ຜູ້ນໍາສ.ອາເມລິກາ ລົງນາມຄຳສັ່ງ ເພີ່ມການຜະລິດ ແຮ່ທາດທີ່ສຳຄັນ

25/03/2025 17:05
Email Print 164
ຂປລ ທ່ານ ໂດນັນທຣຳ ປະທານາທິບໍດີ ສ.ອາເມລິກາ ໄດ້ລົງນາມ ຄຳສັ່ງ ຝ່າຍບໍລິຫານ ເພື່ອເພີ່ມ ການຜະລິດ ແຮ່ທາດ ສຳຄັນ ແລະ ແຮ່ທາດຫາຍາກ ພາຍໃນປະເທດ ໂດຍໃຊ້ອຳນາດ ພາຍໃຕ້ ກົດໝາຍການຜະລິດໃນຍາມສຶກສົງຄາມ (DPA) ເພື່ອຈັດຫາເງິນທຶນ

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້ ທ່ານ ໂດນັນທຣຳ ປະທານາທິບໍດີ ສ.ອາເມລິກາ ໄດ້ລົງນາມ ຄຳສັ່ງ ຝ່າຍບໍລິຫານ ເພື່ອເພີ່ມ ການຜະລິດ ແຮ່ທາດ ສຳ ຄັນ ແລະ ແຮ່ທາດຫາຍາກ ພາຍໃນປະເທດ ໂດຍໃຊ້ອຳນາດ ພາຍໃຕ້ ກົດໝາຍການຜະລິດໃນຍາມສຶກສົງຄາມ (DPA) ເພື່ອຈັດຫາເງິນທຶນ, ເງິນກູ້ຢືມ ແລະ ການສະ  ໜັບສະໜູນ ການລົງທຶນອື່ນໆ ສຳລັບ ການແປຮູບແຮ່ທາດ ພາຍໃນປະເທດ.

ໂດຍ ທ່ານໂດນັນທຣຳ ກ່າວວ່າ ຄັ້ງໜຶ່ງ ສ.ອາເມລິກາ ເຄີຍເປັນ ຜູ້ຜະລິດແຮ່ທາດ ຫລາຍທີ່ສຸດ ໃນໂລກ ແຕ່ກົດລະບຽບ ຫລວງຫລາຍ ຂອງ ລັດຖະບານກາງ ເຮັດໃຫ້ ການຜະ ລິດແຮ່ທາດ ຂອງ ສ.ອາເມລິກາ ຫລຸດລົງ.ນອກຈາກນີ້, ຄຳສັ່ງດັ່ງກ່າວ ຍັງສັ່ງການໃຫ້ ໜ່ວຍງານ ຂອງ ລັດຖະບານກາງ ໂດຍລະບຸວ່າ: ໂຄງການບໍ່ແຮ່ທີ່ສາມາດ ອະນຸມັດໄດ້ ຢ່າງວ່ອງໄວ ພ້ອມທັງ ລະບຸວ່າ ເນື້ອທີ່ດິນ ຂອງ ລັດຖະບານກາງ ອາດຈະໃຊ້ ສຳລັບ ການແປຮູບ ແຮ່ທາດໄດ້ ແລະ ອື່ນໆ./

KPL

ຂ່າວອື່ນໆ

ads
ads

Top