ຂປລ
ທະນາຄານ ເພື່ອການຊຳລະໜີ້ສິນ ລະຫວ່າງ ປະເທດ (ບີໄອເອ) ເປີດເຜີຍວ່າ: ໜີ້ສິນ ຂອງ ສ.ເກົາຫລີ ລວມເຖິງ ໜີ້ສິນ ຂອງ ພາກລັດ
ຂປລ. ສຳນັກຂ່າວຕ່າງ ປະເທດ ລາຍງານ ຈາກນະຄອນຫລວງ ເຊອຸນ ປະເທດ ສ.ເກົາຫລີ ເມື່ອວັນທີ 20 ມີນາ, ທະນາຄານ ເພື່ອການຊຳລະໜີ້ສິນ ລະຫວ່າງ ປະເທດ (ບີໄອເອ) ເປີດເຜີຍວ່າ: ໜີ້ສິນ ຂອງ ສ.ເກົາຫລີ ລວມເຖິງ ໜີ້ສິນ ຂອງ ພາກລັດ , ພາກເອກະຊົນ ແລະ ພາກຄົວເຮືອນ ດ້ວຍມູນຄ່າລວມກັນ ສູງເຖິງ 6.222 ພັນຕື້ວອນ ເມື່ອສິ້ນສຸດໃນໄຕມາດທີ 3 ຂອງ ປີ 2024 ຫລື ລະຫວ່າງ ເດືອນກໍລະກົດ-ເດືອນກັນຍາ ໃນປີກາຍ.
ຕົວເລກ ສະຖິຕິ ດັ່ງກ່າວ ເພີ່ມຂຶ້ນສູງ ທີ່ສຸດ ເປັນຄັ້ງ ປະຫວັດສາດ ໂດຍ ເພີ່ມຂຶ້ນ 4,1% ເມື່ອທຽບກັບ ໄລຍະເວລາດຽວກັນ ຂອງ ປີກາຍ ແລະ ເພີ່ມຂຶ້ນ 0,9% ເມື່ອທຽບກັບໄຕມາດ 2 ຂອງ ປີດຽວກັນ. ນອກຈາກນີ້ ມູນຄ່າໜີ້ສິນ ດັ່ງກ່າວ ກວມເອົາ 247,2% ຂອງ ລວມຍອດ ຜະລິດຕະພັນ ພາຍໃນ ປະເທດ (ຈີດີພີ) ແຕ່ຖືເປັນລະດັບ ຕໍ່າທີ່ສຸດ ນັບຕັ້ງແຕ່ ໄຕມາດ2 ຂອງປີ 2021. ໃນຂະນະທີ່ ໜີ້ສິນ ຂອງ ພາກລັດ ເພີ່ມຂຶ້ນ ຫລາຍທີ່ສຸດ ຄື 11,8% ເມື່ອທຽບກັບໄລຍະ ດຽວກັນ ຂອງ ປີກາຍ ລວມມິ 1.141 ພັນຕື້ວອນ. /
KPL