ຂປລ
ປັດຈຸບັນນີ້, ວຽກງານໄປສະນີ ແລະ ໂທລະຄົມມະນາຄົມ ໄດ້ມີການປ່ຽນແປງຢ່າງວ່ອງໄວຍ້ອນການຂະຫຍາຍຕົວຂອງເຕັກໂນໂລຊີ ແລະ ນະວັດຕະກຳເປັນຕົ້ນ.
*ປັດຈຸບັນນີ້, ວຽກງານໄປສະນີ ແລະ ໂທລະຄົມມະນາຄົມ ໄດ້ມີການປ່ຽນແປງຢ່າງວ່ອງໄວຍ້ອນການຂະຫຍາຍຕົວຂອງເຕັກໂນໂລຊີ ແລະ ນະວັດຕະກຳເປັນຕົ້ນແມ່ນໄດ້ມີການຄ້າເອເລັກໂຕຣນິກ, ລະບົບໂລຈິສຕິກທີ່ທັນສະໄໝ, ເຄື່ອງບິນບໍ່ມີຄົນຂັບ (Drone), ລະບົບເຕັກໂນໂລຊີການສື່ສານ 5G, ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain), ປັນຍາປະດິດ (AI), ອິນເຕີເນັດແຫ່ງສັບພະສິ່ງ (IoT), ຖານຂໍ້ມູນມະຫາສານ (Big Data), ລະບົບ Cloud Computing, ຫຸ່ນຍົນ ແລະ ລົດອັດຕະໂນມັດ (Auto Mobile and Robotics), ການພິມສາມມິຕິ (3D Printing) ແລະ ລະບົບເຕັກໂນໂລຊີດີຈິຕອນອື່ນໆ.
ຕະຫລອດໄລຍະຜ່ານມາວຽກງານໄປສະນີຂອງ ສປປ ລາວ ສາມາດເຊ່ືອມໂຍງກັບ 192 ປະເທດ ທົ່ວໂລກເຮັດໃຫ້ການຈໍລະຈອນ ແຈກຢາຍສິ່ງຂອງ ແລະ ສິນຄ້າລະຫວ່າງປະເທດມີຄວາມສະດວກ ແລະ ຂະຫຍາຍຕົວເພີ່ມຂຶ້ນຢ່າງຫລວງຫລາຍ, ຜູ້ປະກອບການໄປສະນີໃນຂອບເຂດທົ່ວປະເທດເພີ່ມຂຶ້ນຈາກ 5 ບໍລິສັດໃນປີ 2016 ເພີ່ມຂຶ້ນ 43 ບໍລິສັດໃນປີ 2021 ເທົ່າກັບ 800%; ມູນຄ່າການລົງທຶນທີ່ຈົດທະບຽນຮອດປີ 2021 ມີເຖິງ 126,27 ຕ້ືກີບເພີ່ມຂຶ້ນ 393,75% ທຽບໃສ່ປີ 2019; ບໍລິມາດການຮັບຝາກເພີ່ມຂຶ້ນ 600 ໂຕນ/ປີເມື່ອທຽບກັບປີ 2015 ທີ່ມີບໍລິມາດເຖິງ 100 ໂຕນ/ປີ; ປ່ອງບໍລິການໃນ ປີ 2021 ມີພຽງ 521 ປ່ອງຕົົ້ນປີ 2022 ມີເຖິງ 990 ປ່ອງໃນທົ່ວປະເທດເພີ່ມຂຶ້ນ 153,5% ກວມເອົາອັດຕາສ່ວນຂອງພົນລະເມືອງ 8.750 ຄົນຕໍ່ປ່ອງ. ວຽກງານໄປ ສະນີ ແລະ ໂທລະຄົມມະນາຄົມຂອງ ສປປ ລາວ ສາມາດສ້າງຜົນງານອັນໃຫຍ່ຫລວງຫລາຍດ້ານເປັນຕົ້ນແມ່ນວຽກງານໄປສະນີໄດ້ຫັນມານຳໃຊ້ເຕັກໂນໂລຊີດີຈິຕອນ ເພື່ອເພີ່ມຄວາມສະດວກໃນການໃຫ້ບໍລິການ ແລະ ຮອງຮັບທຸລະກິດອອນລາຍ, ເພີ່ມປະສິດທິພາບ ແລະ ຫລຸດເວລາການຂົນສົ່ງທ່ີເປັນມິດຕໍ່ສິ່ງແວດລ້ອມ. ສິ່ງທີ່ພ້ົນເດັ່ນແມ່ນໄດ້ສ້າງລະບົບລວມສູນການກວດກາ ແລະ ຕິດຕາມເຄື່ອງຝາກໄປສະນີພາຍໃນປະເທດ ຊຶ່ງອຳນວຍຄວາມສະດວກໃຫ້ແກ່ການຕິດຕາມກວດກາ ແລະ ເກັບກຳຂໍ້ມູນສະຖິຕິ, ຜູ້ປະກອບການໄປສະນີ ແລະ ຜູ້ຊົມໃຊ້ສາມາດຕິດຕາມເຄື່ອງຝາກຂອງຕົນໄດ້ຕະຫລອດເວລາ. ໃນປີ 2025 ມີຈຳນວນຜູ້ປະກອບ ການຂະແໜງໄປສະນີທັງໝົດ 63 ບໍລິສັດ.ໃນນ້ັນ, ບໍລິສັດບໍລິການ ພາຍໃນແຂວງ ມີ52 ບໍລິສັດ, ບໍລິສັດບໍລິການສະເພາະລະຫວ່າງປະເທດ ມີ4 ບໍລິສັດ ແລະ ບໍລິສັດ ບໍລິການທັງພາຍໃນ ແລະ ລະຫວ່າງປະເທດ ມີ7 ບໍລິສັດ, ມີປ່ອງບໍລິການທັງໝົດ 1.161 ແຫ່ງ ຊຶ່ງກວມເອົາ ທຸກແຂວງ, ທຸກເມືອງ ແລະ ເກືອບ ທຸກບ້ານໃນຂອບເຂດທົ່ວປະເທດ.
