ສປ ຈີນ ມີດັດຊະນີການປະດິດສ້າງຢູ່ອັນດັບ 10 ຂອງໂລກ

01/10/2026 10:19
Email Print 163
ຂປລ ອົງ​ການ​ຊັບ​ສິນ​ ທາງ​ປັນ​ຍາ​ໂລກ ​ໄດ້​ເຜີຍ​ແຜ່ “ບົດ​ລາຍ​ງານ​ດັດ​ຊະ​ນີ​ການ​ປະ​ດິດ​ສ້າງ​ທົ່ວ​ໂລກ 2026” ສະ​ແດງ​ໃຫ້​ເຫັນ​ວ່າ, ຕົວ​ເລກ​ດັດ​ຊະ​ນີ​ ການ​ປະ​ດິດ​ສ້າງ​ຂອງ​ ສປ ຈີນ ​ຢູ່​ອັນ​ດັບ​ທີ 10 ຂອງ​ໂລກ, ເຊິ່ງ​ເທົ່າ​ທຽມ​ກັບ​ປີ 2025.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ອົງ​ການ​ຊັບ​ສິນ​ ທາງ​ປັນ​ຍາ​ໂລກ ​ໄດ້​ເຜີຍ​ແຜ່ “ບົດ​ລາຍ​ງານ​ດັດ​ຊະ​ນີ​ການ​ປະ​ດິດ​ສ້າງ​ທົ່ວ​ໂລກ 2026” ສະ​ແດງ​ໃຫ້​ເຫັນ​ວ່າ, ຕົວ​ເລກ​ດັດ​ຊະ​ນີ​ ການ​ປະ​ດິດ​ສ້າງ​ຂອງ​ ສປ ຈີນ ​ຢູ່​ອັນ​ດັບ​ທີ 10 ຂອງ​ໂລກ, ເຊິ່ງ​ເທົ່າ​ທຽມ​ກັບ​ປີ 2025. ຕົວ​ເລກ​ດັດ​ຊະ​ນີ​ ການປະ​ດິດ​ສ້າງ ​ທົ່ວ​ໂລກ ທີ່​ເຜີຍ​ແຜ່​ ໂດຍອົງ​ການ​ ຊັບ​ສິນ​ ທາງ​ປັນ​ຍາ​ໂລກ ​​ໄດ້​ນຳ​ໃຊ້​ຕົວ​ຊີ້​ວັດ ​ປະ​ມານ 80 ລາຍ​ການ ​ເພື່ອ​ປະ​ເມີນ ​ຜົນ​ງານ​ປະ​ດິດ​ສ້າງ​ ຂອງ​ເກືອບ 140 ອົງ​ກອນ​ເສດ​ຖະ​ກິດ. ອີງ​ຕາມ​ບົດ​ລາຍ​ງານ​ປີ​ 2026 ນີ້, ສປ ຈີນ ​ມີ​ວິ​ສາ​ຫະ​ກິດໃໝ່ ​ດ້​ານ​ນະ​ວັດ​ຕະ​ກຳ ​ແນວ​ໜ້າ 3466 ແຫ່ງ, ຄອງ​ອັນ​ດັບ 2 ຂອງ​ໂລກ ​ເປັນ​ຮອງ​​ແຕ່​ ສ.ອາ​ເມ​ລິ​ກາ. ປີ 2026, ປະ​ເທດ​ ສະ​ວິ​ສ, ຊູ​ແອັດ ແລະ ສ.ອາ​ເມ​ລິ​ກາ ​ສືບ​ຕໍ່​ຄອງ​ອັນ​ດັບ 1 ຫາ 3 ໃນ​ການ​ຈັດ​ອັນ​ດັບດັດ​ຊະ​ນີ​ ການ​ປະ​ດິດ​ສ້າງ​ທົ່ວ​ໂລກ. ປີ 2025 ເປັນ​ຄັ້ງ​ທຳ​ອິດ ​ທີ່ ສປ ​ຈີນ ​ຖືກ​ຈັດ​ເຂົ້າ​ໃນ 10 ອັນດັບ​ຕົ້ນ, ປີ 2026 ຈີນ​ສືບ​ຕໍ່​ຮັກ​ສາ​ຢູ່​ໃນ​ອັນ​ດັບ​ 10./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top