ຂປລ
ແນວທາງການປະຕິບັດ ພັດທະນາອາຫານ ແລະ ໂພຊະນາການ (2025-2030) ໄດ້ເຜີບແຜ່ວ່າ ດ້ວຍການຮ່ວມມື ຈາກກະຊວງ ກະສິກຳ ແລະ ກິດຈະການ ເຂດຊົນນະບົດ
ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກ ນະຄອນຫລວງ ປັກກິ່ງ ປະເທດ ຈີນ ເມື່ອບໍ່ດົນມານີ້, ແນວທາງການປະຕິບັດ ພັດທະນາອາຫານ ແລະ ໂພຊະນາການ (2025-2030) ໄດ້ເຜີບແຜ່ວ່າ ດ້ວຍການຮ່ວມມື ຈາກກະຊວງ ກະສິກຳ ແລະ ກິດຈະການ ເຂດຊົນນະບົດ , ຄະນະກຳມະການ ສຸຂະພາບ ແຫ່ງຊາດ ແລະ ກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີສື່ສານ.
ແນວປະຕິບັດການດັ່ງກ່າວ ໄດ້ຮຽກຮ້ອງໃຫ້ ປະຊາຊົນ ຫັນມາ ບໍລິໂພກ ອາຫານ ທີ່ມີ ຄຸນຄ່າທາງດ້ານໂພຊະນາການສູງ , ໃນປີ 2030 ສປຈີນ ໄດ້ຕັ້ງເປົ້າໝາຍ ໃຫ້ປະຊາຊົນ ແຕ່ລະຄົນ ບໍລິໂພກຖົ່ວ ໃຫ້ໄດ້ 14 ກິໂລກຣາມ; ຊິ້ນສັດ ຈຳນວນ 69 ກິໂລກຣາມ; ຜະລິດ ຕະພັນນົມ 47 ກິໂລກຣາມ; ອາຫານທະເລ 29 ກິໂລກຣາມ ແລະ ໝາກໄມ້ 130 ກິໂລກຣາມ ຕໍ່ປີ. ສ່ວນປະລິມານ ແຄລໍຣີຕໍ່ວັນ ສຳລັບ ຜູ້ຊາຍ ລວມມີ ປະມານ 2.150 ກິໂລແຄລໍຣີ ແລະ ແມ່ຍິງ ຈຳນວນ 1.700 ກິໂລແຄລໍຣີ, ໂດຍມີ ການເນັ້ນໜັກເຖິງ ຄວາມສຳຄັນ ຂອງ ການບໍລິໂພກໂປຕິນ ແລະ ຕັ້ງເປົ້າໃຫ້ໂປຕິນ ຄຸນນະພາບສູງ ມີອັດຕາສ່ວນເກີນ ເຄິ່ງໜຶ່ງ ຂອງ ການບໍລິໂພກ ທັງໝົດຕໍ່ວັນ. ໃນຂະນະດຽວດກັນ ການໃຊ້ໄຟ ເບີຕໍ່ວັນ ຈະຕ້ອງເພີ່ມຂຶ້ນເປັນ 25-30 ກຣາມ ກົງກັນຂ້າມກັບ ນໍ້າມັນພືດ ຄວນບໍລິໂພກ ພຽງ 25-30 ກຣາມ, ສ່ວນການບໍລິໂພກເກືອ ຄວນຈຳກັດ ຢູ່ທີ 5-25 ກຣາມ ແລະ ນໍ້າຕານທີ 25 ກຣາມຕໍ່ວັນ. /
KPL