ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024

19/03/2025 13:54
Email Print 208
ຂປລ ຂປລ. ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດທະນາສີມືແຮງງານ ໃນ ສປປ ລາວ ຈັດກອງປະຊຸມ ເພື່ອສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ປີ 2024 ແລະ ວາງທິດທາງແຜນການປີ 2025 ໃນວັນທີ 19 ມີນາ 2025



ຂປລ. ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດທະນາສີມືແຮງງານ ໃນ ສປປ ລາວ ຈັດກອງປະຊຸມ ເພື່ອສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ປີ
2024 ແລະ ວາງທິດທາງແຜນການປີ 2025 ໃນວັນທີ 19 ມີນາ 2025 ໂດຍການເປັນປະທ່ານຂອງ ທ່ານ ນາງ ແກ້ວ ຈັນທະວິໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ວັນທອງ ສິດທິກຸນ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ທ່ານ ນາງ ຊຽວຢັນ ຊຽນ ຜູ້ອໍານວຍການ ອົງການແຮງງານສາກົນ ປະຈໍາພາກພື້ນ (ປະເທດໄທ, ກຳປູເຈຍ ແລະ ສປປ ລາວ), ມີຫົວໜ້າໂຄງການ ແລະ ຜູ້ປະສານງານແຜນງານການຮ່ວມມື ILO-China, ຫົວໜ້າສະຖາບັນພັດທະນາກໍາມະບານລາວ, ຜູ້ປະສານງານອົງການ ແຮງງານສາກົນ ປະຈໍາ ສປປ ລາວ ແລະ ຜູ້ຕາງໜ້າ ຈາກຂະແໜງການ ກ່ຽວ ຂ້ອງ ເຂົ້າຮ່ວມ.




ນາງ ແກ້ວ ຈັນທະວິໄຊ ​ໄດ້​ໃຫ້​ຮູ້ວ່າ: ກອງປະຊຸມ ໃນຄັ້ງນີ້
, ແນໃສ່ ສະຫລຸບບັນດາ ກິດຈະກໍາ ທີ່ໄດ້ຈັດຕັ້ງປະຕິບັດ ຜ່ານມາໃນປີ 2024, ພ້ອມທັງ ປືກສາຫາລື ວາງທິດທາງແຜນ ວຽກຈຸດສຸມ ປີ 2025 ໃນການຈັດຕັ້ງປະຕິບັດບັນດາກິດຈະກຳ ຂອງແຕ່ລະພາກສ່ວນ ເພື່ອສ້າງຄວາມເຂັ້ມແຂງ ໃນວຽກງານການພັດທະນາສີມືແຮງງານ ໃນ ສປປ ລາວ ເຊິ່ງປີນີ້, ເປັນປີສຸດທ້າຍຂອງໂຄງການ ທີ່ຈະໄດ້ຈັດຕັ້ງປະຕິບັດກິດຈະກໍາຮ່ວມກັນ ເພາະໂຄງການຈະໄດ້ສິ້ນສຸດໃນທ້າຍປີ 2025. ສະນັ້ນ, ກອງປະຊຸຸມໃນຄັ້ງນີ້, ຈະໄດ້ພ້ອມກັນປຶກສາຫາລື ກໍານົດທິດທາງແຜນການ ໃຫ້ເປັນເອກະພາບ ຮັບຮອງໂດຍພື້ນຖານ ຕໍ່ແຜນກິດຈະກໍາລະອຽດ ທີ່ຈະໄດ້ຈັດຕັ້ງປະຕິບັດຂຶ້ນ ໃຫ້ມີຄວາມແທດເໝາະກັບງົບປະມານ, ວິຊາການ ແລະ ສະພາບໂຕົວຈິງ ໂດຍສະເພາະແມ່ນ ພາກເນື້ອໃນຕິດພັນກັບວິຊາການ ແລະ ຄູ່ຮວ່ມພັດທະນາທີ່ກ່ຽວຂ້ອງ ໂດຍຢູ່ບົນພື້ນຖານການຜັນຂະຫຍາຍຈຸດປະສົງ ແລະ ເປົ້າໝາຍຫລັກ ຂອງວຽກງານພັດທະນາສີມືແຮງງານ ແລະ ອີງໃສ່ນະໂຍບາຍແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ IX (2021-2025) ແລະ ເປັນແຜນສືບຕໍ່ຈັດຕັ້ງປະຕິບັດ ຍຸດທະສາດພັດທະນາ ເສດຖະກິດ-ສັງຄົມ ໄລຍະ 10 ປີ (2016-2025) ແລະ ວິໄສທັດຂອງການພັດທະນາ ຮອດປີ 2030 ລວມທັງແຜນພັດທະນາແຮງງານ ແລະ ສະຫວັດດີການ ສັງຄົມ ສຳລັບ 5 ປີ (2021-2025) ແລະ ເປົ້າໝາຍພັດທະນາແບບຢືນຢົງ. ພ້ອມນີ້, ຍັງໄດ້ພ້ອມກັນປືກສາຫາລື ເພື່ອຊ່ວຍວາງທິດທາງສະເພາະໜ້າ ໃນການເສີມສ້າງກາລະໂອກາດ ແລະ ທ່າແຮງໃນການມີວຽກ ເຮັດງານທຳຂອງຜູ້ອອກແຮງງານ; ປຶກສາຫາລື ເພື່ອຍົກສູງຜະລິດຕະພາບ ຂອງຫົວໜ່ວຍແຮງງານ ໃນທຸກຂະແໜງການ; ປຶກສາຫາລືກົນໄກການເຊື່ອມ ສານລະຫວ່າງ ການຝືກສີມືແຮງງານ, ການພັດທະນາມາດຕະຖານສີມືແຮງງານ, ປັບປຸງຫລັກສູດ, ການທົດສອບ ແລະ ອອກໃບຢັ້ງຢືນມາດຕະຖານສີມືແຮງງານ, ການບໍລິການ ຈັດຫາງານ, ອາຊິວະສືກສາ, ການໃຫ້ຄຳປືກສາແກ່ຜູ້ຊອກວຽກເຮັດງານທຳ ໃຫ້ສອດຄ່ອງກັບຄວາມຕ້ອງການ ຂອງຕະຫລາດແຮງງານ ໂດຍປະສານສົມທົບແໜ້ນກັບ ພາກສວ່ນກ່ຽວ ຂ້ອງ, ສະຖາບັນພັດທະນາສີມືແຮງງານ, ສູນກາງສະຫະພັນກໍາມະບານ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ສະຖານອະຊິວະສຶກສາ, ພາກເອກະຊົນ ແລະ ຄູ່ຮ່ວມໃນເຄືອຂ່າຍ ການພັດທະນາສີມືແຮງງານ.




ທ່ານ ນາງ ແກ້ວ ຈັນທະວິໄຊ ຍັງໃຫ້ຮູ້ອີກວ່າ: ລັດຖະບານລາວ ໄດ້ລິເລີ່ມຮ່ວມມື້ກັບໂຄງການ ໄອໂລໄຊນ່າ ແຕ່ປີ
2020 ແລະ ໄດ້ເຮັດວຽກຮ່ວມກັບ ສາມຝ່າຍຄື: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສູນກາງສະຫະພັນກໍາມະບານລາວ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ  ໄດ້ຮ່ວມມືກັນພັດທະນາ ວຽກງານສີມືແຮງງານ ເພື່ອສ້າງຄວາມຊໍານານງານ ແລະ ຄວາມສາມາດໃຫ້ແກ່ພະນັກງານ-ລັດຖະກອນ, ຜູ້ປະກອບການ ແລະ ຜູ້ເຂົ້າຝຶກອົບຮົມ ໂດຍໄດ້ເນັ້ນຂອບເຂດ ການຝຶກອົບຮົບວິຊາຊີບ ຕາມກົນໄກ ຕະຫລາດ ແຮງງານໃນປັດຈຸບັນ, ການພັດທະນາທາງດ້ານຫລັກສູດ, ພັດທະນາມາດຕະຖານອາຊີບ ແລະ ທາງເຕັກໂນໂລຊີ ເພື່ອການເຊື່ອມໂຍງກັບ ບັນດາປະເທດ ສະມາຊິກໃນອາຊຽນ.

