ຄົບຮອບ 77 ປີ ວັນຊາດຈີນ ເຖິງຄູ່ຮ່ວມຊາຕາກຳລາວ-ຈີນ ຍຸກໃໝ່

01/10/2026 11:44
Email Print 165
ຂປລ ວັນທີ 1 ຕຸລາ 2026ນີ້ ເປັນວັນຄົບຮອບ 77 ປີແຫ່ງການສ້າງຕັ້ງສາທາລະນະລັດ ປະຊາຊົນຈີນ (ສປ ຈີນ). ຜ່ານແງ່ມູມໜ້າສົນໃຈ ແລະ ຊົມເຊີຍຕໍ່ການສູ້ຊົນສ້າງສັງຄົມນິຍົມອີ່ມໜຳສຳລານ ໃນໄລຍະສຸດທ້າຍ ໃຫ້ສຳເລັດຢ່າງຮອບດ້ານ, ຍາດເອົາໄຊຊະນະອັນຍິ່ງໃຫຍ່ ແຫ່ງສັງຄົມນິຍົມທີ່ມີສີສັນ ພິເສດຂອງຈີນ ຍຸກໃໝ່ພົ້ນເດັ່ນຂຶ້ນແບບກ້າວກະໂດດ ເຊິ່ງເປັນບົດຮຽນທີ່ບໍ່ມີຊາດໃດໃນໂລກເຮັດໄດ້

ຂປລ. ວັນທີ 1 ຕຸລາ 2026ນີ້ ເປັນວັນຄົບຮອບ 77 ປີແຫ່ງການສ້າງຕັ້ງ ສາທາລະນະລັດ ປະຊາຊົນຈີນ (ສປ ຈີນ). ຜ່ານແງ່ມູມໜ້າສົນໃຈ ແລະ ຊົມເຊີຍຕໍ່ການສູ້ຊົນ ສ້າງສັງຄົມນິຍົມ ອີ່ມໜຳສຳລານ ໃນໄລຍະສຸດທ້າຍໃຫ້ສຳເລັດຢ່າງຮອບດ້ານ, ຍາດເອົາໄຊຊະນະອັນຍິ່ງໃຫຍ່ ແຫ່ງສັງຄົມນິຍົມທີ່ມີສີສັນພິເສດ ຂອງຈີນຍຸກໃໝ່ພົ້ນເດັ່ນ ຂຶ້ນແບບກ້າວ ກະໂດດ ເຊິ່ງເປັນບົດຮຽນ ທີ່ບໍ່ມີຊາດໃດໃນໂລກ ເຮັດໄດ້; ຈາກປະເທດທີ່ທຸກຍາກ ມີລາຍໄດ້ພຽງ 119 ຢວນຕໍ່ຄົນຕໍ່ປີໃນປີ 1949 ເພີ່ມຂຶ້ນເປັນ99,000 ກວ່າຢວນຕໍ່ຄົນຕໍ່ປີໃນປີ 2025, ຈາກເງື່ອນໄຂນ້ຳບໍ່ໄຫຼ ໄຟບໍ່ສະຫວ່າງ ສາມາດລຶບລ້າງຄວາມທຸກຍາກ ຂອງປະຊາຊົນໄດ້ 800 ລ້ານກວ່າຄົນ ແລະ ກ້າວສູ່ຍຸກອຸດສາຫະກໍາ ທັນສະໄໝແຖວໜ້າ ຂອງໂລກ ຂັບເຄື່ອນດ້ວຍ ຫຸ່ນຍົນ ແລະ ປັນຍາປະດິດ (AI) ຄວບຄູ່ກັບການ ພັດທະນາສີຂຽວ, ແບ່ງປັນຜົນສຳເລັດ ໃຫ້ປະຊາຊົນ ຢ່າງຍຸຕິທຳ ແລະ ເປີດກວ້າງ ການຮ່ວມມື ກັບສາກົນ ຢ່າງບໍ່ຢຸດ ຢັ້ງ.

