ຂປລ
ຂປລ. ກອງປະຊຸມລະດົມຄວາມຄິດເຫັນ ຕໍ່ຮ່າງລາຍງານການເມືອງ ຄັ້ງທີ XII ຂອງພັກ (ຂົງ ເຂດອໍານາດລັດ) ຈັດຂຶ້ນໃນວັນທີ 25 ມີນາ 2025 ຢູ່ຫ້ອງວ່າການສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ກິແກ້ວ ຈັນທະບູຣີ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງ ຄົມແຫ່ງຊາດ
ຂປລ. ກອງປະຊຸມລະດົມຄວາມຄິດເຫັນ ຕໍ່ຮ່າງລາຍງານການເມືອງ ຄັ້ງທີ XII ຂອງພັກ (ຂົງ ເຂດອໍານາດລັດ) ຈັດຂຶ້ນໃນວັນທີ 25 ມີນາ 2025 ຢູ່ຫ້ອງວ່າການສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ກິແກ້ວ ຈັນທະບູຣີ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງ ຄົມແຫ່ງຊາດ, ຫົວໜ້າຄະນະເລຂາທິການວິທະຍາສາດ, ສະພາທິດສະດີສູນກາງພັກ, ຄະນະຮັບຜິດ ຊອບສຳມະນາຮ່າງລາຍງານການເມືອງ ຄັ້ງທີ XII ຂອງພັກ ໃນຂົງເຂດອໍານາດລັດ, ມີຮອງເລຂາຄະນະພັກ, ຄະນະປະຈໍາພັກ, ກໍາມະການ ຄະນະພັກ, ຜູ້ຊົງຄຸນວຸທິ, ນັກວິທະຍາສາດ ແລະ ພະນັກງານຫລັກແຫລ່ງ ໃນຂົງເຂດອຳນາດລັດ ທັງໝົດ 13 ພາກສ່ວນ ເຂົ້າຮ່ວມຄື: ສະພາແຫ່ງຊາດ, ສໍານັກງານນາຍົກ ຖະມົນຕີ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ກະຊວງພາຍໃນ, ກະຊວງຍຸຕິທໍາ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ຄະນະຈັດຕັ້ງ ສູນກາງພັກ, ຄະນະກວດກາສູນກາງພັກ, ຫ້ອງວ່າການສູນກາງພັກ, ສະພາທິດສະດີສູນກາງພັກ ແລະ ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມສໍາມະນາຄັ້ງນີ້, ເພື່ອລະດົມ ແລະ ຍາດແຍ່ງຄວາມຄິດຄວາມເຫັນ ເພື່ອສືບຕໍ່ປັບປຸງຮ່າງລາຍງານການເມືອງ ຄັ້ງທີ XII ຂອງພັກ ໃນຂົງເຂດອໍານາດລັດ ໃຫ້ມີເນື້ອໃນເລິກເຊິ່ງ, ຄົບຖ້ວນ, ຖືກຕ້ອງສອດຄ່ອງ ແລະ ແທດຕົວຈິງ ທັງສ່ອງແສງໄດ້ສະຕິປັນຍາລວມໝູ່ ແລະ ເສີມຂະຫຍາຍປະຊາທິປະໄຕ ພາຍໃນພັກຢ່າງກວ້າງຂວາງ; ສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ຄວາມເປັນເອກະພາບ ທາງດ້ານທັດສະນະ ແຕ່ຫົວທີຕໍ່ຮ່າງລາຍງານການເມືອງ ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ. ຈາກນັ້ນ, ຖືເປັນ ເນື້ອໃນພື້ນຖານ ເພື່ອໃຫ້ບັນດາອົງຄະນະພັກ ນໍາໄປປັບປຸງການກະ ກຽມເນື້ອໃນລາຍງານ ການເມືອງຕໍ່ກອງປະຊຸມໃຫຍ່ຂອງຕົນ ໃຫ້ສອດຄ່ອງ, ກົມກຽວໄປລວງດຽວກັນ ກັບຮ່າງລາຍງານການເມືອງ ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ.
ໃນໂອກາດນີ້, ສະຫາຍ ຄໍາມອນ ຈັນທະຈິດ ຮອງປະທານຜູ້ປະຈຳການ ສະພາທິດສະດີສູນກາງພັກ, ຮອງຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ ໄດ້ສະເໜີໂດຍຫຍໍ້ເນື້ອໃນ ຮ່າງລາຍງານການ ເມືອງ ຄັ້ງທີ XII ຂອງພັກ ໃນຂົງເຂດອຳນາດລັດ ເຊິ່ງໄດ້ຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນ 5 ປີ ຜ່ານມາ, ທັງຍົກໃຫ້ເຫັນ ຜົນງານທີ່ພົ້ນເດັ່ນ, ບັນຫາທີ່ຕັ້ງຂຶ້ນ, ສາ ເຫດ ແລະ ບົດຮຽນທີ່ຖອດຖອນໄດ້, ພ້ອມທັງໄດ້ປະເມີນຜົນແບບກວມລວມ 40 ປີ ແຫ່ງການປະຕິ ບັດແນວທາງປ່ຽນແປງໃໝ່ ຮອບດ້ານທີ່ມີຫລັກການ ຂອງພັກເຮົາ ແລະ ໄດ້ກໍານົດບັນດາເນື້ອໃນທິດທາງ, ໜ້າທີ່, ແຜນນະໂຍບາຍໃຫຍ່ ເພື່ອສືບຕໍ່ຍູ້ແຮງພາລະກິດປ່ຽນແປງໃໝ່ ຮອບດ້ານ ທີ່ມີຫລັກ ການ ຂອງພັກ ໃນຂົງເຂດອຳນາດລັດ ໃນຊຸມປີຕໍ່ໜ້າ ເພື່ອໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ພິຈາລະນາປະ ກອບຄວາມເຫັນຢ່າງມີຈຸດສຸມ, ເຮັດໃຫ້ເນື້ອໃນຕ່າງໆມີຄວາມຈະແຈ້ງຂຶ້ນຕື່ມ.
ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຍົກສູງຄວາມຮັບຜິດຊອບການເມືອງ ປະກອບຄໍາຄິດຄໍາເຫັນ ຕໍ່ເອກະສານດັ່ງກ່າວຢ່າງກົງໄປກົງມາ, ສ້າງສັນ, ມີປະຊາທິປະໄຕ ແລະ ມີການເບິ່ງບັນຫາ, ຕີລາຄາບັນຫາຕ່າງໆຢ່າງຈະແຈ້ງ, ຊັດເຈນ ແລະ ແທດກັບຕົວຈິງ, ມີການສະເໜີບັນຫາໃນຫລາຍແງ່ມູມ, ອະທິບາຍບັນຫາຕ່າງໆ ເຊິ່ງສາມາດລະດົມໄດ້ຄຳຄິດຄຳເຫັນ ຢ່າງຫລາກຫລາຍ, ອຸດົມສົມບູນທີ່ເປັນພື້ນ ຖານໃຫ້ອະນຸກໍາມະການເນື້ອໃນ ນໍາເອົາໄປຄົ້ນຄວ້າ, ປັບປຸງຮ່າງລາຍງານການເມືອງ ໃນຂົງເຂດອຳນາດລັດໃຫ້ຈະແຈ້ງ, ຄົບຖ້ວນ, ຮັດກຸມ ແລະ ສົມບູນຂຶ້ນກວ່າເກົ່າ.
ພາບ: ອ່າຍຄຳ
KPL