ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີ

20/03/2025 14:33
Email Print 919
ຂປລ ຂປລ. ໃນວັນທີ 20 ມີນາ 2025 ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈັດກິດຈະກຳອອກແຮງງານລວມ ປັດກວດ, ເກັບມ້ຽນຂີ້ເຫຍື້ອ ຢູ່ພາຍໃນສຳນັກງານ, ດ້ານໜ້າ ແລະ ດ້ານຫລັງ ຂອງອົງການໄອຍະການປະຊາຊົນສູງສຸດ ເພື່ອຮັບຕ້ອນວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ (ປປ ລາວ) ຄົບຮອບ 70 ປີ ໂດຍມີບັນດາຫົວໜ້າພະແນກ, ຮອງພະແນກ, ພະນັກງານ-ລັດຖະກອນ ພາຍໃນ ອອປສ ເຂົ້າຮ່ວມຢ່າງເປັນຂະບວນ.




ຂປລ. ໃນວັນທີ 20 ມີນາ 2025 ອົງການໄອຍະການປະຊາຊົນສູງສຸດ
  (ອອປສ) ຈັດກິດຈະກຳອອກແຮງງານລວມ ປັດກວດ
, ເກັບມ້ຽນຂີ້ເຫຍື້ອ ຢູ່ພາຍໃນສຳນັກງານ, ດ້ານໜ້າ ແລະ ດ້ານຫລັງ ຂອງອົງການໄອຍະການປະຊາຊົນສູງສຸດ  ເພື່ອຮັບຕ້ອນວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ (ປປ ລາວ) ຄົບຮອບ 70 ປີ ໂດຍມີບັນດາຫົວໜ້າພະແນກ, ຮອງພະແນກ, ພະນັກງານ-ລັດຖະກອນ ພາຍໃນ ອອປສ ເຂົ້າຮ່ວມຢ່າງເປັນຂະບວນ.

ໂອກາດນີ້, ທ່ານ ນາງ ພອນທີບ ສາວະລີ ຫົວໜ້າກົມຈັດຕັ້ງ-ພະນັກງານ, ປະທານສະຫະພັນແມ່ຍິງ ອົງການ ອອປສ ໄດ້ມີຄໍາເຫັນ ຕໍ່ພັກປະຊາຊົນ ປະຕິວັດລາວວ່າ: ຕະຫລອດ 70 ປີ ຜ່ານມາຂອງ ພັກປະຊາຊົນ ປະຕິວັດລາວ ໄດ້ເດັດດຽວຈັດຕັ້ງນໍາພາພາລະກິດ ປົດປ່ອຍປະເທດຊາດ ເຮັດໃຫ້ປະຊາຊົນລາວບັນດາເຜົ່າ ໄດ້ຢູ່ດີ, ກິນດີ,  ປະເທດຊາດໄດ້ຮັບ ການພັດທະນາຫລາຍດ້ານ, ປະຊາຊົນມີສິດເສລີພາບ, ມີຄວາມຮັກແພງສາມັກຄີປອງດອງ, ເຊື້ອໝັ້ນຕໍ່ການນຳພາຂອງພັກ; ພາຍໃຕ້ການນຳພາຂອງ ພັກປະຊາຊົນ ປະຕິວັດລາວ ອົງການໄອຍະການປະຊາຊົນ ໄດ້ຮັບການສ້າງຕັ້ງຂຶ້ນໃນເດືອນມັງກອນ ປີ 1990, ປັດຈຸບັນຄົບຮອບ 35 ປີ ເມື່ອຫວນຄືນຫລັງແລ້ວ ເຫັນວ່າອົງການໄອຍະການປະຊາຊົນ ໄດ້ເຕີບໃຫຍ່ເຂັ້ມແຂງ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ທາງດ້ານການຈັດຕັ້ງ, ບຸກຄະລາກອນ, ວຽກງານໄອຍະການປະຊາຊົນ ໄດ້ຮັບການພັດທະນາ ນັບຕັ້ງແຕ່ຂັ້ນສູນກາງ ລົງຮອດຂັ້ນທ້ອງຖິ່ນ.




