ລາຄາທອງແດງໂລກ ເພີ່ມຂຶ້ນສູງສຸດ ໃນຮອບ 5 ເດືອນ

22/03/2025 09:10
Email Print 234
ຂປລ ລາຄາທອງແດງ ໃນຕະຫລາດໂລກ ເພີ່ມຂຶ້ນສູງສຸດ ໃນຮອບ 5 ເດືອນ ທ່າມກາງ ຄວາມວິກິດ ກັງວົນຂອງ ພາກສ່ວນ ທີ່ກ່ຽວຂ້ອງ ລະບຸວ່າ ສ.ອາເມລິກາ ຈະຂຶ້ນພາສີ ໃນແຮ່ທາດ ສຳຄັນ.

ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກນະຄອນຫລວງ ວໍຊິງຕັນ ປະເທດ .ອາເມລິກາເມື່ອວັນທີ 20 ມີນາ, ລາຄາທອງແດງ ໃນຕະຫລາດໂລກ ເພີ່ມຂຶ້ນສູງສຸດ ໃນຮອບ 5 ​ເດືອນ ທ່າມກາງຄວາມວິກິດ ກັງວົນຂອງ ພາກສ່ວນ ທີ່ກ່ຽວຂ້ອງ ລະບຸວ່າ .ອາເມລິກາ ຈະຂຶ້ນພາສີໃນແຮ່ທາດ ສຳຄັນ​.

ໂດຍລາຄາ ການຊື້ຂາຍ ທອງແດງໃນຕະຫລາດໂລກເພີ່ມຂຶ້ນ​​ເຖິງ​ 10.046,50 ​ໂດລາ ສະຫະລັດ ຕໍ່ໂຕນໃນໄລຍະຂອງການຊື້ຂາຍ, ຊຶ່ງເປັນ ລາຄາສູງທີ່ສຸດນັບຕັ້ງແຕ່ ເດືອນຕຸລາ ປີກາຍ ຜ່ານມາ. ຖ້າຫາກລັດຖະບານ .ອາເມລິກາ ກຳນົດ ກຳແພງພາສີ ກັບ ທອງແດງຈະເປັນການ ເພີ່ມຄວາມເຄັ່ງຕຶງໃຫ້ກັບຄວາມສຳພັນກັບ ຊີເລຊຶ່ງເປັນ ປະເທດ ຜູ້ຜະລິດທອງແດງຂະໜາດໃຫຍ່ທີ່ສຸດ ຂອງ ໂລກແລະ .ອາເມລິກາ ນໍາເຂົ້າທອງແດງ ຈາກຊີເລໃນອັດຕາສ່ວນ 35%. ປັດຈຸບັນ .ອາເມລິກາ ອາໄສ ການນໍາເຂົ້າທອງແດງ ເປັນຫລັກເພື່ອ​​ຕອບສະໜອງ ກັບ ຄວາມຕ້ອງການ ພາຍໃນ ປະເທດ ຊຶ່ງໃຊ້ ວຽກງານ ທາງດ້ານການທະຫານ, ການຜະລິດ​​ແບເຕີຣີ ລົດໄຟຟ້າແລະ ການພັດທະນາ ກ່ຽວຂ້ອງກັບ ປັນຍາທຽມ (​ເອໄອ)./

KPL

ຂ່າວອື່ນໆ

ads
ads

Top