ສະຫລອງວັນຝຣັງໂກໂຟນີສາກົນ ປະຈຳປີ 2025

24/03/2025 15:00
Email Print 329
ຂປລ ຂປລ. ກະຊວງການຕ່າງປະເທດ ໃນນາມຜູ້ປະສານງານແຫ່ງຊາດຂອງ ສປປ ລາວ ປະຈຳອົງ ການຝຣັງໂກໂຟນີສາກົນ (OIF) ຮ່ວມກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ​ໄດ້ຈັດພິທີສະເຫລີມສະຫລອງ ວັນຝຣັງໂກໂຟນີສາກົນ 20 ມີນາ ປະຈຳປີ 2025 ໃນວັນທີ 20 ມີນາ



ຂປລ. ກະຊວງການຕ່າງປະເທດ ໃນນາມຜູ້ປະສານງານແຫ່ງຊາດຂອງ ສປປ ລາວ ປະຈຳອົງ ການຝຣັງໂກໂຟນີສາກົນ (
OIF) ຮ່ວມກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ​ໄດ້ຈັດພິທີສະເຫລີມສະຫລອງ ວັນຝຣັງໂກໂຟນີສາກົນ 20 ມີນາ ປະຈຳປີ 2025 ໃນວັນທີ 20 ມີນາ ພາຍໃຕ້ຫົວຂໍ້ "ຍົກສູງການຊອກຮູ້ຮໍ່າຮຽນດ້ວຍຕົນເອງ ເພື່ອສາມາດປະກອບສ່ວນເຂົ້າໃນ ການພັດທະນາສັງຄົມຢ່າງເຕັມສ່ວນ" ຢູ່ແຂວງສະຫວັນນະເຂດ ໂດຍການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີ ທ່ານ ໂພໄຊ ໄຂຄຳພິທູນ ຮອງເຈົ້າແຂວງສະຫວັນນະເຂດ, ຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ, ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ, ທູຕານຸທູດ, ຜູ້ຕາງໜ້າຫ້ອງການມະຫາວິທະຍາໄລຝຣັງໂກໂຟນີ (AUF), ບັນດາຄູ-ອາຈານ, ນັກຮຽນ-ນັກສຶກສາ ທີ່ຮຽນພາສາຝຣັ່ງ ເຂົ້າຮ່ວມ. 




ໂອກາດດັ່ງກ່າວ
, ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາໃນການຮ່ວມຂະບວນການຝຣັງໂກໂຟນີ ຂອງ ສປປ ລາວ, ພ້ອມທັງຍົກໃຫ້ເຫັນເຖິງການພົວພັນຮ່ວມມືກັບອົງການຝຣັງໂກໂຟນີສາກົນ ກໍຄື ອົງການ OIF ແລະ ການເຄື່ອນໄຫວວຽກງານໂດຍສັງເຂບ ຂອງ ສປປ ລາວ ໃນຂອບວຽກຝຣັງໂກໂຟນີ ໂດຍສະເພາະໃນການສົ່ງເສີມພາສາຝຣັ່ງ ແລະ ຄຸນຄ່າຂອງຝຣັງໂກໂຟນີ ແລະ ໄດ້ຕີລາຄາກ່ຽວກັບສະພາບການນໍາໃຊ້ພາສາຝຣັ່ງ ໃນພາກພື້ນ ແລະ ໃນທົ່ວໂລກ ໄດ້ຊຸກຍູ້ການເສີມຂະຫຍາຍການຮ່ວມມື ເພື່ອສົ່ງເສີມການຮຽນ-ການສອນ ພາສາ ຝຣັ່ງຢູ່ໃນພາກພື້ນອາຊີ-ປາຊີຟິກ ກໍຄື ຢູ່ ສປປ ລາວ, ລວມທັງການສົ່ງເສີມການສ້າງ ວຽກເຮັດງານທຳໃຫ້ແກ່ຊາວໝຸ່ມຍິງ-ຊາຍ ກໍຄື ຜູ້ທີ່ເວົ້າພາສາຝຣັ່ງ. ນອກຈາກນີ້, ຍັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລາວ-ຝຣັ່ງ ໂດຍສະເພາະ ການພົວພັນຮ່ວມມື ຕະຫລອດໄລຍະທີ່ຜ່ານມາ ໃນຫລາຍຂົງເຂດວຽກງານ. ໃນນັ້ນ, ລວມທັງການສົ່ງເສີມການຮຽນ-ການສອນ ພາສາຝຣັ່ງ ຢູ່ ສປປ ລາວ. 

