ອິນໂດເນເຊຍ ກຽມເຮືອບິນຮັບຮອງ ການເດີນທາງເທດສະການ ອິດິລຟີຕຣີ 400 ກວ່າລຳ

22/03/2025 09:07
Email Print 233
ຂປລ ສຳນັກງານ ການບິນ ພົນລະເຮືອນ ສັງກັດກະຊວງຄົມມະນາຄົມ ອິນໂດເນເຊຍ ເປີດເຜີຍວ່າ: ອິນໂດເນເຊຍ ໄດ້ກຽມເຮືອບິນ ຈຳນວນ 404 ລຳ ເພື່ອຮັບຮອງມະຫາກຳ ການເດີນທາງ ກັບບ້ານ ໃນໄລຍະ ເທດສະການ ອີດີລຟີຕຣີ (Eid al-Fitr ) ໃນປີ 2025.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອວັນທີ 19 ມີນາ, ສຳນັກງານ ການບິນ ພົນລະເຮືອນ ສັງກັດກະຊວງຄົມມະນາຄົມ ອິນໂດເນເຊຍ ເປີດເຜີຍວ່າ: ອິນໂດເນເຊຍ ໄດ້ກຽມເຮືອບິນ ຈຳນວນ 404 ລຳ ເພື່ອຮັບຮອງມະຫາກຳ ການເດີນທາງ ກັບບ້ານ ໃນໄລຍະ ເທດສະການ ອີດີລຟີຕຣີ (Eid al-Fitr ) ໃນປີ 2025. ໂດຍຄາດວ່າ ຈະຕ້ອງໃຊ້ເຮືອບິນ ສຳລັບ ການເດີນທາງ ໃນໄລຍະເວລາດັ່ງກ່າວ ຈຳນວນ 325 ລຳ, ດ້ວຍຈຳນວນ ເຮືອບິນທີ່ມີຢູ່ ແລະ ກຽມໃຫ້ບໍລິການ ເຖິງ 404 ລຳ . ສະນັ້ນ ອິນໂດເນເຊຍ ມີຄວາມໝັ້ນວ່າ ການບໍລິການຖ້ຽວບິນ ຕາມປົກກະຕິ ຈະສາມາດຮອງຮັບ ຈຳນວນຜູ້ໂດຍສານ ທີ່ເພີ່ມຂຶ້ນໄດ້ ຢ່າງມີປະສິດທິພາບ.

ຍອດຈຳນວນ ຜູ້ໂດຍສານ ເຮືອບິນ ທີ່ເດີນທາງ ກັບບ້ານ ໄລຍະເທດສະການ ອີດີລຟີຕຣີ ຄາດວ່າ ຈະເພີ່ມຂຶ້ນ 12% ໄປສູ່ ລະດັບ 6.186.298 ຄົນ ຈາກ 5.529.659 ຄົນ ໃນປີ 2024 , ຊຶ່ງເປັນ ຜູ້ໂດຍສານ ໃນປະເທດ 4.951.391 ຄົນ ແລະ ຜູ້ໂດຍສານສາກົນ 1.234.907 ຄົນ. ໃນຂະນະທີ່ ສຳນັກງານ ຈະເພີ່ມມາດຕະການ ເຝົ້າລະວັງທີ່ສະໜາມບິນ 60 ແຫ່ງ ເພື່ອຮັບຮອງ ຄວາມປອດໄພໃນການບິນ ແລະ ກຽມຄວາມພ້ອມຮັບມືກັບ ສະພາບອາກາດ ປ່ຽນແປງ ຢ່າງຕໍ່ເນື່ອງ. ໂດຍການເດີນທາງດັ່ງກ່າວ ຈະກົງກັບວັນທີ 28 ມີນາ, ສ່ວນການເດີນທາງຂາກັບ ຄາດວ່າ ຈະເພີ່ມຂຶ້ນສູງສຸດ ໄລ່ເຖິງ ວັນທີ 6 ເມສາ.  /

KPL

ຂ່າວອື່ນໆ

ads
ads

Top