ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ພົບປະໂອ້ລົມພະນັກງານ-ນັກຮົບ

25/03/2025 17:17
Email Print 148
ຂປລ ຂປລ. ທ່ານ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ພົບປະໂອ້ລົມພະນັກງານ-ນັກຮົບຫ້ອງສຶກສາ ໃນວັນທີ 25 ມີນາ 2025 ໂດຍມີ ທ່ານ ພັນໂທ ວິຄຳ ສັງໂຄມະລາດ ຮອງຫົວໜ້າຫ້ອງສຶກສາ, ຄະນະພັກ-ຄະນະບັນຊາ, ຄູ-ອາຈານ ແລະ ພະນັກງານ-ນັກຮົບທົ່ວຫ້ອງສຶກສາ ເຂົ້າຮ່ວມ.




ຂປລ. ທ່ານ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ພົບປະໂອ້ລົມພະນັກງານ-ນັກຮົບຫ້ອງສຶກສາ ໃນວັນທີ
25 ມີນາ 2025 ໂດຍມີ ທ່ານ ພັນໂທ ວິຄຳ ສັງໂຄມະລາດ ຮອງຫົວໜ້າຫ້ອງສຶກສາ, ຄະນະພັກ-ຄະນະບັນຊາ, ຄູ-ອາຈານ ແລະ ພະນັກງານ-ນັກຮົບ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ພັນເອກ ສະແຫວງ ແດນນາມົນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານໃນໄລຍະຜ່ານມາ ພ້ອມທັງເນັ້ນໃຫ້ຄະນະພັກ-ຄະນະບັນຊາ, ຄູ-ອາຈານ, ພະນັກງານ-ນັກຮົບທົ່ວຫ້ອງສຶກສາ ເອົາໃຈໃສ່ຊຸກຍູ້ຂະບວນການຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບ ໃຫ້ເປັນຂະບວນ ການຟົດຟື້ນ, ສຸມໃສ່ເຮັດໃຫ້ສະພາບພາຍໃນມີຄວາມສະຫງົບໜັກແໜ້ນ, ສຶກສາອົບຮົມການເມືອງ-ນໍາພາແນວຄິດ ເຮັດໃຫ້ພະນັກງານ-ນັກຮົບ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ຫັນເອົາກົມກອງເຂົ້າສູ່ລະບຽບແບບແຜນ ແລະ ຈັດຕັ້ງປະຕິບັດ 7 ລະບອບ 18 ວຽກຂອງກອງທັບ ໃຫ້ເຂັ້ມງວດ, ປັບປຸງໂຄງການຫລັກສູດການຮຽນ-ການສອນ ເພື່ອໃຫ້ສອດຄ່ອງກັບແຕ່ລະເປົ້າໝາຍ, ເພີ່ມທະວີຄວາມສາມັກຄີ, ມີຄວາມຕັດສິນໃຈສູງ, ຍົກສູງຄວາມຮັບຜິດຊອບຂອງຕົນ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ການຮຽນ-ການສອນ ບັນລຸໄດ້ຈຸດປະສົງ ຄາດໝາຍທີ່ວາງໄວ້, ເອົາໃຈໃສ່ກໍ່ສ້າງພັກ-ພະນັກງານ ຕິດພັນກັບ ການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ກອງ 3 ປອດ ແລະ ກອງວັດທະນະທໍາ ໃຫ້ມີຄຸນນະພາບ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດ, ທັນສະໄໝ ບົນພື້ນຖານເຄົາລົບຫລັັກການ ລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ ແລະ ແບ່ງໃຫ້ບຸກຄົນຮັບຜິດຊອບຢ່າງລະອຽດຈະແຈ້ງ ສອດຄອງກັບສະພາບຄວາມເປັນຈິງຂອງກົມກອງ.





ພ້ອມນີ້, ໃຫ້ເອົາໃຈໃສ່ສຶກສາອົບຮົມ ການເມືອງ-ນຳພາແນວຄິດ ໃຫ້ພະນັກງານສະມາຊິກພັກ-ນັກຮົບ ໃຫ້ມີຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ
, ເຂັ້ມແຂງທາງດ້ານການຈັດຕັ້ງ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ ການເມືອງໃຫ້ສູງຂຶ້ນກວ່າເກົ່າ, ຝຶກຝົນຫລໍ່ຫລອມຕົນເອງ ທາງດ້ານຄຸນສົມບັດສິນທຳປະຕິວັດ, ເພີ່ມທະວີຄວາມສາມັກຄີໃຫ້ແໜ້ນແຟ້ນ, ດຸໝັ່ນຂະຫຍັນພຽນເພີ່ມພູນຜະລິດຜົນສາມາດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຍົກສູງສະຕິລະວັງຕົວ ຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງກຸ່ມຄົນບໍ່ວັງດີ, ພ້ອມກັນກຳແໜ້ນ ນຳເອົາເນື້ອໃນ ແລະ ທິດຊີ້ນຳ ນຳໄປຈັດຕັ້ງຜັນຂະຫຍາຍ ຢູ່ໃນກົມກອງໃຫ້ມີຜົນສຳເລັດສູງຂຶ້ນກວ່າເກົ່າ.