ໃນໂອກາດດຽວກັນ, ທ່ານຮອງເຈົ້້າແຂວງສະຫວັນນະເຂດ ແລະ ທ່ານ ເອກອັກຄະລັດຖະທູດ ຝຣັ່ງ ປະຈຳ ສປປ ລາວ ໄດ້ຜັດປ່ຽນກັນປະກອບຄໍາເຫັນ ໂດຍໄດ້ຊີ້ໃຫ້ເຫັນຄວາມສໍາຄັນໃນການສະ ເຫລີມສະຫລອງວັນສຳຄັນດັ່ງກ່າວ, ພ້ອມທັງລາຍງານກ່ຽວກັບການເຄື່ອນ ໄຫວວຽກງານໃນຂອບເຂດ ຄວາມຮັບຜິດຊອບ ຂອງຕົນ ແລະ ການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການສົ່ງເສີມການພົວພັນ ແລະ ການຮ່ວມມືໃນຂອບວຽກງານຝຣັງໂກໂຟນີ ​ໂດຍສະເພາະ ແມ່ນໃນຂອບການສົ່ງເສີມການຮຽນ-ການສອນ ພາສາຝຣັ່ງ ຢູ່ ສປປ ລາວ.




ສປປ ລາວ ໄດ້ເຂົ້າເປັນສະມາຊິກສົມບູນຂອງອົງການຝຣັງໂກໂຟນີສາກົນ ໃນປີ
1991 ແລະ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ໃນການເຄື່ອນໄຫວວຽກງານຕ່າງໆຂອງອົງການດັ່ງກ່າວ, ລວມທັງ​ການ​ຮ່ວມ​ມື​ໃນ​ການສົ່ງ​ເສີມ​ພາ​ສາ​ຝຣັ່ງ, ຄວາມ​ຫລາກ​ຫລາຍ​ທາງ​ດ້ານ​ວັດ​ທະ​ນະ​ທຳ, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ແລະ ດີ​ຈິ​ຕອນ. ສປປ ລາວ ໄດ້ດຳເນີນການຮຽນ-ການສອນພາສາຝຣັ່ງ ຢູ່ນະຄອນຫລວງວຽງຈັນ ແລະ ຢູ່ 3 ແຂວງ ຄື: ແຂວງຫລວງພະບາງ, ສະຫວັນນະເຂດ ແລະ ​ແຂວງຈຳປາສັກ. ພາສາຝຣັ່ງ ແມ່ນໄດ້ຮັບການສົ່ງເສີມ ແລະ ນຳໃຊ້ ຢູ່ໃນຂະແໜງການສຶກສາ ແລະ ສາທາລະນະສຸກ ໂດຍສະເພາະແມ່ນ ໄດ້ມີການສົ່ງເສີມ ການຮຽນ-ການສອນພາສາຝຣັ່ງ, ການຝຶກອົບຮົມຄູ-ອາຈານ ແລະ ການພັດທະ ນາຫ້ອງຮຽນສອງພາສາລາວ-ຝຣັ່ງ ໃນລະດັບປະຖົມ ແລະ ມັດທະຍົມ, ລວມທັງໃນສະຖາບັນການສຶກສາລະດັບສູງ. ນອກ​ຈາກນີ້, ຍັງ​ໄດ້ມີການຮ່ວມມືໃນ​ຂົງ​ເຂດ​ອື່ນໆ​ ເຊັ່ນ: ສາທາລະນະສຸກ, ເສດຖະ ກິດ, ການຄ້າ, ການລົງທຶນ, ວັດທະນະທໍາ, ສື່​ມວນ​ຊົນ, ການ​ພັດທະນາ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ແລະ ອື່ນໆ.




