ໄຂກອງປະຊຸມສະໄໝສາມັນ ຂອງ ລັດຖະບານ ປະຈຳເດືອນມີນາ 2025

24/03/2025 16:48
Email Print 360
ຂປລ ຂປລ. ກອງປະຊຸມສະໄໝສາມັນຂອງ ລັດຖະບານປະຈຳ ເດືອນມີນາ 2025 ໄຂຂຶ້ນໃນຕອນເຊົ້າວັນທີ 24 ມີນາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງບັນດາແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນມີນາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນເມສາ 2025.

ຂປລ. ກອງປະຊຸມສະໄໝສາມັນຂອງ ລັດຖະບານປະຈຳ ເດືອນມີນາ 2025 ໄຂຂຶ້ນໃນຕອນເຊົ້າວັນທີ 24 ມີນາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງບັນດາແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນມີນາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນເມສາ 2025.

ກອງປະຊຸມຄັ້ງນີ້, ຈະດໍາເນີນເປັນເວລາ 2 ວັນ ເຊິ່ງຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ​ເປັນ​ຕົ້ນ ສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ ຄື: ວຽກງານພົ້ນເດັ່ນ ປະຈໍາເດືອນມີນາ ແລະ ທິດທາງແຜນການ ປະຈຳເດືອນເມສາ 2025 ຂອງລັດຖະບານ ຕິດພັນກັບການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ, ເງິນຕາ, ອັດຕາແລກປ່ຽນ, ລາຄາສິນຄ້າ,ການແກ້ໄຂບັນຫາໜີ້ສິນ ແລະ ການຜະລິດສິນຄ້າ; ຕີລາຄາການຈັດຕັ້ງປະຕິ ບັດ ມະຕິຂອງສະພາແຫ່ງຊາດ ສະບັບເລກທີ 153/ສພຊ, ລົງວັນທີ 12 ທັນວາ2024 ວ່າດ້ວຍການຮັບຮອງເອົາ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປີ 2024 ແລະ ທິດທາງແຜນການລົງທຶນຂອງລັດ ປີ 2025 ແລະ ມະຕິສະບັບເລກທີ 154/ສພຊ, ລົງວັນທີ 12 ທັນວາ 2024 ວ່າດ້ວຍການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາປີ 2024 ແລະ ທິດທາງແຜນ ການ ປີ 2025 ແລະ ດໍາລັດ ສະບັບເລກທີ 702/ນຍ, ລົງວັນທີ 25 ທັນວາ 2024 ວ່າດ້ວຍການກໍານົດໜ້າວຽກ ແລະ ການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2025 ແລະ ແຜນການແກ້ໄຂຜົນການກວດກາ-ກວດສອບ ປະຈຳໄຕມາດ 1 ປີ 2025 ແລະ ຕີລາຄາປະຈໍາໄຕມາດ 1 ປີ 2025 ກ່ຽວກັບບັນຫາທີ່ຕິດພັນຂົງເຂດວຽກງານປ້ອງກັນຄວາມສະຫງົບ.

ຮ່າງຍຸດທະສາດພັດທະນາໂທລະຄົມມະນາຄົມ ແລະ ອິນເຕີເນັດແຫ່ງຊາດ 2026-2040; ຮ່າງ ຍຸດທະສາດ ແລະ ແຜນດຳເນີນງານແຫ່ງຊາດ ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ 2026-2040; ຮ່າງກົດໝາຍ ວ່າດ້ວຍອາກອນລາຍໄດ້ (ສະບັບປັບປຸງ); ຮ່າງກົດໝາຍ ວ່າດ້ວຍປ້າຍ; ຮ່າງກົດໝາຍ ວ່າດ້ວຍຢາ ແລະ ຜະລິດຕະພັນການແພດ; ຮ່າງກົດໝາຍ ວ່າດ້ວຍຊົນລະປະທານ (ສະບັບປັບ ປຸງ) ​ແລະ ຮ່າງກົດໝາຍ ວ່າດ້ວຍ ສາມັນສຶກສາ.

ໃນໂອກາດກ່າວເປີດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນຍັງສືບຕໍ່ຜັນແປຢ່າງສະຫລັບສັບຊ້ອນ ແລະ ຄາດເດົາໄດ້ຍາກ ໂດຍສະ ເພາະບັນຫາຂໍ້ຂັດແຍ້ງຕ່າງໆ ຍັງສືບຕໍ່ເຄັ່ງຕຶງ, ບັນຫາໄພທຳມະຊາດ, ພະຍາດລະບາດ ແລະ ອື່ນໆ ຍັງສົ່ງຜົນກະທົບ ຕໍ່ສະພາບເສດຖະກິດໂລກ, ທັງເປັນໄພຄຸກຄາມ ແລະ ສ້າງຜົນເສຍຫາຍ ຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນຢູ່ຫລາຍປະເທດ ​ໂດຍສະເພາະຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ; ໄດ້ຍົກໃຫ້ເຫັນບາງວຽກງານພາຍໃນປະເທດ ທີ່ບັນດາຂະແໜງການກ່ຽວຂ້ອງ ກໍຄື ໃນທົ່ວສັງຄົມ ຈະຕ້ອງໄດ້ພ້ອມກັນ ສືບຕໍ່ສຸມໃສ່ແກ້ໄຂ ໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ ເພື່ອບໍ່ໃຫ້ກະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ, ພະນັກງານ-ລັດຖະກອນ ກໍຄື ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ.


ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

KPL

ຂ່າວອື່ນໆ

    • ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມເວທີ ປຶກສາຫາລື ໂບອາວ ເພື່ອອາຊີ ປະຈໍາປີ 2025 ຢູ່ ສປ ຈີນການເມືອງ

      ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມເວທີ ປຶກສາຫາລື ໂບອາວ ເພື່ອອາຊີ ປະຈໍາປີ 2025 ຢູ່ ສປ ຈີນ

      3/28/2025 9:02:41 PM

      ຂປລ. ໃນວັນທີ 27 ມີນາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມ ແລະ ກ່າວປາໄສ ໃນກອງປະຊຸມເວທີປຶກສາຫາລື ໂບອາວ ເພື່ອອາຊີ ປະຈໍາປີ 2025 (Boao Forum for Asia 2025) ທີ່ແຂວງໄຮນານ, ສປ ຈີນ ທີ່ໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້: “ອາຊີ ທ່າມກາງໂລກທີ່ກຳລັງປ່ຽນແປງ: ການກ້າວໄປສູ່ຄູ່ຮ່ວມຊະຕາກຳດຽວກັນ (Asia in the changing World: Towards a shared Future)” ຕາມການເຊື້ອເຊີນຂອງເລຂາທິການໃຫຍ່ກອງປະຊຸມເວທີປຶກສາຫາລືໂບອາວ ເພື່ອອາຊີ.

    • ລາວ-ສ ເກົາຫລີ ຫາລືດ້ານນະໂຍບາຍລະດັບສູງ ຄັ້ງທີ 6ການເມືອງ

      ລາວ-ສ ເກົາຫລີ ຫາລືດ້ານນະໂຍບາຍລະດັບສູງ ຄັ້ງທີ 6

      3/28/2025 8:50:25 PM

      ຂປລ. ກອງປະຊຸມປຶກສາຫາລືດ້ານນະໂຍບາຍລະດັບສູງ ຄັ້ງທີ 6 ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ຈັດຂຶ້ນ ໃນວັນທີ 27 ມີນາ 2025 ນີ້, ຢູ່ ກະຊວງການຕ່າງປະເທດ, ນະຄອນຫລວງເຊອູນ, ສາທາລະນະລັດ ເກົາຫລີ ໂດຍການເປັນ ປະທານຮ່ວມຂອງ ທ່ານ ພົງສະຫວັນ ສີສຸລາດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຈອງ ບຽວ ວອນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ເກົາຫລີ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກຢູ່ ສ ເກົາຫລີ.

    • ນາຍົກລັດຖະມົນຕີ ຕ້ອນຮັບ ການນໍາແຂວງໄຮນານການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບ ການນໍາແຂວງໄຮນານ

      3/28/2025 8:45:14 PM

      ຂປລ. ໃນວັນທີ 27 ມີນາ 2025 ນີ້, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຟິງເຟີ່ຍ ເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງໄຮນານ ສປ ຈີນ ໃນໂອກາດເດີນທາງເຂົ້າຮ່ວມ ກອງປະຊຸມເວທີປຶກສາຫາລືໂບອາວ ເພື່ອອາຊີ ປະຈໍາປີ 2025 ໃນລະຫວ່າງວັນທີ 26-28 ມີນາ 2025.

    • ໄຂກອງປະຊຸມ ສະພາວິທະຍາສາດ ຄົ້ນຄວ້າວຽກງານແນວລາວສ້າງຊາດ ຄັ້ງທີ Iການເມືອງ

      ໄຂກອງປະຊຸມ ສະພາວິທະຍາສາດ ຄົ້ນຄວ້າວຽກງານແນວລາວສ້າງຊາດ ຄັ້ງທີ I

      3/27/2025 4:56:44 PM

      ຂປລ. ກອງປະຊຸມ ສະພາວິທະຍາສາດ ຄົ້ນຄວ້າວຽກງານແນວລາວສ້າງຊາດ ໄຂຂຶ້ນໃນວັນທີ 25 ມີນາ 2025 ທີ່ສູນຄົ້ນຄວ້າ ແລະ ຝຶກອົບຮົມ ສູນກາງແນວລາວສ້າງຊາດ (ສນຊ) ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີບັນດາຮອງປະທານ ສນຊ, ຄະນະທີ່ປຶກສາ ແລະ ຄູ່ຮ່ວມງານວຽກງານຄົ້ນຄວ້າທິດສະດີ ແລະ ພຶດຕິກຳຂອງແນວລາວສ້າງຊາດ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

    • ປະກາດໃຊ້ ລັດຖະທຳມະນູນ ສະບັບປີ 2025 ຢ່າງເປັນທາງການການເມືອງ

      ປະກາດໃຊ້ ລັດຖະທຳມະນູນ ສະບັບປີ 2025 ຢ່າງເປັນທາງການ

      3/27/2025 4:49:56 PM

      ຂປລ. ສະພາແຫ່ງຊາດ ປະກາດໃຊ້ ລັດຖະທຳມະນູນ ສະບັບປີ 2025 ຢ່າງເປັນທາງການ ພາຍຫລັງໄດ້ພິຈາລະນາຢ່າງຖີ່ຖ້ວນ ເລິກເຊິ່ງ ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຜ່ານມາ ພ້ອມທັງລົງຄະແນນສຽງຮັັບຮອງເອົາລັດຖະທຳມະນູນ ສະບັບດັ່ງກ່າວ ແລະ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ອອກລັດຖະດຳລັດ ສະບັບເລກທີ 037/ປປທ ລົງວັນທີ 22 ມີນາ 2025 ກ່ຽວກັບການປະກາດໃຊ້ລັດຖະທຳມະນູນ ສະບັບປີ 2025 ຢ່າງເປັນທາງການ.

ads
ads

Top