ຂປລ
ອົງການ ການເງິນ ແຫ່ງສິງກະໂປ (ເອັມເອເອສ) ຫລື ທະນາຄານ ແຫ່ງສິງກະໂປ ລາຍງານ ຕົວເລກ ຄາດການ ການເຕີບໂຕ ເສດຖະກິດ ຂອງ ປະເທດ ໃນໄຕມາດທຳອິດຂອງປີນີ້ ຫລື ລະຫວ່າງ ເດືອນ ມັງກອນ-ເດືອນມີນາ ກວມເອົາ 3,8% ເມື່ອທຽບແບບປີຕໍ່ປີ
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ ລາຍງານ ຈາກ ປະເທດ ສິງກະໂປ ເມື່ອວັນທີ 20 ມີນາ, ອົງການ ການເງິນ ແຫ່ງສິງກະໂປ (ເອັມເອເອສ) ຫລື ທະນາຄານ ແຫ່ງສິງກະໂປ ລາຍງານ ຕົວເລກ ຄາດການ ການເຕີບໂຕ ເສດຖະກິດ ຂອງ ປະເທດ ໃນໄຕມາດທຳອິດຂອງປີນີ້ ຫລື ລະຫວ່າງ ເດືອນ ມັງກອນ-ເດືອນມີນາ ກວມເອົາ 3,8% ເມື່ອທຽບແບບປີຕໍ່ປີ ເນື່ອງຈາກ ສະພາບ ຄວາມເຄັ່ງຕຶງ ລວມເຖິງ ພາສີ ເພີ່ມຂຶ້ນ ຊຶ່ງເປັນ ປັດໄຈ ທີ່ມີ ຄວາມສ່ຽງສູງທີ່ສຸດ.
ໂດຍຜົນການ ສຳຫລວດ ປະຈຳໄຕມາດ ຂອງ ເອັມເອເອສ ກ່ຽວກັບ ການສອບຖາມ ຫລາຍນັກວິເຄາະ ເສດຖະກິດ ລະດັບມື ອາຊີບ ຄາດການວ່າ ດັດຊະນີ ລາຄາ ຜູ້ບໍລິໂພກ ຫລື ເງິນເຟີ້ລວມ ໃນທຸກໝວດໝູ່ ຈະກວມເອົາ 1,5% , ໃນຂະນະທີ່ ອັດຕາເງິນເຟີ້ ພື້ນຖານ ຂອງ ເອັມເອເອສ ຊຶ່ງບໍ່ລວມເຖິງ ຕົ້ນທຶນ ການຂົນສົ່ງ ແລະ ທີ່ພັກອາໄສ ສ່ວນບຸກຄົນ ຈະກວມເອົາ 1,1% ໃນໄຕມາດທຳອິດຂອງປີນີ້. ໃນຂະນະທີ່ ເສດຖະກິດ ຂອງ ສິງກະໂປ ມີທ່າອຽງ ຂະຫຍາຍຕົວ ລະຫວ່າງ 2,5-2,9% ໃນປີນີ້, ເມື່ອເດືອນກຸມພາ ຜ່ານມາ, ທ່ານ ລໍເຣນ ຫວ່ອງ ນາຍົກ ລັດຖະມົນຕີ ສິງກະໂປ ຄາດການວ່າ ເສດຖະກິດ ຂອງ ປະເທດນີ້ ຈະຢູ່ໃນລະຫວ່າງ 1-3%./
KPL