ສນຊ ຫາລືກະກຽມບຸນກິນຈຽງ ຊົນເຜົ່າມົ້ງ ປະຈຳປີ 2026

01/10/2026 09:29
Email Print 152
ຂປລ ເມື່ອບໍ່ດົນມານີ້, ສູນກາງແນວລາວສ້າງຊາດ (ສນຊ) ຈັດກອງປະຊຸມປຶກສາຫາລື ເພື່ອກະກຽມຄວາມພ້ອມຮອບດ້ານໃນການຈັດບຸນກິນຈຽງ (ນໍ່ເປ້ເຈົາ) ຂອງຊົນເຜົ່າມົ້ງ ປະຈໍາປີ 2026 ໂດຍການເປັນປະທານຂອງ ທ່ານລາວປາວຊົ່ງ ນະວົງໄຊ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ປານີ ຢາທໍ່ຕູ້ ອະດີດຮອງປະທານປະເທດ, ມີອະດີດຮອງປະທານສະພາແຫ່ງຊາດ, ພ້ອມດ້ວຍບັນດາຫົວໜ້າກົມ-ຮອງກົມ,ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

     

     ຂປລ. ການປຶກສາຫາລືຄັ້ງນີ້, ໄດ້ສຸມໃສ່ການປະກອບຄຳຄິດຄຳເຫັນຢ່າງເລິກເຊິ່ງ ຕໍ່ກັບແຜນການຈັດບຸນກິນຈຽງ ຊຶ່ງເປັນຮີດຄອງປະເພນີອັນດີງາມທີ່ມີມູນເຊື້ອຄວາມເຊື່ອຖືມາເປັນເວລາຍາວນານ ແລະ ເປັນເອກະລັກທີ່ໂດດເດັ່ນຂອງຊົນເຜົ່າມົ້ງ. ພ້ອມນີ້, ກໍເພື່ອຮັບປະກັນໃຫ້ການຈັດບຸນນໍ້ເປ້ເຈົາ ດໍາເນີນໄປຢ່າງຖືກຕ້ອງຕາມຮີດຄອງປະເພນີ ທີ່ປູ່ຍ່າຕາຍາຍເຄີຍປະຕິບັດຜ່ານມາຢ່າງແທ້ຈິງ, ເປັນບຸນເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າ, ເປັນກິດຈະກໍາໜຶ່ງໃນການສົ່ງເສີມ ແລະ ດຶງດູດນັກທ່ອງທ່ຽວທາງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມ.

    ກອງປະຊຸມຄັ້ງນີ້, ໄດ້ແລກປ່ຽນບົດຮຽນ ແລະ ທັດສະນະຢ່າງກົງໄປກົງມາ ເພື່ອວາງແຜນການກະກຽມດ້ານເນື້ອໃນ, ຂັ້ນຕອນການຈັດງານ, ການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ເພື່ອໃຫ້ບຸນປະເພນີໃນແຕ່ລະປີ ມີຄວາມເປັນເອກະພາບ ແລະ ໄດ້ຮັບຜົນສຳເລັດຢ່າງຈົບງາມຕາມຄາດໝາຍ. ສ່ວນວັນ, ເວລາທີ່ຈະອະນຸມັດຈັດບຸນນໍ້ເປ້ເຈົາ ໃນປີ 2026 ແມ່ນຍັງຢູ່ໃນຂັ້ນຕອນຄົ້ນຄວ້າ. ຫລັງຈາກນັ້ນ, ຈະມີຄໍາແນະນໍາລະອຽດເພື່ອແຈ້ງການເຖິງແນວລາວສ້າງຊາດ ແລະ ອົງການປົກຄອງແຕ່ລະຂັ້ນເພື່ອ ເປັນບ່ອນອີງໃນການຈັດຕັ້ງປະຕບັດເປີດງານດັ່ງກ່າວ.

ຂ່າວ-ພາບ: ຂິດ

KPL

ຂ່າວອື່ນໆ

    • ສົ່ງເສີມສິດທິດ້ານແຮງງານໃນຂະແໜງກາເຟ-ຊາ ແລະ ປ່າໄມ້ໃນລາວບົດ-ສາລະຄະດີ

      ສົ່ງເສີມສິດທິດ້ານແຮງງານໃນຂະແໜງກາເຟ-ຊາ ແລະ ປ່າໄມ້ໃນລາວ

      10/1/2026 9:35:47 AM

      ພິທີນຳສະເໜີໂຄງສ້າງຄວາມກ້າວໜ້າ ໃຫ້ແກ່ລະບົບປົກປ້ອງສັງຄົມ ແລະ ສິດທິດ້ານແຮງງານໃນຂະແໜງກາເຟ, ຊາ ແລະ ປ່າໄມ້ ໄລຍະ II (SOLAR II) ຈັດຂຶ້ນໃນວັນທີ 29 ກັນຍາ 2026 ໂດຍໄດ້ຮັບທຶນສະໜັບສະໜູນຈາກສະຫະພາບເອີຣົບ (EU) ແລະ ນຳພາໂດຍອົງການແຮງງານສາກົນ (ILO) ເພື່ອສ້າງຄວາມເຂັ້ມແຂງດ້ານສິດທິດ້ານແຮງງານ, ການປົກປ້ອງສັງຄົມ ແລະ ສະພາບການເຮັດວຽກທີ່ດີໃນຂະແໜງກາເຟ, ຊາ ແລະ ປ່າໄມ້ຂອງ ສປປ ລາວ.