ຂ່າວ: ທະນູທອງ

ຂໍ້ມູນ-ພາບ: ຮສສ

KPL

ຂ່າວອື່ນໆ

    • ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊວັດທະນະທຳ-ສັງຄົມ

      ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊ

      3/19/2025 7:53:25 PM

      ຊົນເຜົ່າໄຕ໋ ແມ່ນຄ້າຍໆກັບຊົນເຜົ່າລາວ, ເຜົ່າລື້ ຊົນເຜົ່າໄຕ໋ ໄດ ເຄື່ອນຍ້າຍຈາກດິນແດນແຄວ້ນໃຕ້ ຂອງຈີນ ລົງມາຕາມລ້ອງແມ່ນ້ຳດຳ, ແມ່ນ້ຳເມົາເຂົ້າສູ່ປະເທດ ຫວຽດນາມ ແຂວງເຊີນລາໄລເຈົາ, ດຽນບຽນຟູ ແລະ ເຂົ້າມາຕັ້ງຖິ່ນຖານບ້ານເກີດເມືອງນອນຢູ່ແຂວງອຸດົມໄຊ ໄດ້ຫລາຍຮ້ອຍພັນປີມາແລ້ວ; ຊົນເຜົ່າໄຕ໋ ມີຢູ່ບັນດາ ເມືອງຂອງແຂວງອຸດົມໄຊ.

    • ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນວັດທະນະທຳ-ສັງຄົມ

      ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ

      3/19/2025 6:19:09 PM

      ຂປລ. ອົງການກາແດງແຫ່ງຊາດລາວ ຈັດອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ ໃຫ້ແກ່ພະນັກງານຜູ້ຮັບຜິດຊອບວຽກງານຄຸ້ມຄອງໄພພິບັດ ຂອງອົງການກາແດງແຂວງໃນທົ່ວປະເທດ ໃນ ວັນທີ 17-19 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ມີຄູຝຶກຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC), ຈາກສະພາກາຊາດໄທ, ມີສຳມະນາກອນຈາກອົງການກາແດງແຫ່ງຊາດລາວ, ກາແດງແຂວງ ​ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ

    • ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້ວັດທະນະທຳ-ສັງຄົມ

      ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້

      3/19/2025 1:39:45 PM

      ຂປລ. ໃນວັນທີ 18 ມີນາ 2025 ນີ້, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນ ຫລວງວຽງຈັນ (ນວ) ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມສະຖານີສູບນໍ້າ ຢູ່ຈຸດສໍາຄັນຕ່າງໆ ເພື່ອຕິດຕາມລະດັບນໍ້າ ແລະ ແກ້ໄຂບັນຫາການ ສະໜອງນໍ້າບໍ່ພຽງພໍຢູ່ໃນ ນວ.

    • ກົມສິລະປະວັດທະນະທໍາ  ກຽມພ້ອມ ສະແດງ ໂອກາດສະຫລອງ 3 ວັນປະຫວັດສາດວັດທະນະທຳ-ສັງຄົມ

      ກົມສິລະປະວັດທະນະທໍາ ກຽມພ້ອມ ສະແດງ ໂອກາດສະຫລອງ 3 ວັນປະຫວັດສາດ

      3/18/2025 5:51:03 PM

      ຂປລ. ປັດຈຸບັນ, ສິລະປະວັດທະນະທໍາ ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ ມີຄວາມພ້ອມ 100% ​ເພື່ອສະ​ແດງ​ໃນ​ໂອກາດສະເຫລີມສະຫລອງ 3 ວັນປະຫວັດສາດ ຄື: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດ ປະທານໄກສອນ ພົມວິຫານ ຄົບຮອບ 105 ປີ.

    • ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ສະຫລອງ ວັນແມ່ຍິງສາກົນ ຄົບຮອບ 115 ປີວັດທະນະທຳ-ສັງຄົມ

      ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ສະຫລອງ ວັນແມ່ຍິງສາກົນ ຄົບຮອບ 115 ປີ

      3/18/2025 4:31:58 PM

      ຂປລ. ເມື່ອບໍ່ດົນມານີ້, ພະແນກສະຫະພັນແມ່ຍິງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດພິທີສະ ເຫລີມສະຫລອງ ວັນແມ່ຍິງສາກົນ ຄົບຮອບ 115 ປີ (08 ມີນາ 1910-08 ມີນາ 2025) ພາຍໃຕ້ຄຳຂວັນ" ສິດທິ, ຄວາມສະເໝີພາບ ແລະ ຄວາມເຂັ້ມແຂງ ເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ"

ads
ads

Top