ຂປລ
ທ່ານ ກົ່ວເຈ່ຍຄຸ່ນ ໂຄສົກກະຊວງການຕ່າງປະເທດຈີນ ໄດ້ສະແດງຫລັກໝັ້ນຂອງ ສປ ຈີນ ໃນກອງປະຊຸມ ຖະແຫລງຂ່າວ ເນື່ອງໃນໂອກາດ ຄົບຮອບ 54 ປີຂອງການອອກ “ຖະແຫລງການຮ່ວມຈີນ-ຍີ່ປຸ່ນ”.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 29 ກັນຍານີ້, ທ່ານ ກົ່ວເຈ່ຍຄຸ່ນ ໂຄສົກກະຊວງການຕ່າງປະເທດຈີນ ໄດ້ສະແດງຫລັກໝັ້ນຂອງ ສປ ຈີນ ໃນກອງປະຊຸມ ຖະແຫລງຂ່າວ ເນື່ອງໃນໂອກາດ ຄົບຮອບ 54 ປີຂອງການອອກ “ຖະແຫລງການຮ່ວມຈີນ-ຍີ່ປຸ່ນ”. ທ່ານ ກົ່ວເຈ່ຍຄຸ່ນ ໄດ້ກ່າວວ່າ: ຍີ່ປຸ່ນ ໄດ້ກ່າວໃນຖະແຫລງການຮ່ວມຢ່າງຈະແຈ້ງວ່າ: ຈະສຳຫລວດ ຄວາມຮັບຜິດຊອບ ຂອງຕົນໃນສົງຄາມ ຢ່າງເລິກເຊິ່ງ, ຮັບຮູ້ລັດຖະບານ ສປ ຈີນ ເປັນລັດຖະບານ ທີ່ຖືກຕ້ອງຕາມກົດໝາຍ ພຽງໜຶ່ງດຽວຂອງ ສປ ຈີນ, ເຂົ້າໃຈຢ່າງເຕັມສ່ວນ ແລະ ເຄົາລົບຫລັກໝັ້ນ ຂອງລັດຖະບານຈີນ ກ່ຽວກັບ ໄຕ້ຫວັນ ແມ່ນພາກສ່ວນໜຶ່ງ ທີ່ຕັດແຍກບໍ່ໄດ້ ຂອງດິນແດນ ສປ ຈີນ. ເອກະສານການເມືອງ 4 ສະບັບ ເຊິ່ງລວມທັງຖະແລງການຮ່ວມ ໄດ້ສ້າງພື້ນຖານດ້ານການເມືອງ ແລະ ກົດໝາຍ ສຳລັບ ສາຍພົວພັນຈີນ-ຍີ່ປຸ່ນ. ທ່ານ ກົ່ວເຈ່ຍຄຸ່ນ ໄດ້ກ່າວຕື່ມວ່າ, ປັດຈຸບັນ ສາຍພົວພັນ ລະຫວ່າງ ສປ ຈີນ-ຍີ່ປຸ່ນ ພວມຜະເຊີນໜ້າກັບສະພາບທີ່ຂ້ຽວຂາດ ອີກຄັ້ງໜຶ່ງ, ສາເຫດຕົ້ນຕໍແມ່ນຍ້ອນ ພື້ນຖານການເມືອງ ຂອງສາຍພົວພັນ ສອງປະເທດ ຖືກທຳລາຍຢ່າງໜັກໜ່ວງ. ປະຫວັດສາດ ໄດ້ພິສູດໃຫ້ເຫັນເທື່ອແລ້ວ ເທື່ອອີກວ່າ, ມີແຕ່ປະຕິບັດຕາມຈິດໃຈ ເອກະສານການເມືອງ 4 ສະບັບ ລະຫວ່າງ ສປ ຈີນ-ຍີ່ປຸ່ນ ຢ່າງແທ້ຈິງ ສາຍພົວພັນ ສອງປະເທດ ຈຶ່ງຈະບໍ່ອຽງໄປທາງຜິດ ແລະ ບໍ່ຫລຸດ ອອກຈາກວົງໂຄຈອນ ທີ່ຖືກຕ້ອງ. ສປ ຈີນ ເລັ່ງທວງອີກຄັ້ງ ໃຫ້ຜູ້ກຳອຳນາດ ຂອງຍີ່ປຸ່ນ ສຳນຶກຜິດ ແລະ ແກ້ໄຂຄວາມຜິດພາດຢ່າງແທ້ຈິງ, ໃຊ້ການກະທຳຕົວຈິງ ເພື່ອກັບຄືນສູ່ ຈຸດປະສົງ ແລະ ຈຸດເລີ່ມຕົ້ນ ຂອງເອກະສານການເມືອງ 4 ສະບັບ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL