ​ໃຈ ​ດັ່ງ​ກ່າວ, ສະ​ນັ້ນ,  ປະ​ທານ​ ລັດ​ຖະ​ສະ​ພາ ​ຈຶ່ງ​ປະ​ກາດ ​ບໍ່​ຮັບ​ຮອງ ຍັດ​ຕິ ​ດັ່ງ​ກ່າວ​. ພາຍ​ຫລັງ​ ຍັດ​ຕິ​ບໍ່​ໄວ້​ວາງ​ໃຈ​ ຖືກ​​ປະ​ຕິ​ເສດ​ແລ້ວ, ທ່ານ​ນາງ ແພງ​ທອງ​ທານ ຊິນ​ນະ​ວັດ​ ໄດ້​ລົງ​ບົດ​ຄວາມ​ ຜ່ານ​ທາງ​ສື່​ ສັງ​ຄົມ​ອອນ​ລາຍ ​​ໂດຍ​ສະ​ແດງ ​ຄວາມ​ຂອບ​ໃຈ​ ຕໍ່​ບັນ​ດາ​ຝ່າຍ​ ທີ່​ປະ​ຕິ​ບັດ​ໜ້າ​ທີ່ ​ຜູ້​ແທນ​ປະ​ຊາ​ຊົນ ​ຢ່າງ​ເຕັມ​ສ່ວນ, ຂອບ​ໃຈ ​ຕໍ່​ໜ່ວຍ​ງານ ​​ຂອງຄະ​ນະ​ລັດ​ຖະ​ບານ ​ທີ່​ໄດ້​ຊີ້​ແຈງ ​ຢ່າງ​ລະ​ອຽດ ​ຕໍ່​ຫົວ​ຂໍ້​ປຶກ​ສາ​ຫາ​ລື​ ທັງ​ໝົດ ພ້ອມ​ທັງ ​ໄດ້​ສະ​ແດງ​ ຄວາມ​ຂອບ​ໃຈ ​ຕໍ່​ສະ​ມາ​ຊິກ​ສະ​ພາ​ ບໍ່​ວ່າ​ ຈະ​ເປັນ​ພັກ​ ກຳ​ອຳ​ນາດຫລື ພັກ​ຝ່າຍ​ຄ້ານ ​ກໍ​ຕາມ ​ລ້ວນ​ແຕ່ ​ໄດ້​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ ຂະ​ບວນ​ການ ​ຕິດ​ຕາມ ກວດ​ກາ ​ເພື່ອ​ຮັບ​ປະ​ກັນ ​ຜົນ​ປະ​ໂຫຍດ ​ຂອງ​ຊາດ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top