ຂປລ
ຊາວຝຣັ່ງ ຮ່ວມກັນລົງມະຕິເພີ່ມເສັ້ນທາງຍ່າງ 500 ສາຍ ຕາມຄວາມ ພະຍາຍາມ ຂອງ ເທດສະບານ ເພື່ອຈຳກັດການໃຊ້ ຍານພາຫະນະ ແລະ ປັບປຸງ ຄຸນນະພາບອາກາດ ໃຫ້ແກ່ ເມືອງຫລວງຂອງຝຣັ່ງ.
ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກ ນະຄອນຫລວງ ປາຣີ ປະເທດ ຝຣັ່ງວ່າ: ຊາວຝຣັ່ງ ຮ່ວມກັນລົງມະຕິເພີ່ມເສັ້ນທາງຍ່າງ 500 ສາຍ ຕາມຄວາມ ພະຍາຍາມ ຂອງ ເທດສະບານ ເພື່ອຈຳກັດການໃຊ້ ຍານພາຫະນະ ແລະ ປັບປຸງ ຄຸນນະພາບອາກາດ ໃຫ້ແກ່ ເມືອງຫລວງຂອງຝຣັ່ງ. ຕາມຜົນການ ລົງຄະແນນສຽງ ຂອງ ຊາວຝຣັ່ງ ຈຳນວນ 65,96% ເຫັນດ້ວຍກັບ ມາດຕະການ ຖະໜົນຄົນຍ່າງ, ໃນຂະນະທີ່ 34,04% ບໍ່ເຫັນດ້ວຍ. ຢ່າງໃດກໍ່ຕາມ ມີຜູ້ອອກມາໃຊ້ສິດພຽງ 4,06% ເທົ່ານັ້ນ ຊຶ່ງໜ່ວຍງານທີ່ກ່ຽວຂ້ອງ ຈະປຶກສາຫາລືກັບ ປະຊາຊົນ ເພື່ອຄັດເລືອກຖະໜົນ ຄົນຍ່າງ ໃນລຳດັບຕໍ່ໄປ.
ເສັ້ນທາງ 500 ສາຍ ທີ່ປ່ຽນເປັນ ຖະໜົນຄົນຍ່າງ ຈະເຮັດໃຫ້ຈຳນວນຖະໜົນ ຊຶ່ງເອີ້ນວ່າ ປອດສີຂຽວ ໃນເມືອງຫລວງຝຣັ່ງ ເພີ່ມຂຶ້ນເປັນເກືອບ 700 ສາຍ ແລະ ກວມເອົາ ຫລາຍກວ່າ 1 ໃນ 10 ຂອງຖະໜົນທັງໝົດ ໃນນະຄອນຫລວງ ປາຣີ. ຢ່າງໃດກໍ່ຕາມ ເທດສະບານ ນະຄອນຫລວງ ປາຣີ ຍັງຕາມຫລັງເມືອງຫລວງ ອີກຫລາຍແຫ່ງຂອງ ເອີຣົບ ໃນເລື່ອງ ພື້ນຖານໂຄງລ່າງ ສີຂຽວເຊັ່ນ: ສວນສ່ວນຕົວ, ສວນສາທາລະນະ, ຖະໜົນທີ່ເຕັມໄປດ້ວຍ ຕົ້ນໄມ້, ແຫລ່ງນໍ້າ ແລະ ພື້ນທີ່ຊຸ່ມນໍ້າ ຊຶ່ງກວມເອົາພຽງ 26% ຂອງ ພື້ນທີ່ເທົ່ານັ້ນ ເມື່ອທຽບກັບ ຄ່າສະເລ່ຍ ຂອງເມືອງຫລວງຂອງປະເທດ ໃນເອີຣົບ ທີກວມເອົາ 41%./
KPL