ໄພນ້ຳຖ້ວມຢູ່ໄທ ເຮັດໃຫ້ມີຜູ້ເສຍຊີວິດ 24 ຄົນ

01/10/2026 10:26
Email Print 131
ຂປລ ຝົນ​ຕົກ​ໜັກ ​ຢ່າງ​ຕໍ່​ເນື່ອງ​ ເຮັດໃຫ້​ເກີດ​ ໄພ​ນ້ຳ​ຖ້ວມ​ ຢູ່​ປະ​ເທດ​ໄທ, ວັນ​ທີ 30 ກັນ​ຍາ​​ນີ້, ​ກົມ​ປະ​ຊາ​ສຳ​ພັນ ສຳ​ນັກ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ ໄດ້​ອອກ​ຂ່າວ​ ໂດຍ​ລະ​ບຸ​ວ່າ: ໄພ​ນ້ຳ​ຖ້ວມ​ເທື່ອ​ນີ້ ​ໄດ້​ເຮັດ​ໃຫ້​ມີ ​ຜູ້​ເສຍ​ຊີ​ວິດ 24 ຄົນ, ຫລາຍ​ລ້ານ​ຄົນ ​ປະ​ສົບ​ໄພ, ກະ​ທົບ​ເຖິງ​ນະ​ຄອນຫລວງ​ ບາງກອກ ແລະ ອີກ 31 ແຂວງ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ຝົນ​ຕົກ​ໜັກ ​ຢ່າງ​ຕໍ່​ເນື່ອງ​ ເຮັດໃຫ້​ເກີດ​ ໄພ​ນ້ຳ​ຖ້ວມ​ ຢູ່​ປະ​ເທດ​ໄທ, ວັນ​ທີ 30 ກັນ​ຍາ​​ນີ້, ​ກົມ​ປະ​ຊາ​ສຳ​ພັນ ສຳ​ນັກ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ ໄດ້​ອອກ​ຂ່າວ​ ໂດຍ​ລະ​ບຸ​ວ່າ: ໄພ​ນ້ຳ​ຖ້ວມ​ເທື່ອ​ນີ້ ​ໄດ້​ເຮັດ​ໃຫ້​ມີ ​ຜູ້​ເສຍ​ຊີ​ວິດ 24 ຄົນ, ຫລາຍ​ລ້ານ​ຄົນ ​ປະ​ສົບ​ໄພ, ກະ​ທົບ​ເຖິງ​ນະ​ຄອນຫລວງ​ ບາງກອກ ແລະ ອີກ 31 ແຂວງ.ກ່ອນ​ ໜ້າ​ນີ້ ​ອົງ​ການທ່ອງ​ທ່ຽວ ​ແຫ່ງ​ປະ​ເທດ​ໄທ ​ຄາດ​ຄະ​ເນ​ວ່າ: ໃນ​ຍາມ​ພັກ​ວັນ​ຊາດ​ຈີນ ປີ 2026​ ອາດ​ມີ​​ ນັກ​ທ່ອງ​ທ່ຽວ​ຈີນ ປະ​ມານ 250.000 ຄົນ​ໄປ​ທ່ຽວ​ໄທ, ແຕ່​ຍ້ອນ​ຜົນ​ກະ​ທົບ​ ຈາກ​ໄພ​ນ້ຳ​ຖ້ວມ ຈຳ​ນວນ​ນັກ​ທ່ອງ​ທ່ຽວ ​ຈະຫລຸດ​ລົງ 5-10%ເມື່ອ​ທຽບ​ໃສ່​ ເປົ້າ​ໝາຍ ​ທີ່​ກຳ​ນົດ​ໄວ້ ​ກ່ອນ​ໜ້າ​ນີ້. ລັດ​ຖະ​ບານ​ໄທ ​ໄດ້​ອະ​ນຸ​ມັດ​ງົບ​ປະ​ມານ​ ກູ້​ໄພ​ສຸກ​ເສີນ ​ປະ​ມານ 4,1 ຕື້​ບາດ(​ເງິນ​ສະ​ກຸນ​ໄທ), ເພື່ອ​ໃຊ້​ໃນ​ການ​ຊ່ວຍ​ເຫລືອ ​ຜູ້​ປະ​ສົບ​ໄພ ແລະ ການ​ສ້າງ​ສາ​ຄືນ​ໃໝ່ ​ພາຍຫລັງ​ໄພ​ພິ​ບັດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top