ປະເທດ ແອັດສະປາຍ

20/03/2025 12:40
Email Print 783
ຂປລ ປະເທດ ແອັດສະປາຍ(Spain) ຫລື ຊື່ທາງການຄື ລາຊະອານາຈັກ ແອັດສະປາຍ(Kingdom of Spain), ນະຄອນຫລວງ ຊື່ວ່າ ມາດຣິດ (Madrid). ແອັດສະປາຍ ເປັນປະເທດໜຶ່ງ ຕັ້ງຢູ່ທິດຕາເວັນຕົກສ່ຽງໃຕ້ ຂອງທະວີບ ເອີຣົບ, ຢູ່ເທິງແຫລມມະຫາສະໝຸດ ໄອບີເຣຍ ຮ່ວມກັບ ປອກຕຸຍການ ແລະ ອັງໂດຣາ, ມີຊາຍແດນ ຕິດກັບ ຝຣັ່ງ ທາງທິດຕາເວັນອອກ ສ່ຽງເໜືອລຽບຕາມພູ ພິເຣນີສ.

            ​ປະ​ເທດ ​ແອັດ​ສະ​ປາຍ(Spain) ຫລື​ ຊື່​ທາງ​ການ​ຄື ລາຊະອານາຈັກ ​ແອັດ​ສະ​ປາຍ(Kingdom of Spain), ນະຄອນຫລວງ ​ຊື່ວ່າ ມາດຣິດ (Madrid). ​ ​ແອັດ​ສະ​ປາຍ ​ເປັນ​ປະ​ເທດ​ໜຶ່ງ​ ຕັ້ງຢູ່ທິດຕາ​ເວັນ​ຕົກ​ສ່ຽງ​ໃຕ້ ຂອງທະ​ວີ​ບ ​ເອີຣົບ, ຢູ່​ເທິ​ງແຫລມ​ມະຫາ​ສະໝຸດ ​ໄອ​ບີ​ເຣຍ ຮ່ວມ​ກັບ ປອກຕຸຍ​ການ ​ແລະ ອັງ​ໂດຣາ, ມີ​ຊາຍ​ແດນ ​ຕິດ​ກັບ ຝຣັ່ງ ທາງ​ທິດຕາ​ເວັນ​ອອກ​ ສ່ຽງ​ເໜືອລຽບຕາມພູ ພິ​ເຣນີສ.  ​ໂດຍ​ກວມ​ເອົາ​ເນື້ອທີ່​ 504.750 ກິ​​ໂລ​ຕາ​ແມັດ​; ມີປະຊາກອນ 48,08 ລ້ານຄົນ(​ໃນ​ປີ 2023), ​ໃຊ້​ພາສາ ​ແອັດ​ສະ​ປາຍ ເປັນ​ພາສາ​ທາງການ ​ແລະ ພາສາ​ທ້ອງ​ຖິ່ນ​ອື່ນໆ,  ປະຊາຊົນ ສ່ວນ​ໃຫຍ່ ​ຖື​ສາສະໜາໂຣມັນ​ກາ​ໂຕ​ລິກ 94% ​ແລະ ອື່ນໆ​ອີກ 6% , ​ໃຊ້ສະກຸນ​ເງິນ​ ເອີ​ໂຣ, ​ວັນຊາດ ແມ່ນວັນ​ທີ 12.10.1492.​ ປະເທດແອັດສະປາຍ ແລະ ປະ​ເທດສປປລາວ ​ໄດ້​ສ້າງ​ຕັ້ງ ສາຍ​ພົວພັນ ທາງ​ການ​ທູດ​ຮ່ວມ​ກັນ ​ໃນ​ວັນ​ທີ 20.03.1964. ຫລັງ​ຈາກ​ນັ້ນ ສອງ​ປະ​ເທດ​ໄດ້​ຮ່ວມ​​ມື​ກັນ ພັດທະນາ​ເສີມ​ສ້າງ ສາຍ​ພົວພັນ​ ​ໃຫ້​ນັບ​ມື້​ຂະຫຍາຍຕົວ​ຂຶ້ນ ຢ່າງ​ບໍ່​ຢຸດ​ຢັ້ງ.