ເມື່ອເວົ້າເຖິງ ຄວາມສຳເລັດອັນຍິ່ງໃຫຍ່ ຂອງຈີນ ທີ່ເປັນທີ່ຮັບຮູ້ ໃນສາຍຕາຊາວໂລກ, ແຕ່ກໍບໍ່ຄວນເບິ່ງຂ້າມສາຍພົວພັນສອງຊາດລາວ-ຈີນ ທີ່ມີອຸດົມການສັງຄົມນິຍົມ ດຽວກັນຢ່າງເດັດດ່ຽວ ໜຽວແໜ້ນ, ເລີ່ມຈາກທີ່ຕັ້ງພູມສາດ ແຜ່ນດິນຕິດຕໍ່ກັນ, ພູຜາປ່າດົງ ແລະ ຫ້ວຍນ້ຳລຳເຊ ກ້າວກາຍເປັນຂັ້ນໆ ສູ່ເສັ້ນທາງລົດໄຟແຫ່ງມິດຕະພາບລາວ-ຈີນ ທີ່ໄດ້ພິກປະຫວັດສາດ ໜ້າໃໝ່ຂອງຊາດລາວ ຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດ ກັບພາກພື້ນ ແລະ ສາກົນ. ຖ້າຢ້ອນເວລາກ່ອນໜ້ານີ້ ປະມານ 10 ປີ, ການໄປມາຫາສູ່ກັນລະຫວ່າງ ສອງປະເທດລ້ວນແຕ່ ພົບຄວາມຫຍຸ້ງຍາກ ລຳບາກຫຼາຍ; ການເດີນທາງ ແລະ ການຂົນສົ່ງສິນຄ້າ ຈາກຊາຍແດນລາວ-ຈີນ (ແຂວງຫຼວງນ້ຳທາ) ຮອດນະຄອນຫຼວງວຽງຈັນ ຕ້ອງໃຊ້ເວລາເກືອບ 2 ອາທິດ, ເຮັດໃຫ້ເສຍເວລາ, ຄ່າຂົນສົ່ງສິນຄ້າແພງ ແລະ ມີຄວາມສ່ຽງ ດ້ານຄວາມປອດໄພສູງ. ຍິ່ງໄປກວ່ານັ້ນ, ສື່ຕາເວັນຕົກ ແລະ ບາງປະເທດຍັງວິພາກ ວິຈານຕ່າງໆນາໆໃນທາງລົບວ່າ: ການສ້າງທາງລົດໄຟ ບໍ່ມີປະໂຫຍດ ຍ້ອນລາວມີປະຊາກອນໜ້ອຍ, ບໍ່ມີຖານຜະລິດອຸດສາຫະກຳ ແລະ ບໍ່ມີສິນຄ້າພຽງພໍທີ່ຈະສົ່ງອອກ, ມີແຕ່ຈະເປັນໜີ້ ແລະ ສຸດທ້າຍກໍໄປຕໍ່ບໍ່ລອດ.

ແຕ່ກົງກັນຂ້າມ, ຍ້ອນສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ສະຫຼາດສ່ອງໃສ, ຮັບຮູ້ເຂົ້າໃຈ ເປັນເອກະພາບ ຢ່າງເລິກເຊິ່ງ ຕໍ່ຄວາມຮຽກຮ້ອງ ຕ້ອງການ ແລະ ທ່າອ່ຽງ ລວມຂອງໂລກ, ແບ່ງປັນຜົນປະໂຫຍດ ຮ່ວມກັນ ແລະ ຄຽງບ່າຄຽງໄລ່ ພັດທະນາ ດ້ວຍບາດກ້າວ ອັນໝັ້ນຄົງ, ຈຶ່ງເຮັດໃຫ້ໂຄງ ການ ລົດໄຟລາວ-ຈີນ ເລີ່ມກໍ່ສ້າງໃນປີ 2016 ແລະ ໃຊ້ເວລາພຽງ 5 ປີ ກໍເປີດໃຫ້ບໍລິການໃນປີ 2021. ມາຮອດປັດຈຸບັນ, ການຂົນສົ່ງລວມ ນັບແຕ່ມື້ເປີດ ໃຫ້ບໍລິການ ໃນວັນທີ 3 ທັນວາ 2021 ຮອດເດືອນສິງຫາ 2026 ສາມາດ ຂົນສົ່ງສິນຄ້າ ບັນລຸກວ່າ 90 ລ້ານໂຕນ ແລະ ຂົນສົ່ງຜູ້ໂດຍສານກວ່າ 73 ລ້ານຄົນ (ເພີ່ມຂຶ້ນ 50%, ກວມເອົາ 19 ປະເທດທີ່ມາໃຊ້ບໍລິການ). ການເດີນທາງ ພາຍໃນປະເທດແລ່ນ 6 ທ່ຽວຕໍ່ມື້, ສ່ວນລົດໄຟຂ້າມແດນ ຄຸນໝິງ-ນະຄອນຫຼວງວຽງຈັນ ແລ່ນ 4 ທ່ຽວຕໍ່ມື້ (ໃນນັ້ນຂົນສົ່ງຜູ້ໂດຍສານ ປະມານ 60 ພັນຄົນຕໍ່ມື້ ແລະ ຂົນສົ່ງສິນຄ້າປະມານ 23 ຂະບວນຕໍ່ມື້).