    • ຄຊປປລ ສ່ອງແສງຜົນງານໄຕມາດ III ແລະ ກຳນົດແຜນໄຕມາດ IV ປີ 2026ບົດ-ສາລະຄະດີ

      ຄຊປປລ ສ່ອງແສງຜົນງານໄຕມາດ III ແລະ ກຳນົດແຜນໄຕມາດ IV ປີ 2026

      9/29/2026 2:10:02 PM

      ໃນວັນທີ 25 ກັນຍາ 2026 ຜ່ານມາ, ຢູ່ຄະນະໂຄສະນາອົບຮົມສູນກາງພັກ, ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ຄຊປປລ) ຈັດກອງປະຊຸມສ່ອງແສງເຄື່ອນທີ່ ປະຈໍາ ໄຕມາດ III ຂອງບັນດາກະຊວງ, ອົງການ ແລະ ນະຄອນຫລວງວຽງຈັນ.

    • ຫາລືແກ້ໄຂບັນຫາການຂາດແຄນແຮງງານບົດ-ສາລະຄະດີ

      ຫາລືແກ້ໄຂບັນຫາການຂາດແຄນແຮງງານ

      9/28/2026 12:35:11 PM

      ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມປຶກສາຫາລືຮ່ວມກັບຄູ່ຮ່ວມງານ ແລະ ພາກ ສ່ວນທີ່ກ່ຽວຂ້ອງ ເພື່ອແກ້ໄຂບັນຫາການຂາດແຄນແຮງງານ, ພ້ອມທັງກໍານົດແຜນການຮ່ວມກັນ ໃນການສະໜອງແຮງງານ ທັງໄລຍະສັ້ນ ແລະ ໄລຍະຍາວ ໃນວັນທີ 24 ກັນຍາ 2026 .

    • ອົງການກາແດງສະວິດ ມອບພາຫະນະ ແລະ ອຸປະກອນຮັບໃຊ້ ໃຫ້ອົງການກາແດງແຫ່ງຊາດລາວບົດ-ສາລະຄະດີ

      ອົງການກາແດງສະວິດ ມອບພາຫະນະ ແລະ ອຸປະກອນຮັບໃຊ້ ໃຫ້ອົງການກາແດງແຫ່ງຊາດລາວ

      9/28/2026 10:02:37 AM

      ອົງການກາແດງສະວິດ ໄດ້ມອບພາຫະນະ ແລະ ອຸປະກອນໃຫ້ແກ່ອົງການກາແດງແຫ່ງຊາດລາວ ເພື່ອຮັບໃຊ້ເຂົ້າໃນການຈັດຕັ້ງປະຕິບັດ 2 ໂຄງການຄື: “ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ (NBTS)” ແລະ “ໂຄງ ການສ້າງຄວາມເຂັ້ມແຂງດ້ານການກຽມຄວາມພ້ອມຮັບມືເຫດສຸກເສີນໃນໂຮງຮຽນ ແລະ ຊຸມຊົນ (SAFER)”. ພິທີມອບ-ຮັບພາຫະນະ ແລະ ອຸປະກອນດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 25 ກັນຍາ 2026 ນີ້ທີ່ສະຖາບັນເລືອດແຫ່ງຊາດ ນະຄອນຫລວງວຽງຈັນ.

    • ໂທລະພາບລາວ ແລະ ວິທະຍຸ-ໂທລະພາບກວາງຊີ ລົງນາມຮ່ວມມືສອງຝ່າຍບົດ-ສາລະຄະດີ

      ໂທລະພາບລາວ ແລະ ວິທະຍຸ-ໂທລະພາບກວາງຊີ ລົງນາມຮ່ວມມືສອງຝ່າຍ

      9/28/2026 9:48:46 AM

      ພິທີລົງນາມການຮ່ວມມືດ້ານສື່ມວນຊົນ ລະຫວ່າງ ໂທລະພາບແຫ່ງຊາດລາວ ແລະ ວິທະຍຸ-ໂທລະພາບກວາງຊີ ສປ ຈີນ ຈັດຂຶ້ນໃນລະຫວ່າງ ວັນທີ 24 ກັນຍາ 2026 ນີ້.

ads
ads

Top