ມາຮອດປັດຈຸບັນ, ອົງການໄອຍະການປະຊາຊົນ ປະກອບດ້ວຍອົງການໄອຍະການປະຊາຊົນສູງສຸດ
, ອົງ ການໄອຍະການປະຊາຊົນພາກ 3 ພາກ, ອົງການໄອຍະການປະຊາຊົນແຂວງ-ນະຄອນຫລວງ 18 ແຫ່ງ, ອົງການໄອຍະການປະຊາຊົນເຂດ 46 ເຂດ, ອົງການໄອຍະການປະຊາຊົນເຂດປະຈໍາເມືອງ 22 ເມືອງ ແລະ ອົງການໄອຍະການທະຫານ ໄດ້ປະກອບສ່ວນເຂົ້າໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ຢູ່ປະເທດເຮົາ ນັບມື້ມີຄວາມສັກສິດ, ຮັບປະກັນໄດ້ສະຖຽນລະພາບ ທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ເປັນລະບຽບ ຮຽບຮ້ອຍໂດຍພື້ນຖານ, ເສດຖະກິດ-ສັງຄົມໄດ້ຮັບການພັດທະນາ ຕາມແນວທາງຂອງພັກທີ່ວາງໄວ້ ຢ່າງບໍ່ຢຸດຢັ້ງ.

ຂ່າວ: ກິດຕາ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ຮວຜທ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກຊາວໜຸ່ມວັດທະນະທຳ-ສັງຄົມ

      ຮວຜທ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກຊາວໜຸ່ມ

      4/24/2025 2:42:24 PM

      ຂປລ. ພະແນກຊາວໜຸ່ມ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ(ຮວຜທ) ຈັດພິທີຮັບເອົາມະ ຫາຊົນ ເຂົ້າເປັນສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ​ໃນວັນທີ 23 ເມສາ 2025 ໂດຍການເປັນປະທານຂອງ ສະຫາຍ ພັນໂທ ອຸໄລກອນ ກົມມະເມືອງ ຮອງຫົວໜ້າຫ້ອງການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະຊາວໜຸ່ມ 4 ຫ້ອງ 4 ຫ້ອງ, 2 ກອງພັນ, ສະມາຊິກຊາວໜຸ່ມ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    • ມອບ-ຮັບ ເດີ່ນເຄົາລົບທຸງ ແລະ ເດີ່ນບານສົ່ງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບວັດທະນະທຳ-ສັງຄົມ

      ມອບ-ຮັບ ເດີ່ນເຄົາລົບທຸງ ແລະ ເດີ່ນບານສົ່ງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ

      4/24/2025 12:09:59 PM

      ຂປລ. ພິທີມອບ-ຮັບ ເດີ່ນເຄົາລົບທຸງ ແລະ ເດີ່ນບານສົ່ງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດ​ຂຶ້ນ​ໃນວັນທີ 22 ເມສາ 2025 ​ໂດຍ​ໄດ້​ຮັບ​ການ​ອະ​ປະຖໍາກໍ່ສ້າງ​ຈາກ ທີມງານສາຍນ້ຳໃຈ ລວມມູນຄ່າທັງ​ໝົດ 136 ລ້ານ​ກວ່າກີບ. ທັງ​ນີ້, ກໍ​ເພື່ອເປັນການປະກອບສ່ວນໃຫ້ ພະນັກງານ-ນັກຮົບ ພ້ອມດ້ວຍນ້ອງນ້ອຍນັກຮຽນ ​ໄດ້​ນໍາ​ໃຊ້ ​ແລະ ສຸມໃສ່ເຮັດສຳເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ.