ຫຼ້າສຸດໃນວັນທີ 28 ກັນຍາ 2026 ນີ້, ບໍລິສັດທາງລົດໄຟລາວ-ຈີນ ຍັງໄດ້ປະກາດ ເປີດຂະບວນລົດໄຟ ໂດຍສານຖ່ຽວ C95-C96 ໃໝ່ອີກ ເພື່ອອຳນວຍ ຄວາມສະດວກ ໃຫ້ຜູ້ໂດຍສານ ທາງພາກເໜືອ ຈາກບໍ່ເຕັນ-ວຽງຈັນ ດ້ວຍການບໍລິການ ແລ່ນໄປ-ກັບພາຍໃນມື້ດຽວ; ຖ່ຽວ C95 ກຳນົດອອກຈາກ ສະຖານີບໍ່ເຕັນ ເວລາ 08:00 ໂມງເຊົ້າ ແລະ ຮອດສະຖານີວຽງຈັນ ເວລາ 11:47 ໂມງ, ສ່ວນຖ່ຽວ C96 ອອກຈາກສະຖານີວຽງຈັນ ເວລາ 14:05 ໂມງ ແລະ ມາຮອດສະຖານີບໍ່ເຕັນ ເວລາ 18:32 ໂມງ.

ນອກຈາກນັ້ນ, ຍັງມີການຮ່ວມມື ດ້ານການຄ້າ, ການລົງທຶນ ແລະ ການສຶກສາ ລະຫວ່າງລາວ-ຈີນ ດັ່ງນີ້:

ການລົງທຶນ: ການລົງທຶນຂອງຈີນ ໃນລາວລວມມີ 900 ກວ່າໂຄງການ, ມູນຄ່າສະສົມກວ່າ 18 ຕື້ໂດລາ, ຈັດເປັນອັນດັບທີ 1 ຂອງການລົງທຶນ ຕ່າງປະເທດໃນລາວ.

ການຄ້າສອງສົ້ນ: ມູນຄ່າການຄ້າລາວ-ຈີນ ໃນປີ 2025 ລວມທັງໝົດ 9.8 ຕື້ໂດລາ (ເພີ່ມຂຶ້ນ 19.3%), ແລະ ຄາດວ່າໃນປີ 2026 ຈະບັນລຸ 11-12 ຕື້ໂດລາ.

       ການສຶກສາ: ຈີນໄດ້ໃຫ້ທຶນ ພັດທະນາ ການສຶກສາ ແລະ ສ້າງວິຊາຊີບໃຫ້ຄົນລາວ ຈຳນວນຫຼວງຫຼາຍ, ເຊິ່ງປັດຈຸບັນມີຈຳນວນ ສະສົມຂອງນັກສຶກ ສາລາວເຂົ້າມາຮຽນ ຢູ່ຈີນຫຼາຍ ໝື່ນຄົນ. ຫຼ້າສຸດ ລັດຖະບານຈີນຍັງໄດ້ປະກາດໃຫ້ທຶນ ການສຶກສາແກ່ລາວ 3,000 ທຶນ (ລວມທັງທຶນໄລຍະສັ້ນ-ຍາວ ແລະ ຝຶກອົບຮົມວິຊາສະເພາະ).