ອົງການຟຣັງໂກໂຟນີສາກົນ (
OIF) ແມ່ນອົງການຈັດຕັ້ງສາກົນລະຫວ່າງ​ລັດຖະບານ ທີ່ເຕົ້າ ໂຮມເອົາບັນດາປະເທດຕ່າງໆ ທີ່ໃຊ້ພາສາຝຣັ່ງ ເຂົ້າດ້ວຍກັນ, ສ້າງຕັ້ງຂຶ້ນໃນວັນ 20 ມີນາ 1970 ຊຶ່ງໃນເບື້ອງຕົ້ນມີຊື່ວ່າ ອົງການຮ່ວມມືທາງດ້ານວັດທະນະທໍາ ແລະ ເຕັກນິກ ເຄື່ອນໄຫວ​ທາງດ້ານການ​ຝຶກ​ອົບຮົມ​ວິຊາ​ຊຊີບ-ເຕັກນິກ ​ແລະ ດ້ານວັດທະນະທໍາ, ມາຮອດປີ 2005 ຈຶ່ງໄດ້ປ່ຽນຊື່ມາເປັນ ອົງ ການຟຣັງໂກໂຟນີສາກົນ ມີ​ສະມາຊິກ​ທັງໝົດ 93 ປະ​ເທດ ​ທີ່ຢູ່​ໃນ 5 ທະວີບ​ຂອງ​​ໂລ​ກ, ມີ​ສຳນັກງານ​ໃຫຍ່​ຕັ້ງຢູ່ ນະຄອນຫລວງປາຣີ, ປະເທດຝຣັ່ງ.

ຂ່າວ-ພາບ: ກຕທ

KPL

ຂ່າວອື່ນໆ

    • ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມເວທີ ປຶກສາຫາລື ໂບອາວ ເພື່ອອາຊີ ປະຈໍາປີ 2025 ຢູ່ ສປ ຈີນການເມືອງ

      ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມເວທີ ປຶກສາຫາລື ໂບອາວ ເພື່ອອາຊີ ປະຈໍາປີ 2025 ຢູ່ ສປ ຈີນ

      3/28/2025 9:02:41 PM

      ຂປລ. ໃນວັນທີ 27 ມີນາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມ ແລະ ກ່າວປາໄສ ໃນກອງປະຊຸມເວທີປຶກສາຫາລື ໂບອາວ ເພື່ອອາຊີ ປະຈໍາປີ 2025 (Boao Forum for Asia 2025) ທີ່ແຂວງໄຮນານ, ສປ ຈີນ ທີ່ໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້: “ອາຊີ ທ່າມກາງໂລກທີ່ກຳລັງປ່ຽນແປງ: ການກ້າວໄປສູ່ຄູ່ຮ່ວມຊະຕາກຳດຽວກັນ (Asia in the changing World: Towards a shared Future)” ຕາມການເຊື້ອເຊີນຂອງເລຂາທິການໃຫຍ່ກອງປະຊຸມເວທີປຶກສາຫາລືໂບອາວ ເພື່ອອາຊີ.