​​ແອັດ​ສະ​ປາຍ ​ມີຄວາມສຳພັນຢ່າງໃກ້ຊິດເປັນພິເສດ ແລະ ມີບົດບາດທາງເສດຖະກິດ ທີ່ ສຳຄັນໃນພາກພື້ນ ອາເມລິກາລາຕິນ, ເນື່ອງຈາກ ມີຄວາມໃກ້ຊິດ ດ້ານປະຫວັດສາດ, ພາສາ ແລະ ວັດທະນະທໍາຮ່ວມກັນ, ມີຄວາມຊ່ຽວຊານ ດ້ານການພັດທະນາ ພື້ນຖານໂຄງລ່າງ, ອຸດສາຫະກຳ ປ້ອງກັນປະເທດ ລວມເຖິງ ພະລັງງານທົດແທນ ໂດຍສະເພາະ ພະລັງງານລົມ, ສ່ວນຂະແໜງການ ທ່ອງທ່ຽວ ເປັນແຫລ່ງລາຍຮັບ ສຳຄັນຂອງປະເທດ ກວມເອົາອັດຕາສ່ວນ 12% ຂອງ ລວມຍອດ ຜະລິດຕະພັນພາຍໃນ(ຈີດີພີ) ຂອງປະເທດ,​ ແອັດສະປາຍ ຕ້ອນຮັບນັກທ່ອງທ່ຽວ ເປັນອັນດັບ 2 ຂອງໂລກ ແລະ ອື່ນໆ ເຮັດ​ໃຫ້ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ(GDP) ບັນລຸ1,62 ພັນຕື້ໂດລາສະຫະລັດ(ໃນປີ 2023), ສະ​ເລ່ຍຕໍ່​ຫົວ​ຄົນ 33,509 ກວ່າ​ໂດ​ລາ​ສະຫະລັດຕໍ່ປີ, ສ່ວນອັດຕາ​ການຈະ​ເລີ​ນ​ເຕີບ​ໂຕ​  ຂ​ອງ​ເສດ​ຖະກິດ 2,7% ຕໍ່ປີ. ໂດຍມູນຄ່າການສົ່ງອອກສິນຄ້າ: 383.688 ກວ່າລ້ານເອີໂຣຕໍ່ປີ; ສິນຄ້າທີ່ສົ່ງອອກ ທີ່ສຳຄັນລວມມີ: ​ອາຫານ, ເຄື່ອງດື່ມ, ຢາສູບ, ຜະລິດຕະພັນເຄມີ ແລະ ປະເພດຍານພາຫະນະ. ມູນຄ່າການນໍາເຂົ້າແມ່ນ 424.248 ກວ່າລ້ານເອີໂຣ; ສິນຄ້າທີ່ນໍາເຂົ້າ: ສິນຄ້າທຶນ, ຜະລິດຕະພັນເຄມີ, ສິນຄ້າອຸປະໂພກ ບໍລິໂພກ, ອາຫານ, ເຄື່ອງດື່ມ ແລະ ຢາສູບ. ສ່ວນຄູ່ການຄ້າທີ່ສຳຄັນ ໄດ້ແກ່: ສະຫະພາບເອີຣົບ, ສ່ວນໃຫຍ່ແມ່ນ ຝຣັ່ງ, ເຢຍລະມັນອັງກິດ, ສ.ອາເມລິກາ, ມາຣກົ ແລະ ສປຈີນ.

 ນອກ​ນີ້ ແອັດສະປາຍ ຍັງ​ມີ​ສະຖານ​ທີ່​ທ່ອງ​ທ່ຽວ ​ເກົ່າ​​ແກ່​ດ້ານ​ປະຫວັດສາດ ຢູ່​ທົ່ວປະ​ເທດຄື: ​ວັດທະນະ​ທຳ ​ແລະ ​ເອກະລັກ​ສະ​ເພາະ​, ການ​ແຂ່ງ​ງົວ​ກະທິງ, ອາຫານ ​ແລະ ທີ​ມ​ເຕາະ​ບານ​ທີ່​ມີ​ຊື່​ສຽງ ​ເຮັດ​ໃຫ້​ປະ​ເທດນີ້ເປັນ​ຈຸດ    ໝາຍ​ປາຍທາງ​ຍອດ​ນິຍົ​ມ ຂອງ​ນັກ​ທ່ອງ​ທ່ຽວ​ຈາກ​ທົ່ວມູນ​ໂລກ./.

                                                                                                                     ໂດຍ​: ດາ​ວັນ

KPL

ຂ່າວອື່ນໆ

    • ປະເທດ ບັງກລາເທດອາຊຽນ ASEAN

      ປະເທດ ບັງກລາເທດ

      3/24/2025 6:23:08 PM

      ເນື່ອງໃນໂອກາດ ວັນຊາດຂອງປະເທດ ບັງກລາເທດ(Bangladesh) ຫລື ຊື່ທາງການຄື ສາທາລະນະລັດປະຊາຊົນ ບັງກລາເທດ (People’s Republic Of Bangladesh) ໃນວັນທີ 24 ມີນາ, ຊຶ່ງເປັນ ປະເທດ ໃນອາຊີໃຕ້, ມີຊາຍແດນທິດເໜືອ, ທິດຕາເວັນຕົກ ແລະ ທິດຕາເວັນອອກ ຕິດກັບ ອິນເດຍ ສ່ວນທິດໃຕ້ຕິດກັບ ອ່າວເບງກອນ ແລະ ຕາເວັນອອກສ່ຽງໃຕ້ ຕິດກັບ ມຽນມາ.

