ສານອວຍພອນວັນຊາດ

01/10/2026 09:24
Email Print 1313
ຂປລ ໃນວັນທີ 30 ກັນຍາ 2026 ທ່ີນະຄອນຫລວງວຽງຈັນ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະ ມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນວັນຊາດເຖິງ ສະຫາຍ ຫລີ ສຽງ ກໍາມະການປະຈໍາກົມການ ເມືອງສູນກາງພັກກອມມູນິດຈີນ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ.

     ຂປລ. ເນື້ອໃນສານລະບຸວ່າ: ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ, ໃນນາມພັກ, ລັດຖະບານ ແລະ ປະຊາຊົນລາວ ບັນດາເຜົ່າ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳອວຍພອນອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງສະຫາຍ ແລະ ຜ່ານສະຫາຍ ໄປຍັງການນຳພັກ, ລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງທຸກຖ້ວນໜ້າ.

    ຂ້າພະເຈົ້າຮູ້ສຶກດີໃຈເປັນຢ່າງຍິ່ງ ທີ່ເຫັນວ່າພາຍໃຕ້ຄວາມເອົາໃຈໃສ່ ແລະ ນໍາພາ-ຊີ້ນໍາດ້ານຍຸດທະສາດຂອງການນໍາສູງສຸດ ຂອງສອງປະເທດການພົວພັນຮ່ວມມື ລະຫວ່າງສອງປະເທດພວກເຮົາ ນັບມື້ນັບໄດ້ຮັບການເສີມຂະຫຍາຍໃຫ້ເປັນຮູບປະທໍາ ແລະ ມີຄຸນນະພາບໃນລະດັບສູງກວ່າເກົ່າຢ່າງຮອບດ້ານ ຊຶ່ງໄດ້ກາຍເປັນພື້ນຖານທີ່ເຂັ້ມແຂງ ແລະ ໜັກແໜ້ນ ໃຫ້ແກ່ການພົວພັນ ແລະ ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງ ຍາວນານ ຕາມທິດ 4 ດີ ກໍຄື ຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ເຂັ້ມແຂງໜຽວແໜ້ນ ໃນທຸກສະພາບການຂອງຍຸກໃໝ່ ໄດ້ຮັບການເພີ່ມພູນຄູນສ້າງໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ເກີດດອກອອກຜົນເປັນກ້າວໆ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດພວກເຮົາ.  

   ສປປ ລາວ ພວກຂ້າພະເຈົ້າ ເວລາໃດກໍຖືສໍາຄັນເປັນພິເສດຕໍ່ການພົວພັນຮ່ວມມືກັບ ສປ ຈີນ ແລະ ຂ້າພະເຈົ້າມີຄວາມຍິນດີທີ່ຈະສືບຕໍ່ເຮັດວຽກຮ່ວມກັບ ສະຫາຍ ຢ່າງໃກ້ຊິດ ເພື່ອຊຸກຍູ້ຜັນຂະຫຍາຍເນື້ອໃນຈິດໃຈ ທີ່ເປັນເອກະພາບກັນ ລະຫວ່າງການນໍາຂັ້ນສູງ ຂອງສອງພັກ ແລະ ສອງລັດຖະບານ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍຜົນການພົບປະ ລະຫວ່າງ ສອງເລຂາທິການໃຫຍ່ ແລະ ສອງປະທານປະເທດ ລາວ-ຈີນ ໃນວັນທີ 05 ມິຖຸນາ 2026 ທີ່ຜ່ານມາ ທີ່ນະຄອນຫລວງປັກກິ່ງ ໃຫ້ປະກົດຜົນເປັນຈິງ ແລະ ຫວັງວ່າຈະມີໂອກາດເດີນທາງໄປຢ້ຽມຢາມທາງການ ແລະ ພົບປະກັບສະຫາຍ ໃນອະນາຄົດອັນໃກ້ນີ້.  

    ຂໍຖືໂອກາດນີ້ ອວຍພອນໄຊອັນປະເສີດ ແລະ ຈິງໃຈ ມາຍັງການນຳພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງທຸກຖ້ວນໜ້າ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ສືບຕໍ່ນໍາພາ ສປ ຈີນ ໃຫ້ປະສົບຜົນສຳເລັດໃໝ່ໃຫຍ່ຫລວງກວ່າເກົ່າ ໃນພາລະກິດສ້າງສາປະເທດ ຕາມເສັ້ນທາງສັງຄົມນິຍົມທີ່ທັນສະໄໝ ຕາມສີສັນພິເສດຂອງຈີນ ແລະ ນໍາເອົາຄວາມຮຸ່ງເຮືອງສີວິໄລມາສູ່ປະຊາຊົນຈີນ.

   ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ທີ່ເຂັ້ມແຂງໜຽວແໜ້ນ ໃນທຸກສະພາບການຂອງຍຸກໃໝ່ ຈົ່ງໝັ້ນຄົງຂະໜົງແກ່ນ ແລະ ຈະເລີນງອກງາມຕະຫລອດໄປ.

    ໃນໂອກາດດຽວກັນ, ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງສານອວຍພອນວັນຊາດເຖິງ ສະຫາຍ ຫວັງ ອີ້ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ ເຊັ່ນດຽວກັນ.

KPL

ຂ່າວອື່ນໆ

    • ຄະນະປ້ອງກັນພາຍໃນ ຄອສພເຊື່ອມຊຶມເອກະສານວຽກງານປ້ອງກັນພາຍໃນການເມືອງ

      ຄະນະປ້ອງກັນພາຍໃນ ຄອສພເຊື່ອມຊຶມເອກະສານວຽກງານປ້ອງກັນພາຍໃນ

      11/20/2026 10:06:46 AM

      ຄະນະປ້ອງກັນພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ເຊື່ອມຊຶມເອກະສານວຽກງານປ້ອງກັນພາຍໃນ, ສະຫຼຸບວຽກງານການປ້ອງກັນພາຍໃນໄລຍະ 5 ປີ ແລະ ທິດທາງຕໍ່ໜ້າ, ພ້ອມທັງເຊັນບົດບັນທຶກກົນໄກການປະສານງານລະຫວ່າງ ກົມປ້ອງກັນພາຍໃນ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະປ້ອງກັນພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ ໃນວັນທີ 19 ພະຈິກ 2026 ຢູ່ຄະນະໂຄສະນາອົບຮົມສູນກາງພັກ ໂດຍມີ ທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີກົມ 200, ກຳລັງປ້ອງກັນພາຍໃນ ຄອສພ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ຮອງປະທານປະເທດ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມອຳລາການເມືອງ

      ຮອງປະທານປະເທດ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມອຳລາ

      11/18/2026 10:03:16 AM

      ໃນວັນທີ 16 ພະຈິກ 2026 ນີ້, ທ່ານນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ໂຄອິຊຸມິ ຊຶໂຕມຸ ເອກອັກຄະລາຊະທູດ ແຫ່ງຍີ່ປຸ່ນ ປະຈຳລາວ ໃນໂອກາດສຳເລັດການປະຕິບັດໜ້າທ່ີການທູດ ຢູ່ ສປປ ລາວ.

    • ປະທານສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມ ໄອປາ ຄັ້ງທີ 47 ທີ່ຟີລິບປິນການເມືອງ

      ປະທານສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມ ໄອປາ ຄັ້ງທີ 47 ທີ່ຟີລິບປິນ

      11/18/2026 9:48:18 AM

      ໃນວັນທີ 17 ພະຈິກ 2026, ທີ່ນະຄອນຫລວງມານິລາ, ສາທາລະນະລັດ ຟີລິບປິນ, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງນະຄອນຫລວງມານິລາ ເພື່ອເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 47 ທີ່ຈະຈັດຂຶ້ນໃນລະຫວ່າງ ວັນທີ 16-22 ພະຈິກ 2026 ໂດຍການເປັນເຈົ້າພາບຂອງລັດຖະສະພາ ແຫ່ງ ສາທາລະນະລັດ ຟີລິບປິນ.

    • ສອງເລຂາທິການໃຫຍ່ ລາວ-ຫວຽດນາມ ພົບປະໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XXການເມືອງ

      ສອງເລຂາທິການໃຫຍ່ ລາວ-ຫວຽດນາມ ພົບປະໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX

      11/18/2026 9:42:26 AM

      ໃນຕອນເຊົ້າວັນທີ 15 ພະຈິກ 2026 ທີ່ນະຄອນຫລວງ ພະນົມເປັນ, ລາຊະອານາຈັກກໍາ ປູເຈຍ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX ທີ່ນະຄອນຫລວງພະນົມເປັນ, ລາຊະອານາຈັກກໍາປູເຈຍ.

    • 8 ແຂວງພາກເໜືອ ຮັບຟັງການເຜີຍແຜ່ເຊື່ອມຊຶມ 2 ດຳລັດສຳຄັນຂອງລັດຖະບານການເມືອງ

      8 ແຂວງພາກເໜືອ ຮັບຟັງການເຜີຍແຜ່ເຊື່ອມຊຶມ 2 ດຳລັດສຳຄັນຂອງລັດຖະບານ

      11/17/2026 4:13:54 PM

      ເຜີຍແຜ່ 2 ດຳລັດສຳຄັນ ວ່າດ້ວຍການຄຸ້ມຄອງອົງການຕ່າງປະເທດ ແລະ ພະນັກງານທ້ອງຖິ່ນ ແນໃສ່ຍົກລະດັບການຮ່ວມມືຢູ່ 8 ແຂວງພາກເໜືອ

ads
ads

Top