    • ລາວ-ສ ເກົາຫລີ ຫາລືດ້ານນະໂຍບາຍລະດັບສູງ ຄັ້ງທີ 6ການເມືອງ

      ລາວ-ສ ເກົາຫລີ ຫາລືດ້ານນະໂຍບາຍລະດັບສູງ ຄັ້ງທີ 6

      3/28/2025 8:50:25 PM

      ຂປລ. ກອງປະຊຸມປຶກສາຫາລືດ້ານນະໂຍບາຍລະດັບສູງ ຄັ້ງທີ 6 ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ຈັດຂຶ້ນ ໃນວັນທີ 27 ມີນາ 2025 ນີ້, ຢູ່ ກະຊວງການຕ່າງປະເທດ, ນະຄອນຫລວງເຊອູນ, ສາທາລະນະລັດ ເກົາຫລີ ໂດຍການເປັນ ປະທານຮ່ວມຂອງ ທ່ານ ພົງສະຫວັນ ສີສຸລາດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຈອງ ບຽວ ວອນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ເກົາຫລີ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກຢູ່ ສ ເກົາຫລີ.

    • ນາຍົກລັດຖະມົນຕີ ຕ້ອນຮັບ ການນໍາແຂວງໄຮນານການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບ ການນໍາແຂວງໄຮນານ

      3/28/2025 8:45:14 PM

      ຂປລ. ໃນວັນທີ 27 ມີນາ 2025 ນີ້, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຟິງເຟີ່ຍ ເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງໄຮນານ ສປ ຈີນ ໃນໂອກາດເດີນທາງເຂົ້າຮ່ວມ ກອງປະຊຸມເວທີປຶກສາຫາລືໂບອາວ ເພື່ອອາຊີ ປະຈໍາປີ 2025 ໃນລະຫວ່າງວັນທີ 26-28 ມີນາ 2025.

    • ໄຂກອງປະຊຸມ ສະພາວິທະຍາສາດ ຄົ້ນຄວ້າວຽກງານແນວລາວສ້າງຊາດ ຄັ້ງທີ Iການເມືອງ

      ໄຂກອງປະຊຸມ ສະພາວິທະຍາສາດ ຄົ້ນຄວ້າວຽກງານແນວລາວສ້າງຊາດ ຄັ້ງທີ I

      3/27/2025 4:56:44 PM

      ຂປລ. ກອງປະຊຸມ ສະພາວິທະຍາສາດ ຄົ້ນຄວ້າວຽກງານແນວລາວສ້າງຊາດ ໄຂຂຶ້ນໃນວັນທີ 25 ມີນາ 2025 ທີ່ສູນຄົ້ນຄວ້າ ແລະ ຝຶກອົບຮົມ ສູນກາງແນວລາວສ້າງຊາດ (ສນຊ) ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີບັນດາຮອງປະທານ ສນຊ, ຄະນະທີ່ປຶກສາ ແລະ ຄູ່ຮ່ວມງານວຽກງານຄົ້ນຄວ້າທິດສະດີ ແລະ ພຶດຕິກຳຂອງແນວລາວສ້າງຊາດ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

    • ປະກາດໃຊ້ ລັດຖະທຳມະນູນ ສະບັບປີ 2025 ຢ່າງເປັນທາງການການເມືອງ

      ປະກາດໃຊ້ ລັດຖະທຳມະນູນ ສະບັບປີ 2025 ຢ່າງເປັນທາງການ

      3/27/2025 4:49:56 PM

      ຂປລ. ສະພາແຫ່ງຊາດ ປະກາດໃຊ້ ລັດຖະທຳມະນູນ ສະບັບປີ 2025 ຢ່າງເປັນທາງການ ພາຍຫລັງໄດ້ພິຈາລະນາຢ່າງຖີ່ຖ້ວນ ເລິກເຊິ່ງ ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຜ່ານມາ ພ້ອມທັງລົງຄະແນນສຽງຮັັບຮອງເອົາລັດຖະທຳມະນູນ ສະບັບດັ່ງກ່າວ ແລະ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ອອກລັດຖະດຳລັດ ສະບັບເລກທີ 037/ປປທ ລົງວັນທີ 22 ມີນາ 2025 ກ່ຽວກັບການປະກາດໃຊ້ລັດຖະທຳມະນູນ ສະບັບປີ 2025 ຢ່າງເປັນທາງການ.

ads
ads

Top