ຂະນະດຽວກັນ ຜົນກະທົບຈາກສະພາບ ການເມືອງ, ຄວາມຂັດແຍ່ງ ແລະ ເສດຖະກິດຜັນຜວນທົ່ວໂລກ ຍິ່ງເຮັດໃຫ້ການ ຮ່ວມມືລາວ-ຈີນ ຮັດແໜ້ນຂຶ້ນກວ່າເກົ່າ. ລັດຖະບານລາວ ໄດ້ຫັນມາສົ່ງເສີມການ ໃຊ້ລົດໄຟຟ້າ (EV) ແທນລົດໃຊ້ນ້ຳມັນ ເຊື້ອໄຟເກືອບ 100%. ໃນປີ 2025 ລາວນຳເຂົ້າລົດໄຟຟ້າ 14,000 ຄັນ, ແລະ ຄາດວ່າປີ 2026 ຕົວເລກການນຳ ເຂົ້າອາດສູງເຖິງ 18,000 ຄັນ (ໃນນັ້ນກວ່າ 90% ແມ່ນລົດໄຟຟ້າຈີນ ທີ່ມີຄຸນນະພາບສາກົນ). ການໃຊ້ລົດໄຟຟ້າເຫຼົ່ານີ້ ຈະຊ່ວຍໃຫ້ລາວ ປະຢັດນ້ຳມັນໄດ້ເຖິງ 20 ລ້ານກວ່າລິດຕໍ່ປີ; ແລະ ຖ້າຄົນລາວນຳໃຊ້ລົດໄຟຟ້າເຖິງ 600,000 ຄັນ ພາຍໃນປີ 2030 ຈະສາມາດປະຢັດ ນ້ຳມັນໄດ້ເຖິງ 800 ລ້ານກວ່າລິດຕໍ່ປີ, ຮັກສາເງິນຕາບໍ່ໃຫ້ໄຫຼອອກ ນອກ ປະເທດໄດ້ເຖິງ 970 ລ້ານໂດລາຕໍ່ປີ, ພ້ອມທັງຊ່ວຍ ປັບປຸງສະພາບແວດລ້ອມ ແລະ ຫຼຸດຜ່ອນມົນລະພິດ ອີກດ້ວຍ. ຕົວຢ່າງເຫຼົ່ານີ້ ໄດ້ພິສູດໃຫ້ໂລກ ເຫັນໝາກຜົນແຫ່ງ ຄວາມສຳເລັດ ທີ່ຈັບຕ້ອງໄດ້ຕົວຈິງ ພາຍໃຕ້ຄູ່ຮ່ວມຊາຕາກຳ ລາວ-ຈີນ ແລະ ການຜັນຂະຫຍາຍຕາມທິດ "4 ດີ" ໃຫ້ຈະເລີນງອກງາມ ເປັນໝາກເປັນຜົນ ບໍ່ຢຸດຢັ້ງ.

ທິດທາງ ແລະ ຜົນການພົບປະ ລະຫວ່າງປະມຸກລັດສອງຊາດ: ຄວາມສຳເລັດຂອງຈີນ ຕະຫຼອດ 77 ປີ ຍັງສະທ້ອນໃຫ້ເຫັນ ຜ່ານການພົບປະໃນວັນທີ 5 ມິຖຸນາຜ່ານມານີ້, ລະຫວ່າງ ທ່ານ ທອງລຸນ ສີສຸລິດ ປະທານປະເທດລາວ ແລະ ທ່ານ ສີຈິ້ນຜິງ ປະທານປະເທດຈີນ ທີ່ນະຄອນຫຼວງປັກກິ່ງ.