    • ເຜົ່າລື້ໄຕບໍ່ ສືບສານບຸນບັ້ງໄຟໃນໂອກາດບຸນປີໃໝ່ລາວວັດທະນະທຳ-ສັງຄົມ

      ເຜົ່າລື້ໄຕບໍ່ ສືບສານບຸນບັ້ງໄຟໃນໂອກາດບຸນປີໃໝ່ລາວ

      4/24/2025 10:19:28 AM

      ອາທິດຜ່ານມາປະຊາຊົນເຜົ່າລື້ໄຕບໍ່ 5 ບ້ານ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ພ້ອມກັນຈັດງານບຸນປະເພນີຈູດບ້ັງໄຟ ເຊ່ືອມສາຍໃຍ ເຜົ່າລື້ໄຕບໍ່ ຢູ່ທີ່ເດີນຄຸ້ມຊຽງງາມ ບ້ານທົ່ງແສງຈັນ ກຸ່ມບ້ານທົ່ງແສງຈັນ ເພື່ອສືບຕໍ່ອະນຸລັກ, ປົກປັກຮັກສາຮີດຄອງປະ ເພນີ, ວັດທະນະທຳການນຸ່ງຖື, ພາສາປາກເວົ້າ, ມູນເຊື້ອຄວາມດຸໝັ່ນຂະຫຍັນພຽນ.

    • ສະຫລຸບການຈັດຕັ້ງປະຕິບັດວຽກງານ ກາແດງທົ່ວປະເທດ ປະຈຳປີ 2024ວັດທະນະທຳ-ສັງຄົມ

      ສະຫລຸບການຈັດຕັ້ງປະຕິບັດວຽກງານ ກາແດງທົ່ວປະເທດ ປະຈຳປີ 2024

      4/22/2025 4:59:06 PM

      ຂປລ. ອົງການກາແດງແຫ່ງຊາດລາວ ຈັດກອງປະຊຸມສະຫລຸບການຈັດຕັ້ງປະຕິບັດ ວຽກງານກາແດງທົ່ວປະເທດ ປະຈຳປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ໃນວັນທີ 22 ເມສາ 2025 ໂດຍການເປັນປະທານຂອງ ທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງ ແຫ່ງຊາດລາວ, ມີທ່ານ ນາງ ຈັນຖະໜອມ ມະນີທິບ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຫ້ອງ ການກາແດງເມືອງ, ອົງການກາແດງແຂວງທົ່ວປະເທດ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ອົງການອາຫານໂລກ ສະໜອງອາຫານທ່ຽງ ໃຫ້ນັກຮຽນລາວວັດທະນະທຳ-ສັງຄົມ

      ອົງການອາຫານໂລກ ສະໜອງອາຫານທ່ຽງ ໃຫ້ນັກຮຽນລາວ

      4/22/2025 2:41:07 PM

      ຂປລ. ອົງການອາຫານໂລກ ແຫ່ງອົງການສະຫະປະຊາຊາດ ໄດ້ໃຫ້ການຊ່ວຍເຫລືອປ໋ອງປາ ທີ່ນໍາເຂົ້າຈາກສະຫະພັນຣັດເຊຍ ຈໍານວນ 149 ໂຕນ ໃຫ້ກະຊວງສຶກສາທິການ ແລະ ກິລາ ໃນວັນທີ 22 ເມສາ 2025 ເພື່ອນຳໃຊ້ເຂົ້າໃນການປຸງແຕ່ງອາຫານທ່ຽງ ໃຫ້ແກ່ນັກຮຽນຊັ້ນປະຖົມ ແລະ ກຽມປະຖົມ ຈຳນວນ 50.000 ຄົນ, ໃນ 13 ເມືອງຢູ່ພາກເໜືອ ຂອງ ສປປ ລາວ ເຊິ່ງເປັນສ່ວນໜຶ່ງຂອງແຜນງານ ສົ່ງເສີມອາຫານທ່ຽງໃນໂຮງຮຽນ.

ads
ads

Top