ປັດຈຸບັນນີ້, ວຽກງານໄປສະນີ ແລະ ໂທລະຄົມມະນາຄົມ ໄດ້ມີການປ່ຽນແປງຢ່າງວ່ອງໄວ ຍ້ອນການຂະຫຍາຍຕົວຂອງເຕັກໂນໂລຊີ ແລະ ນະວັດຕະກຳເປັນຕົ້ນແມ່ນໄດ້ມີການຄ້າເອເລັກໂຕຣນິກ, ລະບົບໂລຈິສຕິກທີ່ທັນສະໄໝ, ເຄ່ືອງບິນບ່ໍມີຄົນຂັບ (Drone), ລະບົບເຕັກໂນໂລຊີການສື່ສານ 5G, ເຕັກໂນໂລຊີກຸ່ມຂ້ໍມູນຜູກພັນ (Blockchain), ປັນຍາປະດິດ (AI), ອິນເຕີເນັດແຫ່ງສັບພະສ່ິງ (IoT), ຖານຂໍ້ມູນມະຫາສານ (Big Data), ລະບົບ Cloud Computing, ຫຸ່ນຍົນ ແລະ ລົດອັດຕະໂນມັດ (Auto Mobile and Robotics), ການພິມສາມມິຕິ (3D Printing) ແລະ ລະບົບເຕັກໂນໂລຊີດີຈິຕອນອື່ນໆ.ຢູ່ປະເທດເຮົາມີຜູ້ໃຫ້ບໍລິການໂທລະຄົມມະນາຄົມ ຈຳນວນ 6 ບໍລິສັດ, ບໍລິສັດສະໜອງສິ່ງອໍານວຍຄວາມສະດວກທາງດ້ານໂທລະຄົມມະນາຄົມ ຈຳນວນ 3 ບໍລິສັດ ແລະ ຜູ້ໃຫ້ບໍລິການອິນເຕີເນັດປະເພດ I ຈໍານວນ 10 ບໍລິສັດ, ປະເພດ II ຈໍານວນ 3 ບໍລິສັດ ແລະ ປະເພດ III ຈໍານວນ 7 ບໍລິສັດ; ຈຸດ ເຊ່ືອມຕໍ່ສາຍສົ່ງໂທລະຄົມມະນາຄົມເຂົ້າ-ອອກ ສປປ ລາວ ມີທັງໝົດ22 ຈຸດ ໃນ14 ແຂວງ. ບັນດາຫົວໜ່ວຍ ທຸລະກິດເຫລົ່ານ້ັນ ສາມາດສ້າງ ລາຍຮັບໄດ້ໃນປີ 2025 ຈໍານວນ 5.818 ຕື້ກວ່າກີບ, ໄດ້ມອບພັນທະໃຫ້ລັດ 482 ຕື້ກວ່າກີບ ແລະ ຂະຫຍາຍສາຍກາບໄຍແສງໄດ້ທັງໝົດ 97.153 ກິໂລແມັດ, ຂະຫຍາຍສັນຍານໂທລະສັບມືຖືໄດ້ທົ່ວທຸກແຂວງ, ທຸກເມືອງ, ສັນຍານໂທລະສັບມືຖືລະບົບ 3G ຄວບຄຸມ ໄດ້ 85%, 4G ຄວບຄຸມໄດ້ 76% ຂອງຈໍານວນບ້ານທັງໝົດ ແລະ ໄດ້ໃຫ້ບໍລິການສັນຍານ 5G ເລ່ີມແຕ່ຕົ້ນປີ2024 ເປັນຕົ້ນມາຊຶ່ງຄາດວ່າໃນປີ 2026 ຈະຄວບຄຸມ ໄດ້ 17% ຂອງຕົວເມືອງໃຫຍ່ຢູ່ພາຍໃນແຂວງ. ປັດຈຸບັນນີ້, ການນໍາໃຊ້ໂທລະສັບຕ້ັງໂຕະ ແລະ ມືຖືມີທັງໝົດ 7,3 ລ້ານເລກໝາຍ, ໃນປີ 2024 ຜ່ານມາໄດ້ສ້າງຕັ້ງກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດີຈິຕອນເພື່ອລະດົມ ແລະ ສະສົມທຶນໃຫ້ແກ່ການພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດີຈິຕອນໄປສູ່ເຂດຫ່າງໄກສອກຫລີກ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ຜູ້ຊົມໃຊ້.
KPL