    • ຫາລືການນຳໃຊ້ປັນຍາປະດິດ  ເຂົ້າໃນວຽກງານລັດທະສະພາອາຊຽນ ASEAN

      ຫາລືການນຳໃຊ້ປັນຍາປະດິດ ເຂົ້າໃນວຽກງານລັດທະສະພາ

      3/12/2025 2:45:54 PM

      ຂປລ. ກອງປະຊຸມກໍາມາທິການວຽກງານສະມາຊິກລັດຖະສະພາ ຂອງສະມັດຊາລັດຖະສະພາ ຝຣັ່ງໂກໂຟນີ (APF) ຈັດຂຶ້ຍລະຫວ່າງວັນທີ 12-14 ມີນາ 2025 ຢູ່ນະຄອນຫລວງວຽງຈັນ ​ພາຍໃຕ້ການເປັນປະທານຮ່ວມ ລະຫວ່າງ ສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ສະມັດຊາລັດຖະສະພາ ຝຣັ່ງໂກໂຟນີ (APF) ເຊິ່ງມີຄະນະຜູ້ແທນລັດຖະສະພາ 11 ປະເທດ ແລະ ເຂດແຄວ້ນ, ກອງເລຂາ APF ແລະ ສູນລັດຖະສະພາອາຊີ (PCAsia) ເຂົ້າຮ່ວມ.

    • ບຣູໄນ ເລີ່ມຍົກເວັ້ນວີຊາຕໍ່ພົນລະເມືອງຈີນອາຊຽນ ASEAN

      ບຣູໄນ ເລີ່ມຍົກເວັ້ນວີຊາຕໍ່ພົນລະເມືອງຈີນ

      3/8/2025 10:48:45 PM

      ນັບແຕ່ ວັນທີ 8 ມີນານີ້ ເປັນຕົ້ນໄປ, ລັດຖະບານ ບຣູໄນ ຈະເລີ່ມດໍາເນີນ ນະໂຍບາຍ ການເຂົ້າເມືອງ ໂດຍຍົກເວັ້ນວີຊາ ສໍາລັບ ພົນລະເມືອງຈີນ ທີ່ມີໜັງສື ຜ່ານແດນ ທໍາມະດາ ຢ່າງເປັນທາງການ.

    • ປະເທດ ຍີ່ປຸ່ນອາຊຽນ ASEAN

      ປະເທດ ຍີ່ປຸ່ນ

      3/4/2025 1:26:04 PM

      ມີນະຄອນຫລວງຊື່ວ່າ: ໂຕກຽວ(Tokyo)ແລະ ປະເທດ ສປປລາວໄດ້ສ້າງຕັ້ງສາຍພົວພັນທາງການທູດ ຮ່ວມກັນ ນັບແຕ່ວັນທີ 5.3.1955 ເປັນຕົ້ນມາ ຈາກນັ້ນ ທັງສອງປະເທດ ໄດ້ຮ່ວມກັນພັດທະນາ ເສີມສ້າງສາຍພົວພັນ ການຮ່ວມມືໃຫ້ນັບມື້ ແໜ້ນແຟ້ນຂຶ້ນ.

    • ກອງປະຊຸມວົງແຄບລັດຖະມົນຕີເສດຖະກິດ ອາຊຽນອາຊຽນ ASEAN

      ກອງປະຊຸມວົງແຄບລັດຖະມົນຕີເສດຖະກິດ ອາຊຽນ

      3/3/2025 9:39:50 AM

      ກອງປະຊຸມ ວົງແຄບ ລັດຖະມົນຕີ ເສດຖະກິດ ອາຊຽນ ຄັ້ງທີ 31 (AEMR-31) ໄດ້ຈັດຂຶ້ນຢູ່ ມາເລເຊຍ ໂດຍມີ ຜູ້ຕາງໜ້າ ບັນດາປະເທດ ສະມາຊິກ ອາຊຽນ ແລະ ຕີມໍແລັດສະເຕີ (ໃນຖານະ ເປັນຜູ້ສັງເກດການ), ທ່ານ ກາວຄິມຮອນ( Kao Kim Hourn) ເລຂາທິການໃຫຍ່ ອາຊຽນ.

ads
ads

Top