ອິນໂດເນເຊຍ ເພີ່ມສະຖານີຊາກ ລົດໄຟຟ້າ ຕາມສາທາລະນະ

25/03/2025 17:05
Email Print 127
ຂປລ ທ່ານ ຢູລິອອດ ທັນຈູງ ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ຊັບພະຍາກອນ ແຮ່ທາດ ຂອງ ອິນໂດເນເຊຍ ເປີດເຜີຍວ່າ ປະເທດນີ້ ໄດ້ເພີ່ມ ສະຖານີຊາກ ຍານພາຫະນະໄຟຟ້າ (EV) ແບບສາທາລະນະ ຫລາຍກວ່າ 7 ເທົ່າເທື່ອ

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ທ່ານ ຢູລິອອດ ທັນຈູງ ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ຊັບພະຍາກອນ ແຮ່ທາດ ຂອງ ອິນໂດເນເຊຍ ເປີດເຜີຍວ່າ ປະເທດນີ້ ໄດ້ເພີ່ມ ສະຖານີຊາກ ຍານພາຫະນະໄຟຟ້າ (EV) ແບບສາທາລະນະ ຫລາຍກວ່າ 7 ເທົ່າເທື່ອ ໃນພື້ນທີ ໃຊ້ຍານພາຫະນະ ໄຟຟ້າ ຫລາຍ ຕາມເສັ້ນທາງກັບບ້ານ ໃນເກາະສຸມາຕຣາ ແລະ ເກາະຊວາ ເພື່ອຮັບຮອງ ການໃຊ້ ຍານພາຫະນະໄຟຟ້າ ໃນໄລຍະພັກເທດສະການ ອີດີລຟິຕຣີ (Eid al-Fitr).

ນອກນັ້ນ, ລັດຖະບານ ອິນໂດເນເຊຍ ຍັງຄາດວ່າ: ຍອດຈຳນວນ ຜູ້ໃຊ້ ຍານພາຫະນະ ໄຟຟ້າ ໃນໄລຍະ  ເທດສະການ ອີຄີລຟິຕຣີ ຂອງປີນີ້ ຈະເພີ່ມຂຶ້ນ 5 ເທົ່າ ແລະ ພີແອລເອັນ (PLN) ລັດວິສາຫະກິດ ດ້ານພະລັງງານ ໄດ້ກຽມ ຄວາມພ້ອມ ຂອງ ສະຖານີຊາກ ລວມມີ 3.558 ແຫ່ງ ຊຶ່ງຖືກປັບແຕ່ງ ໂຕຊາກ ໃຫ້ສາມາດຮັບຮອງ ຍານພາຫະນະໄຟຟ້າລຸ້ນຕ່າງໆ ຕາມມາດຕະຖານ ທາງເຕັກນິກ./

KPL

ຂ່າວອື່ນໆ

ads
ads

Top