ພິທີສະເຫລີມສະຫລອງ ວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ

01/10/2026 10:05
Email Print 144
ຂປລ ພິ​ທີສະ​ເຫລີມ​ສະ​ຫລອງ ວັນ​ສະ​ຖາ​ປະ​ນາ​ ສາ​ທາ​ລະ​ນະລັດ ​ປະ​ຊ​າ​ຊົນ​ຈີນ ຄົບ​ຮອບ 77 ປີ ໄດ້​ຈັດ​ຂຶ້ນ​ ໃນ​ວັນ​ທີ 30 ກັນ​ຍາ​ນີ້ ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ ທີ່​ນະ​ຄອນ​ຫລວງ​ປັກ​ກິ່ງ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ພິ​ທີສະ​ເຫລີມ​ສະ​ຫລອງ ວັນ​ສະ​ຖາ​ປະ​ນາ​ ສາ​ທາ​ລະ​ນະລັດ ​ປະ​ຊ​າ​ຊົນ​ຈີນ ຄົບ​ຮອບ 77 ປີ ໄດ້​ຈັດ​ຂຶ້ນ​ ໃນ​ວັນ​ທີ 30 ກັນ​ຍາ​ນີ້ ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ ທີ່​ນະ​ຄອນ​ຫລວງ​ປັກ​ກິ່ງ. ທ່ານ ສີ​ ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ກຳ​ມະ​ການ​ ສູນ​ກາງ​ພັກ​  ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ ປະ​ທານ ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ ໄດ້​ເຂົ້າ​ຮ່ວມ​ ແລະ ​ກ່າວ​ຄຳ​ປາ​ໄສ​ສຳ​ຄັນວ່າ: ຕະ​ຫລອດ​ໄລ​ຍະ 77 ປີ ຜ່ານ​ມາ, ພັກ​ພວກ​ເຮົາ​ໄດ້​ສາ​ມັກ​ຄີ ​ແລະ ​ນຳ​ພາປະ​ຊາ​ຊົນ​ ສູ້​ຊົນ​ຢ່າງ​ບໍ່​ລົດ​ລະ ໂດຍ​ສາ​ມາດ​ສ້າງ​ສິ່ງ​ມະ​ຫັດ​ສະ​ຈັນ​ ສອງ​ຢ່າງ​ ຄື: ເສດ​ຖະ​ກິດ​ໄດ້ຮັບການພັດ​ທະ​ນາ ​ຢ່າງວ່ອງ​ໄວ ແລະ ສັງ​ຄົມ​ມີ​ສະ​ຖຽນ​ລະ​ພາບ ​ຢ່າງ​ຍາວ​ນານ, ໄດ້​ບັນ​ລຸ​ເປົ້າ​ໝາຍ ​ສູ້​ຊົນ​ຮ້ອຍ​ປີ​ປ​ະ​ການ​ທີ1ແຫ່ງ​ການ​ສ້າງ​ສັງ​ຄົມ ​ອີ່ມ​ໜຳ​ສຳ​ລານ​ໃຫ້​ສຳ​ເລັດ ​ຢ່າງ​ຮອບ​ດ້ານ ແລະ ກຳ​ລັງ​ບຸກ​ບືນ​ສູ້​ຊົນ​ ກ້າວ​ໄປ​ຂ້າງ​ໜ້າ ​ຢ່າງ​ກ້າ​ຫານ​ເພື່ອ​ບັນ​ລຸ ​ເປົ້​າ​ໝາຍ​ສູ້​ຊົນ ​ຮ້ອຍ​ປີ​ ປະ​ການ​ທີ​ 2 ແຫ່ງ​ການ​ສ້າງ​ປະ​ເທດ ​ສັງ​ຄົມ​ນິ​ຍົມ​ທັນ​ສະ​ໄໝ​ ທີ່​ເຂັ້ມ​ແຂງ​ໃຫ້​ສຳ​ເລັດ​ ຢ່າງ​ຮອບ​ດ້ານ. ທ່ານ ສີ​ ຈິ້ນ​ຜິງ ເນັ້ນ​ໜັກ​ຕື່ມວ່າ: ​ຕ້ອງ​ຜັນ​ຂະ​ຫຍາຍ​ທິດ​ທາງ “ປະ​ເທດ​ດຽວ ​ສອງ​ລະ​ບອບ” ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ສະ​ໜັບ​ສະ​ໜູນ​ຮົງ​ກົງ ແລະ ມາ​ກາວ​ເຊື່ອມ​ໂຍງ ​ເຂົ້າ​ກັບ​ສະ​ພາບ​ລວມ ​ແຫ່ງ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ​ ໃຫ້​ດີກວ່າ​ເກົ່າ; ລົງ​ເລິກ​ການ​ແລກ​ປ່ຽນ​ ແລະ ​ການ​ຮ່ວມ​ມື​ ລະ​ຫວ່າງ​ສອງ​ຝັ່ງ​ຊ່ອ​ງ​ແຄບ​ໄຕ້​ຫວັນ, ເດັດ​ດ່ຽວ ​ຕໍ່​ຕ້ານ​ອິດ​ທິ​ກຳ​ລັງ​ແບ່ງ​ແຍກ​ໄຕ້​ຫວັນ​ ເປັນ​ເອ​ກະ​ລາດ, ​ຊຸກ​ຍູ້​ພາ​ລະ​ກິດ​ອັນ​ຍິ່ງ​ໃຫຍ່ ​ແຫ່ງ​ການ​ທ້ອນ​ໂຮມ​ ປະ​ເທດ​ຊາດ​ ເຂົ້າ​ເປັນ​ເອ​ກະ​ພາບ. ຕ້ອງ​ຍຶດ​ໝັ້ນ​ນະ​ໂຍ​ບາຍ​ ການ​ຕ່າງ​ປະ​ເທດ​ສັນ​ຕິ​ພາບ, ເອ​ກະ​ລາດ​ ແລະ ​ເປັນ​ເຈົ້າ​ຕົນ​ເອງ, ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຂອງມວນ​ມະ​ນຸດ, ເພີ່ມ​ຄວາມ​ແນ່ນອນ ​ແລະ​ ພະ​ລັງ​ທາງບວກ​ຫລາຍກວ່າ​ເກົ່າ​ເຂົ້າ​ໃນ​ໂລກ​ທີ່ປັ່ນ​ປ່ວນ ​ແລະ ​ຜັນ​ແປ​ຢ່າງ​​ສັບ​ສົນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top