ໃນໂອກາດດັ່ງກ່າວ, ທ່ານ ສີຈິ້ນຜິງ ໄດ້ສະເໜີ 4 ຂໍ້ ກ່ຽວກັບການຊຸກຍູ້ ການສ້າງສາຍພົວພັນ ແລະ ຄູ່ຮ່ວມຊາຕາກຳ ລະຫວ່າງ ສອງປະເທດ ໃຫ້ມີມາດຕະຖານ, ຄຸນນະພາບ ແລະ ລະດັບສູງຂຶ້ນ ດັ່ງນີ້:

ຕ້ອງຍຶດໝັ້ນ ທິດທາງ ສັງຄົມນິຍົມ: ສອງຝ່າຍຕ້ອງຮ່ວມກັນ ປ້ອງກັນ ລະບອບສັງຄົມນິຍົມ ແລະ ຖານະການຄອງ ອຳນາດຂອງພັກ, ລົງເລິກການແລກປ່ຽນ ບົດຮຽນ ດ້ານ ການປົກຄອງ, ການບັງຄັບໃຊ້ກົດໝາຍ ແລະ ເດັດດ່ຽວປາບປາມ ອາຊະຍາກຳຂ້າມຊາດ.

ຕ້ອງເສີມສ້າງ ພື້ນຖານ ການຮ່ວມມືທີ່ຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ: ເພີ່ມທະວີການເຊື່ອມຕໍ່ ຍຸດທະສາດ, ໃຊ້ປະໂຫຍດຈາກເສັ້ນທາງ ລົດໄຟລາວ-ຈີນ ເປັນເສັ້ນທາງ ຂົນ ສົ່ງສຳຄັນ ເພື່ອຍົກລະດັບ ແລວເສດຖະກິດ, ເລັ່ງລັດການເຊື່ອມໂຍງ ເສັ້ນທາງລົດໄຟ ລາວ-ຈີນ-ໄທ, ພ້ອມທັງຂະຫຍາຍ ການຮ່ວມມື ໃນຂົງເຂດໃໝ່ ເຊັ່ນ: ປັນຍາປະດິດ (AI) ແລະ ເສດຖະກິດດິຈິຕອນ.

ຕ້ອງເສີມສ້າງມິດຕະພາບ ອັນເປັນມູນເຊື້ອ: ຖືເອົາ "ປີມິດຕະພາບຈີນ-ລາວ" ເປັນໂອກາດ ຂະຫຍາຍການຮ່ວມມື ດ້ານວັດທະນະທຳ ແລະ ການສຶກສາ. ຕ້ອງເພີ່ມທະວີ ການປະສານງານ ດ້ານຕ່າງ ປະເທດ: ປົກປັກຮັກສາ ຜົນປະໂຫຍດຮ່ວມ ຂອງບັນດາປະເທດໃນກຸ່ມ "ໂລກເໜືອ-ໂລກໃຕ້" (Global South).

ຂະນະທີ່ ທ່ານ ທອງລຸນ ສີສຸລິດ ໄດ້ເນັ້ນໜັກວ່າ: ໂອກາດສະຫຼອງວັນສ້າງຕັ້ງ ສາຍພົວພັນການທູດລາວ-ຈີນ ຄົບຮອບ 65 ປີ ແລະ "ປີມິດຕະພາບລາວ-ຈີນ" ເຮັດໃຫ້ການ ຢ້ຽມຢາມຄັ້ງນີ້ ມີຄວາມໝາຍສຳຄັນຍິ່ງ. ພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ຢ່າງຈິງໃຈຕໍ່ການຊ່ວຍເຫຼືອ ອັນລ້ຳຄ່າຈາກຈີນ. ປັດຈຸບັນ, ການພົວພັນລາວ-ຈີນ ພວມຢູ່ໃນໄລຍະທີ່ດີທີ່ສຸດ ໃນປະຫວັດສາດ, ໂດຍລາວຍິນດີຮ່ວມມື ກັບຈີນເພື່ອຊຸກຍູ້ ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ທຸກສະພາບການ ໃນຍຸກໃໝ່ໃຫ້ກ້າວຂຶ້ນ ສູ່ລະດັບສູງໃໝ່.

ທັດສະນະຈາກກົງສຸນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ, ສືບເນື່ອງໃນໂອກາດ ວັນຊາດຈີນ, ທ່ານ ຈ່າງ ເຊີຜິງ (Zhang Sheping) ກົງສຸນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ ໄດ້ຍົກໃຫ້ເຫັນ ເນື້ອໃນສຳຄັນກ່ຽວກັບຜົນງານການພັດທະນາ ຂອງຈີນ ດັ່ງນີ້:

ມູນຄ່າ GDP ໃນປີຜ່ານມາບັນລຸ ຫຼາຍກວ່າ 140 ລ້ານລ້ານຢວນ, ແລະ ໃນເຄິ່ງປີທຳອິດ ຂອງແຜນການ 5 ປີຄັ້ງທີ 15 ເສດຖະກິດ ຂະຫຍາຍຕົວ 4.7%.

ຄວາມກ້າວໜ້າດ້ານເຕັກໂລໂຊີ (ຫຸ່ນຍົນ ແລະ AI) ພ້ອມທັງການຫັນປ່ຽນ ສີຂຽວຢ່າງວ່ອງໄວ. ປະຈຸບັນ, ພາບລວມ ການພັດທະນາ ຂອງຈີນທີ່ໂດດເດັ່ນ ໃນເວທີສາກົນ ມີຄື: ຈີດີພີ (GDP): ບັນລຸ 140 ລ້ານລ້ານຢວນ, ເປັນເສດຖະກິດ ອັນດັບຕົ້ນໆຂອງໂລກ. ເຕັກໂນໂລຊີ: ຈີນເປັນອັນດັບ 1 ຂອງໂລກດ້ານສິດທິບັດ AI. ອຸດສາຫະກຳຫຸ່ນຍົນ: ມີການຕິດຕັ້ງໃໝ່ກວ່າ 50% ຂອງໂລກ.

ລົດໄຟຟ້າ (EV): ການສົ່ງອອກກວມເອົາ 60% ຂອງໂລກ. ການພັດທະນາສີຂຽວ: ຜະລິດ ແລະ ນຳໃຊ້ແຜງໂຊລາເຊລ ແລະ ກັງຫັນລົມກວ່າ 50% ຂອງກຳລັງຕິດຕັ້ງໃໝ່ ທົ່ວໂລກ (ຕົວຢ່າງເຊັ່ນ: ໂຄງການສາຍສົ່ງໄຟຟ້າ 500kV ຈີນ-ລາວ ທີ່ຊ່ວຍຫຼຸດຜ່ອນ ກາບອນໄດ້ 2.5 ລ້ານໂຕນ).

ພື້ນຖານໂຄງລ່າງ: ທາງລົດໄຟ ຄວາມໄວສູງຍາວ 45,000 ກິໂລແມັດ (ຍາວທີ່ສຸດໃນໂລກ), ເຊິ່ງໜຶ່ງໃນບົດຮຽນ ແລະ ປະສົບການດັ່ງກ່າວ ໄດ້ຖືກນຳມາໃຊ້ກັບ ທາງລົດໄຟ ລາວ-ຈີນ ໂດຍກົງ.

ຈີນບໍ່ພຽງຈະກ້າວຂຶ້ນ ເປັນຊາດພັດທະນາ ແລ້ວໃນມໍ່ໆນີ້ ແຕ່ດ້ວຍການຍຶດໝັ້ນ ອຸດົມການສັງຄົມນິຍົມ ທີ່ມີສີສັນພິເສດ ຂອງຈີນ ພາຍໃຕ້ການຊີ້ນຳນຳພາ ອັນສະຫລາດ ສ່ອງໃສ ຂອງ ທ່ານ ສີຈິ້ນຜິງ, ປະທານປະເທດຈີນ, ສປ ຈີນ ກຳລັງຊຸກຍູ້ວຽກງານ ການສ້າງສາປະເທດ ໃຫ້ເຂັ້ມແຂງ ແລະ ພາລະກິດການຟື້ນຟູ ຄວາມຈະເລີນຮຸ່ງເຮືອງ ຂອງຊາດ ຢ່າງຮອບດ້ານ,ຕິດພັນການຮ່ວມມື ກັບສາກົນແບບຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ ແລະ ຄຽງຄູ່ກັບການປະຕິບັດ 4 ຂໍ້ລິເລີ່ມທົ່ວໂລກ ຢ່າງໜັກແໜ້ນ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

ads
ads

Top