ຂປລ
ເຈົ້າໜ້າທີ່ ເຂດຮົງກົງ ໄດ້ຜ່ານ ຮ່າງກົດໝາຍ ສະບັບໃໝ່ ເພື່ອຊ່ວຍ ປົກປ້ອງ ພື້ນຖານ ໂຄງລ່າງ ສຳຄັນ ຈາກການໂຈມຕີ ທາງດ້ານ ອິນເຕີເນັດ (ໄຊເບີ) ໄດ້ດີຍິ່ງຂຶ້ນ ໂດຍບັງຄັບໃຊ້ ຂໍ້ກຳນົດ ດ້ານຄວາມປອດໄພ ກັບ ໜ່ວຍງານ ໃນພາກສ່ວນຕ່າງໆ ຕັ້ງແຕ່ທະນາຄານ ໄປຈົນເຖິງ ການຂົນສົ່ງທາງອາກາດ.

ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກ ເຂດບໍລິຫານ ພິເສດ ຮົງກົງ (ສປຈີນ) ເມື່ອວັນທີ 20 ມີນາ, ເຈົ້າໜ້າທີ່ ເຂດຮົງກົງ ໄດ້ຜ່ານ ຮ່າງກົດໝາຍ ສະບັບໃໝ່ ເພື່ອຊ່ວຍ ປົກປ້ອງ ພື້ນຖານ ໂຄງລ່າງ ສຳຄັນ ຈາກການໂຈມຕີ ທາງດ້ານ ອິນເຕີເນັດ (ໄຊເບີ) ໄດ້ດີຍິ່ງຂຶ້ນ ໂດຍບັງຄັບໃຊ້ ຂໍ້ກຳນົດ ດ້ານຄວາມປອດໄພ ກັບ ໜ່ວຍງານ ໃນພາກສ່ວນຕ່າງໆ ຕັ້ງແຕ່ທະນາຄານ ໄປຈົນເຖິງ ການຂົນສົ່ງທາງອາກາດ. ເຈົ້າໜ້າທີ່ ເຂດຮົງກົງ ລະບູວ່າ ຄະນະນຳລະດັບສູງ ເຂດຮົງກົງ ພະຍາຍາມ ຫລຸດຄວາມສຳຄັນ ທາງການເມືອງ ຂອງ ກົດໝາຍ ດັ່ງກ່າວ, ໂດຍລະບຸວ່າ ເມື່ອປີກາຍ ກົດໝາຍ ສະບັບນີ້ ມີຜົນບັງຄັບໃຊ້ ກັບ ຜູ້ດຳເນີນການ ພື້ນຖານໂຄງລ່າງ ທີ່ ສຳຄັນ ແລະ ບໍ່ກ່ຽວຂ້ອງກັບ ຂໍ້ມູນ ສ່ວບຸກຄົນ ຫລື ຂໍ້ມູນທາງທຸລະກິດ ແຕ່ຢ່າງໃດ. ທັງນີ້ ຜູ້ດຳເນີນການ ພື້ນຖານ ໂຄງລ່າງ ອາດຈະຖືກປັບໃໝ ສູງສຸດ 5 ລ້ານ ໂດລາສະຫະລັດ ຖ້າຫາກພວກເຂົາລະເມີດຂໍ້ຜູກພັນ ທາງກົດໝາຍ ໃນການດຳເນີນ ການກວດກາ ຄວາມປອດໄພ ຈັດທຳແຜນສຸກເສີນ ແລະ ລາຍງານການໂຈມຕີ ລະບົບຄອມພີວເຕີ ທີ່ສຳຄັນ. /
KPL