ຂ່າວ: ໂອລິນ ມິ່ງມີໄຊ
KPL

ຂ່າວອື່ນໆ

    • ປຶ້ມ “ຢ່າໃຫ້ໃຜມາຢຽບຝັນຂອງເຮົາ” ໃຫ້ຄວາມຮູ້ການດຳເນີນທຸລະກິດ-ຊີວິດປະຈຳວັນການເມືອງ

      ປຶ້ມ “ຢ່າໃຫ້ໃຜມາຢຽບຝັນຂອງເຮົາ” ໃຫ້ຄວາມຮູ້ການດຳເນີນທຸລະກິດ-ຊີວິດປະຈຳວັນ

      3/25/2025 1:49:29 PM

      ຂປລ. ເມື່ອບໍ່ດົນຜ່ານມານີ້, ສູນການສຶກສາລາວສ້າງຝັນ ຈັດພິທີນຳສະເໜີປຶ້ມ "ຢ່າໃຫ້ໃຜມາຢຽບຝັນຂອງເຮົາ" ຫລື "Follow Your Dream" ຢູ່ນະຄອນຫລວງວຽງຈັນ ເຊິ່ງເປັນປື້ມທີ່ໄດ້ບັນ ທຶກເນື້ອໃນກ່ຽວກັບ ກົນລະຍຸດການສ້າງຄວາມສຳເລັດດ້ານຕ່າງໆ

    • ລະດົມຄວາມຄິດເຫັນ ຂົງເຂດອໍານາດລັດ ຕໍ່ຮ່າງລາຍງານການເມືອງຄັ້ງທີ XII ຂອງພັກການເມືອງ

      ລະດົມຄວາມຄິດເຫັນ ຂົງເຂດອໍານາດລັດ ຕໍ່ຮ່າງລາຍງານການເມືອງຄັ້ງທີ XII ຂອງພັກ

      3/25/2025 1:42:17 PM

      ຂປລ. ກອງ​ປະຊຸມ​ລະດົມຄວາມຄິດເຫັນ ຕໍ່ຮ່າງລາຍງານການເມືອງ ຄັ້ງທີ XII ຂອງພັກ (ຂົງ ເຂດອໍານາດລັດ) ຈັດຂຶ້ນໃນວັນທີ 25 ມີນາ 2025 ຢູ່ຫ້ອງວ່າການສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ກິແກ້ວ ຈັນທະບູຣີ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງ ຄົມແຫ່ງຊາດ

    • ສະຫລອງວັນສ້າງຕັ້ງ ຫ້ອງວ່າການສູນກາງພັກ ຄົບຮອບ 70 ປີການເມືອງ

      ສະຫລອງວັນສ້າງຕັ້ງ ຫ້ອງວ່າການສູນກາງພັກ ຄົບຮອບ 70 ປີ

      3/24/2025 4:54:51 PM

      ຂປລ. ພິທີສະເຫລີມສະຫລອງ ວັນສ້າງຕັ້ງ ຫ້ອງວ່າການສູນກາງພັກ ຄົບຮອບ 70 ປີ ໄດ້ຈັດຂຶ້ນໃນວັນ 24 ມີນາ 2025 ໂດຍການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ມີຄະນະພັກ, ຄະນະນຳ, ຕະຫລອດຮອດພະນັກງານພາຍໃນ ຫ້ອງວ່າການສູນກາງພັກ ເຂົ້າຮ່ວມ.

    • ໄຂກອງປະຊຸມສະໄໝສາມັນ ຂອງ ລັດຖະບານ ປະຈຳເດືອນມີນາ 2025ການເມືອງ

      ໄຂກອງປະຊຸມສະໄໝສາມັນ ຂອງ ລັດຖະບານ ປະຈຳເດືອນມີນາ 2025

      3/24/2025 4:48:07 PM

      ຂປລ. ກອງປະຊຸມສະໄໝສາມັນຂອງ ລັດຖະບານປະຈຳ ເດືອນມີນາ 2025 ໄຂຂຶ້ນໃນຕອນເຊົ້າວັນທີ 24 ມີນາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງບັນດາແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນມີນາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນເມສາ 2025.

    • ສະຫລອງວັນຝຣັງໂກໂຟນີສາກົນ ປະຈຳປີ 2025ການເມືອງ

      ສະຫລອງວັນຝຣັງໂກໂຟນີສາກົນ ປະຈຳປີ 2025

      3/24/2025 3:00:52 PM

      ຂປລ. ກະຊວງການຕ່າງປະເທດ ໃນນາມຜູ້ປະສານງານແຫ່ງຊາດຂອງ ສປປ ລາວ ປະຈຳອົງ ການຝຣັງໂກໂຟນີສາກົນ (OIF) ຮ່ວມກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ​ໄດ້ຈັດພິທີສະເຫລີມສະຫລອງ ວັນຝຣັງໂກໂຟນີສາກົນ 20 ມີນາ ປະຈຳປີ 2025 ໃນວັນທີ 20 ມີນາ

ads
ads

Top