ສສ ຫວຽດນາມ-ເຊັກ ຮ່ວມກັນເປີດນຳໃຊ້ໂຮງງານຜະລິດລົດແຫ່ງທຳອິດ

28/03/2025 16:50
Email Print 527
ຂປລ ກຸ່ມບໍລິສັດ ແທັ່ງກົງ ໄດ້ຈັດພິທີ ເປີດນຳໃຊ້ ໂຮງງານ ຜະລິດລົດໂອໂຕ ແທັ່ງກົງ ຫວຽດຮຶງ ຢູ່ເຂດ ອຸດສາຫະກຳ ຫວຽດຮຶງ (ນະຄອນຮະລອງ, ແຂວງກ໋ວາງນິງ) ເມື່ອບໍ່ດົນມານີ້ ຊຶ່ງແມ່ນ ໂຮງງານ ຜະລິດລົດ ແຫ່ງທຳອິດ ຢູ່ແຂວງກ໋ວາງນິງ, ສ້າງບາດກ້າວ ສຳຄັນ ໃນຂົງເຂດ ອຸດສາຫະກຳລົດ ຂອງແຂວງ ແລະ ທົ່ວປະເທດ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ກຸ່ມບໍລິສັດ ແທັ່ງກົງ ໄດ້ຈັດພິທີ ເປີດນຳໃຊ້ ໂຮງງານ ຜະລິດລົດໂອໂຕ ແທັ່ງກົງ ຫວຽດຮຶງ ຢູ່ເຂດ ອຸດສາຫະກຳ ຫວຽດຮຶງ (ນະຄອນຮະລອງ, ແຂວງກ໋ວາງນິງ) ເມື່ອບໍ່ດົນມານີ້ ຊຶ່ງແມ່ນ ໂຮງງານ ຜະລິດລົດ ແຫ່ງທຳອິດ ຢູ່ແຂວງກ໋ວາງນິງ, ສ້າງບາດກ້າວ ສຳຄັນ ໃນຂົງເຂດ ອຸດສາຫະກຳລົດ ຂອງແຂວງ ແລະ ທົ່ວປະເທດ. ພາຍຫລັງ ຈັດພິທີ ເປີດນຳໃຊ້, ໂຮງງານ ຈະເຄື່ອນໄຫວ ການຜະລິດ, ປະກອບລົດ ທາງການຄ້າ, ຫຍີ່ຫໍ້ Skoda ແມ່ນຫຍີ່ຫໍ້ລົດ ທີ່ສ້າງຂຶ້ນດົນທີ່ສຸດຢູ່ ປະເທດເຊັກ. ຈາກນັ້ນ ທ່ານ ຫງວຽນຮົ່ງຢ້ຽນ, ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ສະເໜີວ່າ: ສອງກຸ່ມ ບໍລິສັດ ຕ້ອງເອົາໃຈໃສ່ ເປັນສຳຄັນ ເຖິງການເຜີຍແຜ່ ຮູບແບບ ພັດທະນາ ຜ່ານບັນດາໂຄງການ, ແຜນການຮ່ວມມື, ໜູນຊ່ວຍ ບັນດາ ວິສາຫະກິດ ພາຍໃນປະເທດ, ພິເສດ ແມ່ນວິສາຫະກິດ ຂາດໜາດກາງ ແລະ ນ້ອຍ ເຂົ້າຮ່ວມ ບັນດາຂັ້ນຕອນ ຂອງການວິວັດການຜະລິດ, ບັນດາລະບົບສະໜອງ, ເພື່ອແນໃສ່ ຊຸກຍູ້ ການພັດທະນາ ລະບົບ ວິສາຫະກິດ ໜູນຊ່ວຍ ໃນລະບົບ ມູນຄ່າ ຂະແໜງ ອຸດສາຫະກຳລົດ ໃນ ສສ ຫວຽດນາມ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top